

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງ 3 ວັນສໍາຄັນຂອງວຽກງານກະສິກໍາ ຢູ່ທີ່ຫ້ອງປະຊຸມບ້ານ ຫົວເມືອງ ໃນວັນທີ 10 ພະຈິກ 2026 ນີ້.
ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ໄລ ອິນທິບ ຮອງເລຂາຄະນະບໍລິຫານງານພັກເມືອງ ປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ນວນສີ ແກ້ວວົງລັດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຫົວໜ້າພາສີດ່ານສາກົນປາງມອນ ພ້ອມດ້ວຍນ້ອງນ້ອຍນັກຮຽນເຍົາວະຊົນຊາວໜຸ່ມ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດຽວກັນນີ້ ທ່ານ ນວນສີ ແກ້ວວົງລັດ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໃຫ້ກຽດຂື້ນລາຍງານປະຫວັດຫຍໍ້ຂອງ 3 ວັນສໍາຄັນ ທັ້ງນີ້, ກໍ່ເພື່ອເປັນການສ້າງຂະບວນການດ້ານຕ່າງໆ ສ້າງທຸກເງື່ອນໄຂ ກະຕຸກຊຸກຍູ້ ໃຫ້ຊາວກະສິກອນພາຍໃນເມືອງເລີ່ມຫ້າງຫາກະກຽມ ແລະ ລົງມືເຂົ້າສູ່ການຜະລິດກະສິກໍາໃນລະດູແລ້ງ ໃຫ້ເປັນຂະບວນການຢ່າງກ້ວາງຂວາງ ເພື່ອເປັນການຍົກລະດັບ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ໃຫ້ດີຂື້ນເປັນກ້າວໆ ສິ່ງດັງກ່າວລ້ວນແຕ່ສ້າງເງື່ອນໄຂ ຄວາມສະດວກ ໃຫ້ແກ່ການສ້າງສາ ພັດທະນາເສດຖະກິດ – ສັງຄົມ ໃນປີ 2026ນີ້ ໃນທົ່ວເມືອງມີສັດທີ່ໄດ້ຮັບການສັກຢາທັງໝົດ 17.908 ໂຕ, ຄວາຍ 28 ໂຕ, ງົວ 6.195 ໂຕ, ໝູ 411 ໂຕ ແລະ ສັດປີກ 11.274 ໂຕ 2027ຫ້ອງການກະສິກໍາ ແລະ ສິງແວດລ້ອມໂດຍມີແຜນສູ້ຊົນທັງໝົດ 650 ຮຕ, ປູກເຂົ້ານາແຊງໃຫ້ໄດ້ 150 ເຮັກຕາ, ສາລີລ້ຽງສັດ 150 ເຮັກຕາ, ສາລີຫວານ 35 ເຮັກຕາ, ຖົ່ວດິນ 100 ເຮັກຕາ, ຜັກບົວ 25 ເຮັກຕາ, ຜັກທຽມ 30 ເຮັກຕາ, ໝາກເຜັດ 25, ໝາກເຂືອ 20 ເຮັກຕາ ແລະ ພືດສະບຽງອາຫານອື່ນໆອີກ 115 ເຮັກຕາ.
ດັ່ງນັ້ນ ພັກ – ລັດ ຈຶ່ງໄດ້ກໍານົດເອົາວັນທີ 3 ພະຈິກ ເປັນວັນຊົນລະປະທານແຫ່ງຊາດ, ວັນທີ 11 ພະຈິກ ເປັນວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ ແລະ ກໍານົດເອົາວັນທີ 15 ພະຈິກ ເປັນວັນເປີດຂະບວນການຜະລິດລະດູແລ້ງ ເພື່ອສົ່ງເສີມການປູກການລ້ຽງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງທັງເປັນການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
ໃນໂອກາດນີ້ການນໍາຂອງເມືອງ ຍັງໄດ້ມີການສັກຢາປ້ອງກັນພະຍາດສັດລ້ຽງ, ເປີດປະຕູນໍ້າຊົນລະປະທານ ແລະ ປູກຜັກສາລີຫວານ ຢູ່ທີ່ບ້ານ ຫົວເມືອງ ຈາກນັ້ນກໍ່ໄປເປີດປະຕູນໍ້າຊົນລະປະທານ ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນບ້ານມ່ວງດອນມູນ ຕື່ມອີກ.