ເມືອງຫົງສາ ຈັດງານບຸນປະເພນີແຂ່ງຂັນຊ່ວງເຮືອປະຈຳປີ 2026

ງານບຸນປະເພນີແຂ່ງຂັນຊ່ວງເຮືອປະຈຳປີ 2026 ຢູ່ເມືອງຫົງສາ ແຂວງໄຊຍະບູລີ  ໄດ້ຈັດຂຶ້ນໃນລະຫວ່າງວັນທີ 7-8 ຕຸລາ 2026 ນີ້, ຢູ່ທີທ່ານ້ຳແກນ ເຂດບ້ານສີບຸນເຮືອງ  ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດວງຕາ ໄຊວຸດ ຮອງເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການປົກຄອງແຂວງໄຊຍະບູລີ, ມີ ທ່ານ ສີທະນົນໄຊ ທອງເທພາ ກຳມະການພັກແຂວງ ເລຂາພັກເມືອງ ຫົງສາ, ທ່ານ ຄະທາຍຸດ ຊູພູນ ຜູ້ອຳນວຍການໃຫຍ່ ບໍລິສັດ ໄຟຟ້າຫົງສາ ຈຳກັດ, ມີອາດີດການນໍາຂັ້ນແຂວງ-ຂັ້ນເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະແນກອ້ອມຂ້າງແຂວງ, ການນໍາທີ່ມາຈາກຕ່າງເມືອງ, ຕ່າງແຂວງ, ນາຍອໍາເພີ ສະເຫຼືມພະກຽດ ຈັງຫວັດນ່ານ(ປະເທດໄທ), ແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ, ນັກທຸລະກິດ, ຜູ້ປະກອບການ, ພໍ່ຄ້າຊາວຂາຍ, ນັກກິລາສີພາຍເຮືອຊ່ວງ ພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຊາວເມືອງຫົງສາ ເຂົ້າຮ່ວມຮັບຊົມຢ່າງຫຼວງຫຼາຍ.

ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກໍາມະການປົກຄອງເມືອງ ກ່າວວ່າ: ຈຸດປະສົງກໍ່ເພື່ອເປັນການສືບຕໍ່ອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີອັນດີງາມຂອງຊາວເມືອງຫົງສາ ຕິດພັນກັບການຮັກສາສິ່ງແວດລ້ອມຕາມທິດສີຂຽວ ຢືນຢົງ ແລະ ມີຄວາມສະຫງົບປອດໄພ, ກະຕຸກຊຸກຍູ້ທາງດ້ານເສດຖະກິດ-ສັງຄົມ ທັງເປັນການສົ່ງເສີມການທ່ອງທ່ຽວຂອງເມືອງ ໃຫ້ເປີດກວ້າງອອກສູ່ສາຍຕາຂອງມວນຊົນທັງພາຍໃນ ແລະ ຕ່າງປະເທດ ເຊິ່ງເມືອງຫົງສາເປັນໃຈກາງທາງຜ່ານຂອງບັນດາແຂວງພາກເໜຶອ ແລະ ດ່ານສາກົນ ໄປສູ່ເມືອງມໍລະດົກໂລກ ແຂວງຫຼວງພະບາງ. ຊຶ່ງການຈັດງານຄັ້ງນີ້, ໄດ້ຈັດໃຫ້ມີກິດຈະກໍາຫຼາຍຢ່າງເຊັ່ນ: ຊົມການສະແດງສິນລະປະວັນນະຄະດີ, ປະກວດນາງສາວທິດາເຮືອຊ່ວງ, ທ່ຽວຊົມຕະຫຼາດນັດ, ປະກວດອາຫານພື້ນບ້ານຂອງຊາວເມືອງຫົງສາ, ຊົມການວາງສະແດງສິນຄ້າຫັດຖະກໍາ, ກະສິກໍາຈາກກຸ່ມສະຫະກອນ ແລະ ສິນຄ້າໂອດັອບ ຜ້າຫ້ອມຍ້ອມນິນ ບ້ານວຽງແກ້ວ, ມີການແຂ່ງຂັນເຮືອງາມ, ແຂ່ງຂັນຊ່ວງເຮືອປະເພນີ ຍິງ-ຊາຍ.

ສຳລັບການແຂ່ງຂັນຊ່ວງເຮືອປີນີ້, ມີເຮືອຊ່ວງເຂົ້າຮ່ວມຊີງໄຊ ທັງໝົດ 13 ລຳ, ໃນນັ້ນ, ມີເຮືອຊ່ວງເພດຊາຍເຂົ້າຮ່ວມແຂ່ງຂັນ 13 ລຳ ແລະ ເຮືອຊ່ວງເພດຍິງ 13 ລໍາ, ຈາກ 13 ບ້ານເທດສະບານ, ຂະໜາດຄວາມຍາວຂອງເຮືອຊ່ວງແມ່ນ 15-18 ແມັດ, ສາມາດບັນຈຸສີພາຍໄດ້ 15 ສີພາຍ, ຜົນຂອງການແຂ່ງຂັນເຮືອຊ່ວງເພດຊາຍ ຊະນະເລີດ ອັນດັບທີ 1 ແມ່ນເຮືອຂອງບ້ານ ໂພນໄຊ ຕາແສງຫົງສາວະດີ ໄດ້ຮັບຂັນເງິນ 1 ໜ່ວຍ, ນໍ້າໜັກ 1 ກິໂລ ມູນຄ່າ 25 ລ້ານກີບ ພ້ອມເງີນສົດ 25 ລ້ານກີບ, ອັນດັບທີ 2 ເຮືອບ້ານ ເມືອງຫານ ຕາແສງເມືອງຫານ ໄດ້ຮັບລາງວັນເງີນສົດ 20 ລ້ານກີບ ແລະ ອັນດັບທີ 3 ເຮືອບ້ານ ສີມຸງຄຸນ ຕາແສງຫົງສາວະດີ ໄດ້ຮັບລາງວັນເງີນສົດ 15 ລ້ານກີບ, ເຮືອຊ່ວງເພດຍິງຊະນະເລີດ ອັນດັບທີ 1 ແມ່ນເຮືອຂອງບ້ານ ໂພນໄຊ ຕາແສງຫົງສາວະດີ ໄດ້ຮັບຂັນເງິນ 1 ໜ່ວຍ, ນໍ້າໜັກ 1 ກິໂລ ມູນຄ່າ 25 ລ້ານກີບ ພ້ອມເງີນສົດ 25 ລ້ານກີບ, ອັນດັບທີ 2 ເຮືອບ້ານ ວຽງແກ້ວ ຕາແສງເມືອງຫານ ໄດ້ຮັບລາງວັນເງີນສົດ 20 ລ້ານກີບ ແລະ ອັນດັບທີ 3 ເຮືອບ້ານ ຈໍາປາ ຕາແສງເມືອງຫານ ໄດ້ຮັບລາງວັນເງີນສົດ 15 ລ້ານກີບ, ພ້ອມນີ້, ຍັງໄດ້ມອບລາງວັນເຮືອງາມ ຜົນປະກົດວ່າ: ອັນດັບທີ 1 ແມ່ນເຮືອຂອງບ້ານ ວຽງແກ້ວ ໄດ້ຮັບລາງວັນເງີນສົດ 3 ລ້ານກີບ, ອັນດັບທີ 2 ເຮືອຂອງບ້ານ ນາສ້ານ ໄດ້ຮັບລາງວັນເງີນສົດ 2 ລ້ານກີບ, ອັນດັບທີ 3 ເຮືອຂອງບ້ານຈອມແຈ້ງ ໄດ້ຮັບລາງວັນເງິນສົດ 1 ລ້ານກີບ ແລະ ລາງວັນປະກວດອາຫານພື້ນບ້ານ ຜ່ານການປະກວດຜົນປະກົດວ່າ: ອັນດັບທີ 1 ບ້ານສີບຸນເຮືອງ  ໄດ້ຮັບລາງວັນເງີນສົດ 3 ລ້ານກີບ, ອັນດັບທີ 2 ບ້ານໂພນໄຊ  ໄດ້ຮັບລາງວັນເງີນສົດ 2 ລ້ານ 2 ແສນກີບ ແລະ ອັນດັບທີ 3 ບ້ານສີມຸງຄຸນ  ໄດ້ຮັບລາງວັນເງີນສົດ 2 ລ້ານກີບ.

ໂອກາດນີ້, ທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກໍາມະການປົກຄອງເມືອງ ໄດ້ກ່າວສະແດງຄວາມຂອບໃຈຢ່າງສູງຕໍ່ອົງການຈັດຕັ້ງພັກ-ລັດ, ບໍລິສັດ, ຫ້າງຮ້ານ, ນັກທຸລະກິດ, ພໍ່ຄ້າ-ຊາວຂາຍ ແລະ ປະຊາຊົນໃນທົ່ວເມືອງທີ່ໄດ້ໃຫ້ການອຸປະຖຳທາງດ້ານວັດຖຸປັດໃຈ ແລະ ພ້ອມກັນຈັດງານປະເພນີ ບຸນຊ່ວງເຮືອປະຈຳປີນີ້ ສຳເລັດລົງດ້ວຍບັນຍາກາດຄຶກຄື້ນມ່ວນຊື່ນ ແລະ ມີຄວາມສະຫງົບປອດໄພ 100%.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa