ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ລົງຊຸກຍູ້ວຽກງານວິຊາສະເພາະ ຢູ່ຄະນະໂຄສະນາອົບຮົມເມືອງໄຊຍະບູລີ.

ໃນຕອນບ່າຍວັນທີ10 ພະຈິກ 2026ນີ້ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍທີມງານ ໄດ້ລົງຕິດຕາມ, ເກັບກຳ ແລະ ຊຸກຍູ້ວຽກງານວິຊາສະເພາະ ຢູ່ທີ່ຄະນະໂຄສະນາອົບຮົມເມືອງໄຊຍະບູລີ ໃຫ້ກຽດຕ້ອນຮັບໂດຍ ທ່ານ ຈັນເພັງ ແສນຄຳ ຮອງເລຂາພັກເມືອງ ຜູ້ຊີ້ນຳວຽກງານການເມືອງ-ແນວຄິດ, ວຽກພັກພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນເມືອງ, ທ່ານ ໄຊຊານົນ ທີແກ້ວ ຮອງຫົວໜ້າຄະນະໂຄນາອົບຮົມແຂວງ ພ້ອມດ້ວຍທີມງານ, ແລະ ພະນັກງານຄະນະໂຄສະນາອົບຮົມເມືອງເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ນາງ ສຸກສະຫວັນ ປີ່ນຄຳ ກຳມະການພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງໄຊຍະບູລີ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໂດຍສະເພາະແມ່ນວຽກງານກວດກາພັກ-ລັດ ພາຍໃນຄະນະໂຄສະນາອົບຮົມເມືອງໃນໄລຍະຜ່ານມາ ເຊິ່ງໄດ້ຍົກໃຫ້ເຫັນຜົນງານດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ ແລະ ທິດທາງແຜນການໃນຕໍ່ໜ້າ ຫ້ອງການຄະນະໂຄສະນາອົບຮົມເມືອງປະກອບມີ 3 ໜ່ວຍງານຄື: ໜ່ວຍງານບໍລິຫານ, ໜ່ວຍງານອົບຮົມ ແລະ ໜ່ວຍງານໂຄສະນາສື່ມວນຊົນ ປະກອບມີພະນັກງານ-ລັດຖະກອນ 7 ທ່ານ, ຍິງ 5 ທ່ານ, ຕະຫຼອດໄລຍະຜ່ານມາກໍ່ໄດ້ເປັນໃຈກາງໃຫ້ຄະນະພັກ, ອົງການປົກຄອງເມືອງ,ໃນການຫັນເອົາບັນດາແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ນຳພາສືກອົບຮົມໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າຢ່າງເປັນລະບົບຕໍ່ເນື່ອງ, ຜ່ານການຈັດຕັ້ງປະຕິບັດໄດ້ເຮັດໃຫ້ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ມີຄວາມຮັບຮູ້ຕໍ່ແນວທາງນະໂຍາບາຍຂອງພັກ, ກົດໝາຍຂອງລັດ ຍົກສູງສະຕິເປັນເຈົ້າຕົນເອງເປັນເຈົ້າປະເທດຊາດ ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດ ສິນທຳປະຕິວັດ, ຍົກສູງສະຕິລະວັງຕົວເພື່ອຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງກຸ່ມຄົນບໍ່ດີ ຕີຖອຍ ທັດສະນະແນວຄິດທີ່ຜິດເຂວ ຕ້ານແນວຄິດຫຼາຍພັກ, ຫຼາຍພວກ, ກຸ່ມກ້ອນ ໃນການຈັດຕັ້ງ ຂອງພັກ ເປັນເຈົ້າການປະຕິບັດແນວທາງນະໂຍບາຍຂອງພັກ-ລະບຽບກົດໝາຍຂອງລັດ ແລະ ເຮັດໜ້າ ທີ່ການເມືອງມີຜົນສໍາເລັດເຮັດໃຫ້ເມືອງ ໄຊຍະບູລີ ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ແລະ ມີຄວາມສະຫງົບໂດຍພື້ນຖານ, ຈາກນັ້ນຜູ້ເຂົ້າຮ່ວມກໍ່ໄດ້ມີການແລກປ່ຽນຄຳຄິດຄຳເຫັນ, ຖອດຖອນບົດຮຽນຮ່ວມກັນ ໃນການແກ້ໄຂບັນຫາຕົວຈິງ ເພື່ອເຮັດໃຫ້ວຽກງານກວດກາ ຂອງຄະນະໂຄສະນາອົບຮົມເມືອງໄຊຍະບູລີ ໄດ້ຮັບການພັດທະນາ ແລະ ມີແບບແຜນວິທີເຮັດວຽກ ທີ່ມີປະສິດທິຜົນສູງຂຶ້ນກວ່າເກົ່າ.ໂອກາດດຽວກັນ ທ່ານ ສະຫວ່າງ ດາລາແສນ ຫົວໜ້າກົມກວດກາ ຄະນະໂຄສະນາອົບຮົມສູນກາງພັກ ກໍໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານ ທີ່ຄະນະໂຄສະນາອົບຮົມເມືອງໄຊຍະບູລີ ຍາດມາໄດ້. ພ້ອມນັ້ນ, ທ່ານໄດ້ເນັ້ນໜັກໃຫ້ຄະນະນຳພໂ ແລະ ພະນັກງານທີ່ເຮັດວຽກງານກວດກາ ຈົ່ງເພີ່ມທະວີຄວາມຮັບຜິດຊອບ ເອົາໃຈໃສ່ສືບຕໍ່ສຶກສາອົບຮົມການເມືອງ-ນຳພາແນວຄິດ, ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ຂອງການກວດກາພັກ-ລັດ ໃຫ້ເລິກເຊິ່ງ, ເພີ່ມທະວີການຕິດຕາມ-ກວດກາ ການຈັດຕັ້ງປະຕິບັດກົດລະບຽບຂອງພັກ, ກົດໝາຍຂອງລັດ, ແນວທາງນະໂຍບາຍຕ່າງໆ ຢ່າງເປັນລະບົບ ເພື່ອແນໃສ່ເຮັດໃຫ້ກົງຈັກການຈັດຕັ້ງ ແລະ ພະນັກງານ-ສະມາຊິກພັກ ມີຄວາມປອດໃສ, ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ແລະ ສາມາດຕອບສະໜອງໄດ້ກັບຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa