

ໃນຕອນເຊົ້າຂອງ ວັນທີ 23 ກັນຍາ 2026 ນີ້, ຢູ່ທີ່ປະຊຸມກອງບັນຊາການ ປ້ອງກັນຄວາມສະຫງົບ (ປກສ) ເມືອງຫົງສາ ກອງບັນຊາການ ປກສ ແຂວງໄຊຍະບູລີ ລົງເຄື່ອນໄຫວຊຸກຍູ້ວຽກງານກວດກາປະຈໍາປີ 2026, ຕິດພັນກັບການໂຄສະນາເຜີຍແຜ່ນິຕິກຳຕ່າງໆ ໃຫ້ແກ່ນາຍ ແລະ ພົນຕຳຫຼວດກອງບັນຊາການ ປກສ ເມືອງຫົງສາ, ເປັນກຽດເຂົ້າຮ່ວມເປັນປະທານ ຂອງສະຫາຍ ພັອ ວົງເພັດ ແກ້ວມະນີ ຄະນະປະຈໍາພັກ, ປະທານກວດກາ, ຮອງກອງບັນຊາການ ປກສ ແຂວງໄຊຍະບູລີ ພ້ອມດ້ວຍທີມງານ, ມີສະຫາຍ ພັທ ຄຳອ່ອນ ວັນເຮືອງ ກຳມະການປະຈຳພັກເມືອງ ຫົວໜ້າກອງບັນຊາການປ້ອງກັນຄວາມສະຫງົບ, ມີນາຍ ແລະ ພົນຕໍາຫຼວດ ປກສ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ພັຕ ຈວນ ພົມມະຂັນ ຫົວໜ້າພະແນກກວດກາ-ປ້ອງກັນກຳລັງ ປກສ ແຂວ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຄະນະກວດກາລົງເຄື່ອນໄຫວວຽກງານກວດກາ ປະຈໍາປີ 2026 ຢູ່ບັນດາ ກອງບັນຊາການ ປກສ 11 ເມືອງ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ. ກອງປະຊຸມຄັ້ງນີ້ເປັນກຽດຮັບການເຜີຍແຜ່ນິຕິກຳຕ່າງໆ ຂອງສະຫາຍ ພັນເອກ ວົງເພັດ ແກ້ວມະນີ, ຄະນະປະຈໍາພັກ, ປະທານກວດກາ, ຮອງກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ສະຫາຍ ພັນໂທ ທິບພະຈັນ ລາດມົນຕີ ຮອງປະທານກວດກາ, ຫົວໜ້າຫ້ອງການເມືອງກອງບັນຊາການ ປກສ ແຂວງ. ໄດ້ຜັດປ່ຽນກັນຂຶ້ນເຜີຍແຜ່ເອກະສານ ແລະ ນິຕິກຳທີ່ສຳຄັນຂອງພັກ-ລັດ ກໍຄືຂອງກະຊວງປ້ອງກັນຄວາມສະຫງົບ ເຊິ່ງລວມມີ 4 ເອກະສານຫຼັກ ຄື: ດຳລັດວ່າດ້ວຍຈັນຍາບັນ ຂອງພະນັກງານ-ລັດຖະກອນ ເລກທີ 184/ລບ, ລົງວັນທີ 26 ມິຖຸນາ 2019. ຂໍ້ຕົກລົງ ວ່າດ້ວຍລະບຽບວິໄນຂອງກຳລັງປ້ອງກັນຄວາມສະຫງົບປະຊາຊົນ ເລກທີ 688/ປກສ, ລົງວັນທີ 25 ມີນາ 2020. ຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມ ຕໍ່ ນາຍ ແລະ ພົນຕຳຫຼວດ ເລກທີ 564/ປກສ, ລົງວັນທີ 03 ເມສາ 2019. ຄຳສັ່ງ ຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການນຳໃຊ້ສື່ສັງຄົມອອນລາຍ ໃນກໍາລັງປ້ອງກັນຄວາມສະຫງົບ ເລກທີ 583/ປກສ, ລົງວັນທີ 03 ເມສາ 2019. ການລົງເຄື່ອນໄຫວເຜີຍແຜ່ນິຕິກໍາໃນຄັ້ງນີ້, ແມ່ນເພື່ອແນໃສ່ຊຸກຍູ້ວຽກງານຮອບດ້ານ, ທັງເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ນາຍ ແລະ ພົນຕຳຫຼວດ ຢູ່ກອງບັນຊາການ ປກສ ເມືອງຫົງສາ ໃຫ້ມີຄວາມຮັບຮູ້, ເຂົ້າໃຈ ເຊື່ອມຊຶມຕໍ່ລະບຽບຫຼັກການ, ຈັນຍາບັນ, ຂໍ້ຫ້າມຕ່າງໆ ຂອງກຳລັງ ປກສ ຢ່າງເລິກເຊິ່ງ. ທັງນີ້ ກໍເພື່ອຍົກສູງສະຕິຄວາມຮັບຜິດຊອບ, ຄວາມເປັນແບບຢ່າງ ພ້ອມທັງສະກັດກັ້ນ ແລະ ແກ້ໄຂປາກົດການຫຍໍ້ທໍ້ຕ່າງໆ ພາຍໃນກຳລັງ, ໂດຍສະເພາະແມ່ນການນຳໃຊ້ສື່ສັງຄົມອອນລາຍໃຫ້ຖືກຕ້ອງ ແລະ ສ້າງສັນ, ແນໃສ່ເຮັດໃຫ້ກຳລັງ ປກສ ເມືອງ ມີຄວາມເຕີບໃຫຍ່ເຂັ້ມແຂງ, ມີລະບຽບວິໄນເຂັ້ມງວດ ແລະ ເຮັດໜ້າທີ່ປົກປັກຮັກສາຄວາມສະຫງົບ ເປັນລະບຽບຮຽບຮ້ອຍພາຍໃນທ້ອງຖິ່ນໄດ້ຢ່າງມີປະສິດທິຜົນສູງ.
ຕອນທ້າຍພິທີ ປກສ ເມືອງ ແລະ ປກສ ແຂວງ ກໍ່ໄດ້ພ້ອມກັນແລກປ່ຽນຄຳຄິດ ຄຳເຫັນເຊິງກັນ ແລະ ກັນ ຢ່າງກົງໄປກົງມາກ່ຽວກັບວຽກງານກວດກາ ແລະ ພ້ອມກັນສະຫຼຸບຕີລາຄາວຽກງານດັ່ງກ່າວອີກຕື່ມ.