


ພິທີມອບ-ຮັບອາຄານຈຸດກວດກາ ຢາເສບຕິດ ທີ່ບ້ານໂພນຈັນ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດຂື້ນໃນວັນທີ 18 ກັນຍາ 2026 ຢູ່ທີ່ອາຄານຈຸດກວດກາ ຢາເສບຕິດ ທີ່ບ້ານໂພນຈັນ, ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ແຫຼ້ ອ່ອນສົມບູນ ປະທານຄະນະກຳມະການປົກຄອງເມືອງ, ມີທ່ານ ແບຣດ ເຄີເວີນ ທີ່ປຶກສາ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍທີມງານ, ທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄຸ້ມຄອງຢາເສບຕິດ ພ້ອມທີມງານ ກົມໃຫຍ່ຕຳຫຼວດ, ປກສ ເມືອງ, ຫົວໜ້າຫ້ອງວ່າການເມືອງເຂົ້າຮ່ວມ.
ທ່ານ ສົມຊາຍ ແສງກັນນາລີ ຮອງຫົວໜ້າຫ້ອງການກວດກາ ແລະ ຄຸ້ມຄອງຢາເສບຕິດ ກົມໃຫຍ່ຕຳຫຼວດ ໄດ້ລາຍງານໃຫ້ຮູ້ວ່າ: ການກໍ່ສ້າງອາຄານ ດັ່ງກ່າວ ໄດ້ເລີ່ມລົງມືການກໍ່ສ້າງມາແຕ່ເດືອນ ພະຈິກ 2024 ຫາ ເດືອນ ທັນວາ 2025 ຈຶ່ງສໍາເລັດ, ມີມູນຄ່າການກໍ່ສ້າງທັງໝົດ 266,281 ໂດລາ, ເຊິ່ງໄດ້ຮັບທຶນຊ່ວຍເຫຼືອຈາກກອງທຶນຊັບສິນທີ່ຖືກຮົບຂອງ ອົດສະຕຣາລີ ແລະ ຕຳຫຼວດແຫ່ງຊາດອົດສະຕຣາລີ, ໂດຍແມ່ນ ບໍລິສັດ ເອສຟີ ຈຳກັດຜູ້ດຽວ ເປັນຜູ້ຮັບເໝົາໃນການກໍ່ສ້າງ. ການກໍ່ສ້າງອາຄານດັ່ງກ່າວເປັນປະເພດເຮືອນວິນລາຖາວອນຊັ້ນດຽວ ມີ 2 ຫຼັງຄືື: ຫ້ອງການ 1 ຫັຼງ ແລະ ເຮືອນພັກພະນັກງານ 1 ຫຼັງ ຕິດຕັ້ງລະບົບໄຟຟ້າ, ນໍ້ຳປະປາ ພ້ອມດ້ວຍເຟີນີເຈີຄົບຊຸດ ແລະ ສິ່ງອຳນວຍຄວາມສະດວກຕ່າງໆ, ໃນໂອ ກາດດັ່ງກ່າວ ທ່ານ ພັອ ຈັນທອນ ເຮືອງຄຳໄຊ ຫົວໜ້າຫ້ອງການກວດກາ ແລະ ຄຸ້ມຄອງຢາເສບຕິດ ກົມໃຫຍ່ຕຳຫຼວດ ກໍ່ໄດ້ສະແດງຄວາມຂອບໃຈເປັນຢ່າງສູງຕໍ່ທ່ານ ແບຣດ ເຄີເວີນ ທີ່ປຶກສາ ສະຖານທູດອົດສະຕຣາລີ ປະຈຳ ສປປ ລາວ ພ້ອມດ້ວຍທີມງານ, ທີ່ໃຫ້ຄວາມສໍາຄັນຕໍ່ວຽກງານດັ່ງກ່າວ, ຈະຮັກສານໍາໃຊ້ອາຄານ, ອຸປະກອນຕ່າງໆເຂົ້າໃນວຽກງານໃຫ້ເປັນປະໂຫຍດຕໍ່ອົງການຈັດຕັ້ງຂອງລັດ ແລະ ສັງຄົມ ແລະ ນໍາໃຊ້ໃຫ້ຍາວນານ.