ຕາແສງເມືອງວາ ເຜີຍແຜ່ນິຕິກຳກ່ຽວກັບການລັກລອບຂຸດຄົ້ນແຮ່ທາດ ໂດຍບໍ່ຖືກຕ້ອງຕາມກົດໝາຍ

 

ໃນວັນທີ 23 ກັນຍາ 2026 ນີ້, ຢູ່ທີ່ບ້ານໂຄກສະຫວັນ, ຕາແສງເມືອງວາ, ເມືອງປາກລາຍ, ແຂວງໄຊຍະບູລີ ໄດ້ຈັດພິທີເຜີຍແຜ່ນິຕິກຳກ່ຽວກັບການລັກລອບຂຸດຄົ້ນແຮ່ທາດໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ. ພິທີດັ່ງກ່າວ ໄດ້ຈັດຂຶ້ນໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວິຊຽນ ວົງດາລາ, ຮອງປະທານຄະນະກຳມະການປົກຄອງເມືອງ ທັງເປັນຫົວໜ້າຄະນະຊີ້ນຳເຂດຕາແສງເມືອງວາ; ໂດຍມີຮອງປະທານຄະນະກຳມະການປົກຄອງຕາແສງ, ອົງການປົກຄອງບ້ານ ພ້ອມດ້ວຍພໍ່ແມ່ປະຊາຊົນບ້ານໂຄກສະຫວັນ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນໂອກາດນີ້, ຕາງໜ້າອົງການປົກຄອງບ້ານ ໄດ້ຂຶ້ນລາຍງານໂດຍຫຍໍ້ກ່ຽວກັບສະພາບການລັກລອບຂຸດຄົ້ນແຮ່ທາດຢູ່ພາຍໃນບ້ານ. ຈາກນັ້ນ, ຄະນະປະທານ ແລະ ຜູ້ຮັບຜິດຊອບ ໄດ້ຜ່ານ ແລະ ເຜີຍແຜ່ເຊື່ອມຊຶມບັນດານິຕິກຳທີ່ກ່ຽວຂ້ອງ ເປັນຕົ້ນແມ່ນ:ຄຳສັ່ງ ເລກທີ 11/ຄລສພ, ລົງວັນທີ 7 ພຶດສະພາ (5) 2026; ແຈ້ງການ ເລກທີ 78/ຄປຂ, ລົງວັນທີ 5 ພຶດສະພາ (5) 2026; ແຈ້ງການ ເລກທີ 77/ຄປຂ, ລົງວັນທີ 4 ພຶດສະພາ (5) 2026; ດໍາລັດ ເລກທີ 373/ລບ, ລົງວັນທີ 1 ທັນວາ (12) 2023 ວ່າດ້ວຍການປັບໄໝ ແລະ ການນຳໃຊ້ມາດຕະການຕໍ່ຜູ້ລະເມີດລະບຽບກົດໝາຍແຮ່ທາດ (ບາງມາດຕາທີ່ກ່ຽວຂ້ອງ); ຂໍ້ຕົກລົງ ເລກທີ 14375/ຍທຂ, ລົງວັນທີ 23 ມີຖຸນາ (6) 2025 ວ່າດ້ວຍການຂຸດຄົ້ນວັດສະດຸກໍ່ສ້າງຕາມລຳແມ່ນ້ຳຕ່າງໆ (ບາງຂໍ້ທີ່ກ່ຽວຂ້ອງ); ຄໍາສັ່ງ ເລກທີ 32/ປກສ, ກົດໝາຍວ່າດ້ວຍການຄຸ້ມຄອງອາວຸດເສິກ ແລະ ທາດລະເບີດ, ລວມເຖິງກົດໝາຍວ່າດ້ວຍການຄຸ້ມຄອງສິ່ງແວດລ້ອມ (ບາງມາດຕາທີ່ກ່ຽວຂ້ອງ).

ໃນຕອນທ້າຍຂອງພິທີ, ບັນດາຜູ້ເຂົ້າຮ່ວມໄດ້ມີການແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປກົງມາ. ຈາກນັ້ນ, ທ່ານປະທານກອງປະຊຸມ ໄດ້ສັງລວມເນື້ອໃນ ແລະ ໃຫ້ທິດໂອ້ລົມ ເພື່ອໃຫ້ອົງການປົກຄອງບ້ານ ແລະ ປະຊາຊົນ ເອົາໃຈໃສ່ຕິດຕາມ, ເຝົ້າລະວັງ ແລະ ຮ່ວມມືກັນສະກັດກັ້ນການຂຸດຄົ້ນແຮ່ທາດແບບຊະຊາຍ ເພື່ອປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຄວາມຍືນຍົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa