ກອງປະຊຸມໂຄສະນາເຜີຍແຜ່ຂໍ້ຕົກລົງວ່າດ້ວຍຊຸດຜົນປະໂຫຍດທາງການແພດ, ວິທີຈ່າຍເງີນປະກັນສຸຂະພາບ ແລະ ສັນຍາປີ່ນປົວສຸຂະພາບຕາມລະບົບປະກັນສັງຄົມລະຫວ່າງອົງການປະກັນສັງຄົມແຫ່ງຊາດກັບບັນດາໂຮງໝໍເມືອງ

ຕອນເຊົ້າວັນທີ 18 ພະຈິກ 2026 ຫ້ອງການ ແຮງງານສະຫວັດດີການ ແລະ ສັງຄົມເມືອງ ຮ່ວມກັບ ພະແນກ ແຮງງານສະຫວັດດີການ ແລະ ສັງຄົມແຂວງ ຈັດກອງປະຊຸມ ໂຄສະນາເຜີຍແຜ່ຂໍ້ຕົກລົງວ່າດ້ວຍຊຸດຜົນປະໂຫຍດທາງການແພດ, ວິທີຈ່າຍເງີນປະກັນສຸຂະພາບ ແລະ ສັນຍາປີ່ນປົວສຸຂະພາບຕາມລະບົບປະກັນສັງຄົມລະຫວ່າງອົງການປະກັນສັງຄົມແຫ່ງຊາດກັບບັນດາໂຮງໝໍເມືອງ ຂື້ນທີ່ຫ້ອງປະຊຸມ ຫ້ອງການປະກັນສັງຄົມ ແຂວງໄຊຍະບູລີ ໂດຍການເປັນປະທານ ຂອງ ທ່ານ ເພັດລາຕີ ຄໍາພູວົງ ຮອງຫົວໜ້າ ພະແນກແຮງງານສະຫວັດດີການ ແລະ ສັງຄົມແຂວງ, ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ດຣ ພັນ ພອນສະຫວັດ ຮອງປະທານຄະນະກຳມະການປົກຄອງເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມຂັ້ນເມືອງ, ມີກຳມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ຕາງໜ້າໂຮງໝໍແຂວງ, ປະທານຄະນະກຳມະການປົກຄອງຕາແສງ,ພະນັກງານບໍານານ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ເພັດລາຕີ ຄໍາພູວົງ ຮອງຫົວໜ້າ ພະແນກແຮງງານສະຫວັດດີການ ແລະ ສັງຄົມແຂວງ ໄດ້ກ່າວເປີດກອງປະຊຸມ ພ້ອມທັງໃຫ້ຮູ້ວ່າ: ກອງປະຊຸມເຜີຍແຜ່ ຂໍ້ຕົກລົງວ່າດ້ວຍຊຸດຜົນປະໂຫຍດທາງການແພດ ແລະ ວິທີການຈ່າຍເງິນ ປະກັນສຸຂະພາບ ແລະ ສັນຍາບໍລິການປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມໄດ້ໄຂຂຶ້ນຢ່າງເປັນ ທາງການ ທ່າມກາງບັນຍາກາດທີ່ທົ່ວພັກ – ທົ່ວກໍາລັງປະກອບອາວຸດ ພວມອອກແຮງຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ, ເວົ້າສະເພາະ ການຈັດຕັ້ງຜັນຂະຫຍາຍມະຕິກອງ ປະຊຸມໃຫຍ່ ຄັ້ງທີ່ VIII ຂອງອົງຄະນະພັກແຂວງໄຊຍະບູລີ, ແຜນພັດທະນາວຽກງານແຮງງານ ແລະ ສະຫວັດດີການສັງຄົມ 5 ປີ (2026-2030), ເຊິ່ງແຕ່ລະຂັ້ນພວມແຂ່ງຂັນກັນປະຕິບັດຄາດໝາຍມະຕິ ກອງປະຊຸມໃຫຍ່ອົງຄະນະພັກໃນຂັ້ນຂອງຕົນ ດ້ວຍບັນຍາກາດອັນຟົດຟື້ນ. ຈຸດປະສົງຂອງການຈັດ ກອງປະຊຸມໃນມື້ນີ້ ແນ່ໃສ່ສ້າງຄວາມເຂົ້າໃຈກ່ຽວກັບການຈັດຕັ້ງປະຕິບັດວຽກງານປະກັນສັງຄົມ ແລະ ວຽກງານປະກັນສຸຂະພາບໃນແຕ່ລະໄລຍະ, ມາຮອດວັນທີ 2 ມີນາ 2026 ຈຶ່ງໄດ້ເປີດກອງປະຊຸມ ເຮັດບົດບັນທຶກມອບ-ຮັບວຽກອຸດໜູນປະກັນສຸຂະພາບໃນລະບົບປະກັນສັງຄົມຈາກກະຊວງສາທາລະນະສຸກ ກັບຄືນໃຫ້ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ແຕ່ ວັນທີ1 ມັງກອນ- ວັນທີ 30 ມິຖຸນາ 2026 ຫ້ອງການປະກັນສຸຂະພາບແຫ່ງຊາດ ຕ້ອງເປັນຜູ້ສັງລວມລາຍຈ່າຍບັນດາໂຮງໝໍ ສົ່ງໃຫ້ອົງການປະກັນສັງຄົມແຫ່ງຊາດ ຈ່າຍຕາມກົດໝາຍວ່າດ້ວຍການປະກັນສຸຂະພາບ. ຍ້ອນກະກຽມຂໍ້ມູນບໍ່ທັນ. ສະນັ້ນ ເລີ່ມແຕ່ ວັນທີ 1 ກໍລະກົດ 2026 ແມ່ນໃຫ້ປະຕິບັດຕາມຂໍ້ຕົກລົງວ່າ ດ້ວຍຊຸດຜົນປະໂຫຍດທາງການແພດ ແລະ ວິທີການຈ່າຍເງິນປະກັນສຸຂະພາບ ແລະ ສັນຍາບໍລິການ ປິ່ນປົວສຸຂະພາບຕາມລະບົບປະກັນສັງຄົມ ທີ່ອົງການປະກັນສັງຄົມແຫ່ງຊາດ ແລະ ບັນດາໂຮງໝໍ ແຂວງ, ເມືອງເຊັນກັນ, ໃນກອງປະຊຸມກໍ່ໄດ້ຮັບຟັງການເຜີຍແຜ່ກົດໝາຍປະກັນສັງຄົມ, ຜ່ານຂໍ້ຕົກລົງວ່າດ້ວຍຊຸດຜົນປະໂຫຍດທາງການແພດ ແລະ ວິທີຈ່າຍເງີນປະກັນສຸຂະພາບ, ຜ່ານສັນຍາບໍລິການປີ່ນປົວສຸຂະພາບຕາມລະບົບປະກັນສັງຄົມ ຈາກນັ້ນທ່ານປະທານກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ບັນດາທ່ານຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ, ຕອນທ້າຍກອງປະຊຸມ ທ່ານປະທານກໍ່ໄດ້ໃຫ້ທິດຊີ້ນໍາຕື່ມອີກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa