

ໃນຕອນເຊົ້າຂອງວັນທີ 12 ພະຈິກ 2026 ນີ້ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງໄຊຍະບູລີ ໄດ້ລົງທາບທາມຮ່າງຂ້ໍຕົກລົງວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິງປຸກສ້າງແຂວງໄຊຍະບູລີຂຶ້ນຢູ່ທີ່ເມືອງບໍ່ແຕນ ແຂວງໄຊຍະບູລີ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະຫງົບ ພັບບົວອອນ ຮອງປະທານຄະນະກຳມະການປົກຄອງເມືອງ ໃນກອງປະຊຸມໄດ້ຮັບຟັງການລາຍງານຂະບວນການປັບປຸງນິຕິກຳ ແລະ ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງແຂວງໄຊຍະບູລີ ສະບັເລກທີ 1390/ຄປຂ ລົງວັນທີ 30 ຕຸລາ 2026 ວ່າດ້ວຍການແຕ່ງຕັ້ງຄະນະກຳມະການລົງທາບທາມກ່ຽວກັບການປັບປຸງເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງຂອງແຂວງໄຊຍະບູລີ ຄືນໃໝ ການຈັດກອງປະຊຸມໃນຄັ້ງນີ້ເພື່ອທາບທາມກ່ຽວກັບການປັບປຸງບາງມາດຕາຂອງຮ່າງຂໍ້ຕົກລົງໃຫ້ເນື້ອໃນສົມບຸນ ແລະ ຄົບຖ້ວນຂຶ້ນກ່ວາເກົ່າ ເພື່ອນຳສະເໜີຕໍ່ສະພາປະຊາຊົນແຂວງໄຊຍະບູລີ ຄົ້ນຄ້ວາ ແລະ ພິຈາລະນາຮັບຮອງເອົາ ເມືອງບໍ່ແຕນ ມີ 26 ບ້ານ ໄດ້ກຳນົດເຂດ ແລະ ລາຄາປະເມີນທີ່ດິນປະກອບມີ 8 ເຂດ ໃນກອງປະຊຸມໄດ້ຮັບຟັງ ການປະກອບຄຳເຫັນຂອງບັນດາທ່ານທີ່ເຂົາຮ່ວມກອງປະຊຸມເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ກອງປະຊຸມດັ່ງກ່າວໄດ້ດຳເນີນເປັນເວລາເຄິ່ງວັນ ຈຶ່ງສຳເຫຼັດ.