ຄະນະກໍາມະການຄຸ້ມຄອງອິນເຕີເນັດແຫ່ງຊາດ ສໍາເລັດການສະຫຼຸບວຽກງານ ປະຈໍາປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027.

ໃນວັນທີ 13 ພະຈິກ 2026, ຄະນະກໍາມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ (ຄຄອຊ) ໄດ້ສໍາເລັດການຈັດກອງປະຊຸມ ສະຫຼຸບວຽກງານ ປະຈຳປີ 2026 ແລະ ວາງທິດທາງແຜນການ ປະຈໍາປີ 2027 ຢ່າງເປັນທາງການ ທີ່ຫ້ອງປະຊຸມໃຫຍ່ ກະຊວງປ້ອງກັນປະເທດ ໂດຍການເປັນປະທານຂອງ ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ, ກໍາມະການກົມການເມືອງສູນກາງພັກ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ປະທານ ຄະນະກຳມະການຄຸ້ມຄອງອິນເຕີເນັດ ແຫ່ງຊາດ, ມີທ່ານ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈໍາການ ພ້ອມດ້ວຍບັນດາທ່ານຮອງລັດຖະມົນຕີ, ບັນດາທ່ານປະທານ-ຮອງປະທານ ຄະນະກໍາມະການປົກຄອງແຂວງ-ນະຄອນຫຼວງວຽງຈັນ, ຫົວໜ້າ-ຮອງຫົວໜ້າກົມ ແລະ ຕາງໜ້າຈາກບັນດາກະຊວງ, ອົງການທຽບເທົ່າ ແລະ ຄະນະ ຄຄອຊ ຢູ່ສູນກາງ, ບັນດາທ່ານຫົວໜ້າ-ຮອງຫົວໜ້າຫ້ອງວ່າການ, ຫົວໜ້າ–ຮອງຫົວໜ້າພະແນກ, ບັນດາອົງການປົກຄອງທ້ອງ ຖິ່ນ, ບັນດາອົງການພັກ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້ ໄດ້ສະຫຼຸບຕີລາຄາການເຄື່ອນໄຫວວຽກງານ ຄຄອຊ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ເຊິ່ງໄດ້ຍົກໃຫ້ເຫັນຜົນສໍາເລັດຫຼາຍດ້ານ ທີ່ຕິດພັນກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ການພັດທະນາຂົງເຂດດັ່ງກ່າວເຂົ້າໃນການຈັດຕັ້ງປະຕິບັດວຽກງານ, ການດຳເນີນທຸລະກິດ, ການດຳລົງຊີວິດ, ການຕິດຕໍ່ພົວພັນກັບສັງຄົມຕ່າງໆ, ຍິ່ງເຫັນໄດ້ແຈ້ງເຖິງຄວາມສໍາຄັນ ແລະ ຄວາມຈຳເປັນຂອງອິນເຕີເນັດ. ຄຽງຄູ່ກັບຜົນປະໂຫຍດອັນມະຫາສານຈາກອິນເຕີເນັດ, ກໍໄດ້ເຫັນແຈ້ງເຖິງບັນຫາ ແລະ ສິ່ງທ້າທາຍຕ່າງໆ, ໂດຍສະເພາະ ແມ່ນການນໍາໃຊ້ສື່ສັງຄົມອອນລາຍ ແລະ ການນຳໃຊ້ອິນເຕີເນັດໄປໃນທາງທີ່ບໍ່ດີ ເຊິ່ງ ຄຄອຊ ກໍໄດ້ຊີ້ນຳພາກສ່ວນທີ່ກ່ຽວຂ້ອງສຸມໃສ່ຄົ້ນຄວ້າຫາວິທີການແກ້ໄຂດ້ວຍມາດຕະການຕ່າງໆ ເພື່ອແກ້ໄຂປາກົດການຫຍໍ້ທໍ້ທີ່ເກີດຂຶ້ນ. ພ້ອມນັ້ນ, ການຈັດຕັ້ງປະຕິບັດວຽກງານຕ້ານການຫຼອກລວງທາງອອນລາຍ ທີ່ຂຶ້ນກັບ ຄະນະກຳມະການຄຸ້ມຄອງອິນເຕີເນັດແຫ່ງຊາດ, ຄະນະຮັບຜິດຊອບໄດ້ເຮັດວຽກຮ່ວມກັນຫຼາຍຄັ້ງ ເພື່ອຄົ້ນຄວ້າວິທີການ ແລະ ຊີ້ນຳໃຫ້ພາກສ່ວນຜູ້ໃຫ້ບໍລິການໂທລະຄົມມະນາຄົມ, ບັນດາທະນາຄານທຸລະກິດ ແລະ ສື່ມວນຊົນສຳນັກຕ່າງໆເຜີຍແຜ່ຕໍ່ສັງຄົມ ເພື່ອເປັນການສ້າງຈິດສຳນຶກ ແລະ ສະຕິລະມັດລະວັງຕົວ, ເຮັດໃຫ້ປະຊາຊົນໄດ້ມີຄວາມເຂົ້າ ໃຈຫຼາຍຂຶ້ນ ສາມາດຫຼຸດຜ່ອນການຫຼົງເຊື່ອຕໍ່ຮູບແບບການຫຼອກລວງສໍ້ໂກງ ເປັນກ້າວໆມາ.

ໃນໂອກາດດັ່ງກ່າວ, ທ່ານ ປອ. ສັນຕິສຸກ ສິມມາລາວົງ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ, ຮອງປະທານ-ຜູ້ປະຈໍາການ ຄຄອຊ ໄດ້ກ່າວສະແດງຄໍາເຫັນ ເຊິ່ງມີເນື້ອໃນບາງຕອນວ່າ: ເດືອນຕຸລາ ປີ 2025 ທີ່ຜ່ານມາ, ສປປ ລາວ ໄດ້ຮ່ວມລົງນາມໃນ “ສົນທິສັນຍາ ສະຫະປະຊາຊາດ ຕ້ານອາຊະຍາກຳທາງໄຊເບີ” ທີ່ນະຄອນຫຼວງຮ່າໂນ້ຍ ສສ ຫວຽດນາມ, ເຊິ່ງ ສປປ ລາວ ພວກເຮົາ ຕ້ອງໄດ້ນໍາເອົາສົນທິສັນຍາດັ່ງກ່າວມາສຶກສາ ແລະ ຜັນຂະຫຍາຍເປັນແຜນລະອຽດ ກ່ຽວກັບວຽກງານຄວາມປອດໄພທາງໄຊເບີ, ການແກ້ໄຂບັນຫາແກ້ງຄອນເຊັນເຕີ ກໍຄືການຄຸ້ມຄອງອິນເຕີເນັດໂດຍລວມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ. ພວກເຮົາໄດ້ຖືເອົາເນື້ອໃນຂອງສົນທິສັນຍາດັ່ງກ່າວໃນການປັບປຸງ ກົດໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນ ອາຊະຍາກໍາທາງໄຊເບີ ເຊິ່ງໄດ້ຜ່ານກອງປະຊຸມສະພາແຫ່ງຊາດ ໃນເດືອນ ຕຸລາຜ່ານມານີ້ ແລະ ໃນປີນີ້, ຄຄອຊ ໄດ້ ມີການປັບປຸງດຳລັດ ຄຄອຊ ແລະ ຂໍ້ຕົກລົງໜ່ວຍງານ 007 ແລະ 015 ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄືື່ອນໄຫວ ຂອງ ຄຄອຊ ແນໃສ່ຈັດຕັ້ງຜັນຂະຫຍາຍແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ໃນການຄົ້ນຄວ້າ, ປະສານງານ, ຕິດຕາມ, ຄຸ້ມຄອງ, ກວດກາ, ຕອບຕ້ານ ແລະ ຊຸກຍູ້ສົ່ງເສີມກ່ຽວກັບວຽກງານອິນເຕີເນັດ, ເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ, ເນື້ອໃນຂໍ້ມູນຂ່າວສານຜ່ານອິນເຕີເນັດ, ຄວາມປອດໄພດ້ານເຕັກໂນໂລຊີການສື່ສານຂໍ້ມູນຂ່າວສານ ໃຫ້ມີຄວາມຮັບປະກັນຕໍ່ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ.

ກອງປະຊຸມ ຍັງໄດ້ຮັບຟັງການລາຍງານ ສະພາບການພົ້ນເດັ່ນທີ່ເກີດຂຶ້ນຈາກສື່ສັງຄົມອອນລາຍ ພ້ອມທັງ ວິທີການແກ້ໄຂບັນຫາ ຂອງບັນດາກະຊວງ, ອົງການ, ແຂວງ/ນະຄອນຫຼວງ ແລະ ຮ່ວມກັນ ປະກອບຄຳເຫັນ ຢ່າງກົງໄປກົງມາ ເພື່ອຕີລາຄາ ແລະ ຖອດຖອນບົດຮຽນຈາກການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ ແລະ ຮ່ວມກັນວາງທິດທາງແຜນການໃນຕໍ່ໜ້າ ເພື່ອເຮັດໃຫ້ວຽກງານການຄຸ້ມຄອງອິນເຕີເນັດພາຍໃນປະເທດ ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.

ໃນຕອນທ້າຍ, ທ່ານ ພົນເອກ ຄໍາລຽງ ອຸທະໄກສອນ, ປະທານກອງປະຊຸມ ໄດ້ມີຄໍາເຫັນຊີ້ນຳ ຕໍ່ກັບການສະຫຼຸບລາຍງານ, ທິດທາງແຜນການ ແລະ ຂໍ້ສະເໜີຕ່າງໆ ໃນການຈັດຕັ້ງປະຕິບັດບັນດາວຽກ ງານໃນຕໍ່ໜ້າ ໂດຍໄດ້ຕີລາຄາສູງຕໍ່ການຄົ້ນຄວ້າ, ການກຳນົດບັນດາເປົ້າໝາຍທີ່ມີຄວາມສຳຄັນ ແລະ ຈຳເປັນ ທີ່ຈະຕ້ອງຄຸ້ມຄອງ ແລະ ພັດທະນາວຽກງານອິນເຕີເນັດ, ເຊິ່ງກໍແມ່ນວຽກງານຂອງທຸກໆພາກສ່ວນທີ່ຈະຕ້ອງໄດ້ສົມທົບກັນຢ່າງແໜ້ນແຟ້ນ ແລະ ກົມກຽວ ເພື່ອເຮັດໃຫ້ອິນເຕີເນັດ ແລະ ເຕັກໂນໂລຊີດີຈີຕອນ ສາມາດປະກອບສ່ວນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ພ້ອມທັງຊຸກຍູ້ການຫັນເປັນດີຈີຕອນຂອງປະເທດເຮົາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa