


ໃນວັນທີ 12 ພະຈິກ 2026 ນີ້, ທີ່ຫ້ອງປະຊຸມຫ້ອງວ່າການເມືອງແກ່ນທ້າວ ແຂວງໄຊຍະບູລີ ທ່ານ ຄໍາປຸ່ນ ນວນສະບັບ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງແກ່ນທ້າວ ພ້ອມດ້ວຍສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ, ບັນດາຫົວໜ້າ-ຮອງຫົວໜ້າຫ້ອງການ ທີ່ກ່ຽວຂ້ອງ, ກົມກອງ ແລະ ອົງການໄອຍະການປະຊາຊົນເຂດ II ປະຈໍາເມືອງ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະ ຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ປະຈໍາປີ 2026 ຂອງສະພາປະຊາຊົນແຂວງໄຊຍະບູລີ ແບບທາງໄກ ໂດຍການເປັນປະທານຂອງທ່ານ ກາວີ ເກດດົມລິ ກໍາມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ, ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການລາຍງານກ່ຽວກັບການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຈາກພາກສ່ວນກ່ຽວຂ້ອງ ຄື:
- ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ສະພາປະຊາຊົນແຂວງ.
- ອົງການໄອຍະການປະຊາຊົນແຂວງ.
- ສານປະຊາຊົນແຂວງ.
ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຄວາມຄືບໜ້າໃນການສ້າງຮ່າງຂໍ້ຕົກລົງຂອງປະທານຄະນະກໍາມະການປົກຄອງແຂວງ ຈໍານວນ 3 ສະບັບ ຄື:
- ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ.
- ຮ່າງຂໍ້ຕົກລົງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ.
- ຮ່າງຂໍ້ຕົກລົງ ວ່າດ້ວຍການກໍານົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ.
ຈາກນັ້ນ, ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ບັນດາບົດລາຍງານ ແລະ ຮ່າງຂໍ້ຕົກລົງດັ່ງກ່າວ ເພື່ອເຮັດໃຫ້ມີເນື້ອໃນຄົບຖ້ວນ, ຮັດກຸມ ແລະ ສອດຄ່ອງກັບສະພາບຄວາມເປັນຈິງໃນທ້ອງຖິ່ນ.