

ໃນຕອນເຊົ້າວັນທີ 12 ພະຈິກ 2026 ນີ້ ເມືອງ ໄຊຍະບູລີ ໄດ້ຈັດກອງປະຊຸມວຽກງານຈັດຕັ້ງ ແລະ ການປົກຄອງທົ່ວເມືອງທີIXຂື້ນ. ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໂດຍການເປັນປະທານຂອງສະຫາຍ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ, ມີຮອງເລຂາພັກເມືອງ, ຄະນະປະຈຳພັກເມືອງ, ຮອງຫົວໜ້າພະແນກການຂອງແຂວງ, ເລຂາ, ຮອງເລຂາຄະນະພັກຮາກຖານ, ເລຂາ, ຮອງເລຂາໜ່ວຍພັກ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ແລະ ພະນັກງານທີ່ເຮັດວຽກຈັດຕັ້ງເຂົ້າຮ່ວມ.
ສະຫາຍ ພອນພິລຸນ ປີ່ນທິບ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ໄດ້ຂື້ນກ່າວເປີດກອງປະຊຸມພ້ອມທັງຜ່ານຮ່າງ ບົດສະຫຼຸບວຽກງານຈັດຕັ້ງ ແລະ ການປົກຄອງໄລຍະ 5 ປີ 2021-2025 ແລະ ທິດທາງ 5 ປີ 2026-2030 ບາງຕອນທ່ານໃຫ້ຮູ້ວ່າ: ທົ່ວເມືອງໄຊຍະບູລີ ມີ 214 ຈັດຕັ້ງຮາກຖານພັກ, ມີ 9 ຄະນະພັກຮາກຖານ, ມີ 205 ໜ່ວຍພັກ, ທຽບໃສ່ມະຕິກອງປະຊຸມຈັດຕັ້ງທົ່ວເມືອງ ຄັ້ງທີ VIII ຫຼຸດລົງ 7 ການຈັດຕັ້ງຮາກຖານພັກ; ມີສະມາຊິກພັກທັງໝົດ 2.813 ສະຫາຍ, ຍິງ 1.133 ສະຫາຍ ທຽບໃສ່ມະຕິກອງປະຊຸມຈັດຕັ້ງທົ່ວເມືອງ ຄັ້ງທີ VIII ຫຼຸດລົງ 10 ສະຫາຍ, ປັດຈຸບັນທົ່ວເມືອງມີ 188 ຈັດຕັ້ງຮາກຖານພັກ, ມີ 6 ອົງຄະນະພັກຮາກຖານຕາແສງ; ມີ 3 ຄະນະພັກຮາກຖານ, ມີ 179 ໜ່ວຍພັກຮາກຖານ; ໜ່ວຍພັກທີ່ຂື້ນກັບອົງຄະນະພັກເມືອງໂດຍກົງມີ 22 ໜ່ວຍພັກ, ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານ 17 ໜ່ວຍ; ໜ່ວຍພັກທີ່ຂື້ນກັບອົງຄະນະພັກຮາກຖານຕາແສງຈໍານວນ 140 ໜ່ວຍພັກ, ສະມາຊິກພັກທັງໝົດ 2,802 ສະຫາຍ, ຍິງ 1,158 ສະຫາຍ, ສະມາຊິກພັກສຳຮອງ 64 ສະຫາຍ, ຍິງ 35 ສະຫາຍ ທຽບໃສ່ມະຕິກອງປະຊຸມຈັດຕັ້ງທົ່ວເມືອງ ຄັ້ງທີ VIII ເພີ້ມຂື້ນ 514 ສະຫາຍ, ຍິງ 250; ເທົ່າກັບ 18,82% ຫຼຸດຄາດໝາຍ 21,18%, ວຽກງານຂະຫຍາຍພັກ: ໄດ້ປະຕິບັດຕາມຂັ້ນຕອນຂອງກົດລະບຽບພັກຢ່າງເຂັ້ມງວດ ໂດຍຖືເອົາຄຸນນະພາບເປັນກົກ, ໄດ້ຄັດເລືອກຜູ້ທີ່ມີຄວາມຫ້າວຫັນ-ດີເດັ່ນໄດ້ຜ່ານຂະບວນການຕົວຈິງ, ມີຄວາມເຊື່ອໝັ້ນຈາກມະຫາຊົນຢ່າງແທ້ຈິງ, ໃນ 5 ປີ ຜ່ານມາຂະຫຍາຍມະຫາຊົນຜູ້ກ້າວໜ້າເພື່ອຂະຫຍາຍເຂົ້າເປັນມະຊິກພັກໄດ້ ທັງໝົດ 514 ສະຫາຍ, ຍິງ 250; ໃນນີ້ ເປີດຮຽນສະໜັບສະໜູນໃຫ້ມະຫາຊົນຜູ້ກ້າວໜ້າໄດ້ 298 ສະຫາຍ, ຍິງ 149 ສະຫາຍ; ເປີດຮຽນກົດລະບຽບພັກໃຫ້ມະຫາຊົນຜູ້ກ້າວໜ້າໄດ້ 278 ສະຫາຍ, ຍິງ 153 ສະຫາຍ; ຮັບມະຫາຊົນຜູ້ກ້າວໜ້າເຂົ້າເປັນສະມາຊິກພັກສໍາຮອງໄດ້ຈໍານວນ 351 ສະຫາຍ, ຍິງ 141 ສະຫາຍ ແລະ ເລື່ອນສະມາຊິກພັກສໍາຮອງຂື້ນເປັນສະມາຊິກພັກສົມບູນໄດ້ 329 ສະຫາຍ, ຍິງ 155 ສະຫາຍ, ໜ່ວຍພັກທີ່ໄດ້ກວດກາທັງໝົດໃນທົ່ວເມືອງ ມີ 214 ຮາກຖານ; ມີ 9 ຄະນະພັກຮາກຖານ, ມີໜ່ວຍພັກທັງໝົດ 205 ໜ່ວຍ, ມີສະມາຊິກພັກທັງຫມົດ 2.813 ສະຫາຍ, ຍິງ 1.133 ສະຫາຍ, ສໍາຮອງ 60 ສະຫາຍ, ຍິງ 22 ສະຫາຍ, ໃນນີ້ ໜ່ວຍພັກໄດ້ປະເພດແຂງ ແລະ ຮັບຮອງເປັນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 188 ໜ່ວຍພັກ ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄດ້ 91.70% ເຫັນວ່າລື່ນຄາດໝາຍ 6.7%; ໄດ້ປະເພດກາງ: 14 ໜ່ວຍພັກ; ໄດ້ປະເພດອ່ອນ 3 ໜ່ວຍພັກ ແລະ ຕີລາຄາແບ່ງປະເພດສະມາຊິກພັກ ໄດ້ປະເພດແຂງ 2.430 ສະຫາຍ, ຍິງ 1.017 ສະຫາຍ; ທຽບໃສ່ມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງອົງຄະນະພັກເມືອງ ໄດ້ 86,38% ເຫັນວ່າລຸດຄາດໝາຍ 8,62%; ປະເພດກາງ 176 ສະຫາຍ, ຍິງ 34 ສະຫາຍ; ປະເພດອ່ອນ 5 ສະຫາຍ, ຍິງ 34 ສະຫາຍ; ບໍ່ແບ່ງ 199 ສະຫາຍ, ຍິງ 79 ສະຫາຍ (ສາເຫດບໍ່ແບ່ງ: ເປັນພະນັກງານບໍານານ, ສະມາຊິກຂະຫຍາຍໃໝ່ ແລະ ສະມາຊິກພັກຍົກຍ້າຍມາໃໝ່), ຈາກນັ້ນໃນກອງປະຊຸມກໍ່ໄດ້ຮັບຟັງການຜ່ານຮ່າງລາຍງານການສ້າງຕັ້ງຕາແສງໃນທົ່ວເມືອງ, ຮ່າງບົດລາຍງານການກະກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນຂອງພັກ 5 ປີ 2021-2025 ແລະ ທິດທາງ 5 ປີ 2026-2030, ເຜີຍແຜ່ເຊື່ອມຊືມ ວຽກງານຈັດຕັ້ງ ແລະ ການປົກຄອງທົ່ວແຂວງຄັ້ງທີVIII, ຈາກນັ້ນປະທານກອງປະຊຸມກໍ່ໄດ້ມີຄໍາເຫັນເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນໃນຫົວຂໍ້ຕ່າງໆ, ຕອນທ້າຍກອງປະຊຸມສະຫາຍ ຄຳຫຼ້າ ຜິວວັນນາ ຄະນະປະຈຳພັກແຂວງ ເລຂາພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈຳເຂດເລືອກຕັ້ງເມືອງ ໄຊຍະບູລີ ກໍ່ໄດ້ມີຄຳເຫັນໂອ້ລົມຕໍ່ກອງປະຊຸມຕື່ມອີກ.