ເມືອງຫົງສາ ໄດ້ປະຊຸມທາງໄກ (ດ້ວຍລະບົບອອນລາຍ) ຮ່ວມກອງປະຊຸມຄົບຄະນະຂອງຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ປະຈຳປີ 2026

ໃນວັນທີ 12 ພະຈິກ 2026 ນີ້, ເມືອງຫົງສາ ໄດ້ຮ່ວມກອງປະຊຸມຄົບຄະນະຂອງຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກົດໝາຍ ແລະ ຍຸຕິທໍາ ປະຈຳປີ 2026 ຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງ (ແບບທາງໄກ). ໂດຍການນຳພາເຂົ້າຮ່ວມຂອງທ່ານ ນາງ ແສງຫຼ້າ ມະຫາວົງສະນັ່ນ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີຫົວໜ້າ-ຮອງຫົວໜ້າຫ້ອງການ, ຫົວໜ້າ-ຮອງຫົວໜ້າກອງບັນຊາການ ປກຊ-ປກສ, ພ້ອມດ້ວຍຫົວໜ້າໜ່ວຍງານຫ້ອງການສະພາປະຊາຊົນເມືອງຫົງສາເຂົ້າຮ່ວມ.

ກອງປະຊຸມດັ່ງກ່າວ ໄດ້ຮັບຟັງການລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການປະຈຳປີ 2027 ຂອງຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທໍາ, ການລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຂອງອົງການໄອຍະການປະຊາຊົນແຂວງ, ການລາຍງານການເຄື່ອນໄຫວວຽກງານ ປະຈໍາປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຂອງສານປະຊາຊົນແຂວງ, ການລາຍງານກ່ຽວກັບຄວາມຄືບໜ້າໃນການສ້າງຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການ ປົກຄອງແຂວງ ວ່າດ້ວຍການຄຸ້ມຄອງທາງຫຼວງແຫ່ງຊາດ ແລະ ທາງຫຼວງທ້ອງຖິ່ນ, ການລາຍງານກ່ຽວກັບຄວາມຄືບໜ້າໃນການສ້າງຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການ ປົກຄອງແຂວງ ວ່າດ້ວຍການຄຸ້ມຄອງພື້ນຖານໂຄງລ່າງໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າໃນການສ້າງຮ່າງຂໍ້ຕົກລົງຂອງປະທານຄະນະກຳມະການ ປົກຄອງແຂວງ ວ່າດ້ວຍການກຳນົດເຂດປະເມີນລາຄາທີ່ດິນ ແລະ ສິ່ງປຸກສ້າງ, ຈາກນັ້ນ ປະທານກອງປະຊຸມມີຄໍາເຫັນເຈາະຈີ້ມ ຕໍ່ຮ່າງບົດສະຫຼຸບການ ເຄື່ອນໄຫວວຽກງານ ປະຈຳປີ 2026 ແລະ ທິດທາງແຜນການ ປະຈໍາປີ 2027 ຂອງຄະນະກໍາມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທຳ ໂດຍໄດ້ຍົກໃຫ້ເຫັນດ້ານດີ, ດ້ານອ່ອນ ແລະ ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານຜ່ານມາ.

ໃນຕອນທ້າຍກໍ່ໄດ້ຮັບຟັງການມີຄໍາຄິດເຫັນ ແລະ ໂອ້ລົມຂອງທ່ານ ກາວີ ເກດດົມລິ ປະທານຄະນະກຳມະການ ປກຊ-ປກສ, ກົດໝາຍ ແລະ ຍຸຕິທໍາຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa