ເລຂາພັກແຂວງໄຊຍະບູລີ ລົງຊຸກຍູ້ຕິດຕາມການກໍ່ສ້າງພະເຈົ້າໃຫຍ່ໄຊຊົມພູ ມິ່ງເມືອງປາກລາຍ ແລະ ກະກຽມບຸນມະຫາກະຖິນສາມັກຄີ

ໃນວັນທີ 16 ພະຈິກ 2026 ນີ້, ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳເມືອງປາກລາຍ ແລະ ຄະນະຮັບຜິດຊອບໂຄງການກໍ່ສ້າງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າຂອງການກໍ່ສ້າງ “ພະເຈົ້າໃຫຍ່ໄຊຊົມພູ ມິ່ງເມືອງປາກລາຍ” ຢູ່ທີ່ວັດສີສະອາດຊົມພູ, ເມືອງປາກລາຍ, ແຂວງໄຊຍະບູລີ.

ການລົງເຄື່ອນໄຫວໃນຄັ້ງນີ້ ແມ່ນເພື່ອກວດກາເບິ່ງສະພາບຕົວຈິງຂອງໜ້າວຽກການກໍ່ສ້າງ, ຮັບຟັງການລາຍງານຄວາມຄືບໜ້າ ແລະ ຂໍ້ສະດວກ-ຂໍ້ຫຍຸ້ງຍາກຈາກຄະນະຮັບຜິດຊອບ. ພ້ອມດຽວກັນນັ້ນ, ຍັງເປັນການຕິດພັນໂດຍກົງກັບວຽກງານການກະກຽມຄວາມພ້ອມຮອບດ້ານໃຫ້ແກ່ການຈັດງານ ບຸນມະຫາກະຖິນສາມັກຄີ ເພື່ອສົມທົບທຶນສ້າງພະເຈົ້າໃຫຍ່ໄຊຊົມພູ ມິ່ງເມືອງປາກລາຍ ທີ່ຈະໄດ້ຈັດຂຶ້ນຢ່າງເປັນທາງການຢູ່ທີ່ວັດສີສະອາດຊົມພູ ໃນລະຫວ່າງວັນທີ 19 – 20 ພະຈິກ 2026 ທີ່ຈະມາເຖິງນີ້.

ໃນໂອກາດດັ່ງກ່າວ, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ສະແດງຄວາມຊົມເຊີຍຕໍ່ຄະນະນຳເມືອງ, ຄະນະຮັບຜິດຊອບ ແລະ ພໍ່ແມ່ປະຊາຊົນຊາວເມືອງປາກລາຍ ທີ່ໄດ້ພ້ອມໃຈກັນປະກອບສ່ວນທັງກຳລັງກາຍ, ກຳລັງຊັບ ແລະ ສະຕິປັນຍາ ເຂົ້າໃນການກໍ່ສ້າງປູຊະນີຍະສະຖານອັນສຳຄັນນີ້ ໃຫ້ມີຄວາມຄືບໜ້າໄປດ້ວຍດີ. ທ່ານຍັງໄດ້ເນັ້ນໜັກໃຫ້ຄະນະຮັບຜິດຊອບ ສືບຕໍ່ເອົາໃຈໃສ່ຕິດຕາມການກໍ່ສ້າງໃຫ້ຮັບປະກັນທາງດ້ານເຕັກນິກ, ຄວາມສວຍງາມຖືກຕ້ອງຕາມຮີດຄອງປະເພນີ ແລະ ວັດທະນະທຳອັນດີງາມຂອງຊາດ, ພ້ອມທັງກະກຽມຄວາມພ້ອມໃນທຸກໆດ້ານ ເພື່ອໃຫ້ການຈັດງານບຸນມະຫາກະຖິນສາມັກຄີໃນຄັ້ງນີ້ ດຳເນີນໄປດ້ວຍບັນຍາກາດທີ່ເບີກບານມ່ວນຊື່ນ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້.

ພະເຈົ້າໃຫຍ່ໄຊຊົມພູ ມິ່ງເມືອງປາກລາຍ ຖືເປັນສູນລວມຈິດໃຈ ແລະ ເປັນສັນຍະລັກທາງດ້ານວັດທະນະທຳ-ພຸດທະສາສະໜາທີ່ສຳຄັນຂອງຊາວເມືອງປາກລາຍ ກໍຄືຊາວແຂວງໄຊຍະບູລີ ເຊິ່ງເມື່ອສ້າງສຳເລັດແລ້ວ ຈະກາຍເປັນແຫຼ່ງທ່ອງທ່ຽວທາງວັດທະນະທຳທີ່ສຳຄັນອີກແຫ່ງໜຶ່ງຂອງແຂວງ. ໂອກາດດຽວກັນນີ້ ທ່ານ ເພັງນິລັນ ຄຳພັນເພັງ ເລຂາຄະນະບໍລິຫານງານພັກແຂວງໄຊຍະບູລີ ພ້ອມດ້ວຍຄະນະນຳຂອງແຂວງ ແລະ ເມືອງ ໄດ້ລົງເຄື່ອນໄຫວຊຸກຍູ້ ແລະ ຕິດຕາມຄວາມຄືບໜ້າໂຄງການກໍ່ສ້າງເສັ້ນທາງເວັ້ນຕົວເມືອງປາກລາຍ. ໂດຍມີ ທ່ານ ສົມແພງ ປັນຍາທິລາດ ຜູ້ຕາງໜ້າຈາກ ບໍລິສັດ ປັນຍາທິລາດ (ຜູ້ຮັບເໝົາກໍ່ສ້າງ) ພ້ອມດ້ວຍທີມງານວິຊາການ ໃຫ້ການຕ້ອນຮັບ ແລະ ນຳສະເໜີສະພາບການຈັດຕັ້ງປະຕິບັດໂຄງການຕົວຈິງ.

ໃນການລົງກວດກາຄັ້ງນີ້, ທ່ານ ເພັງນິລັນ ຄຳພັນເພັງ ໄດ້ຮັບຟັງການລາຍງານກ່ຽວກັບຄວາມຄືບໜ້າຂອງໜ້າວຽກຕ່າງໆ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນຂະບວນການກໍ່ສ້າງ. ພ້ອມດຽວກັນນັ້ນ, ທ່ານໄດ້ເນັ້ນໜັກໃຫ້ບໍລິສັດຜູ້ຮັບເໝົາເອົາໃຈໃສ່ຍົກສູງຄວາມຮັບຜິດຊອບ, ຮັບປະກັນມາດຕະຖານດ້ານເຕັກນິກ, ຄວາມປອດໄພໃນການກໍ່ສ້າງ ແລະ ເລັ່ງລັດການຈັດຕັ້ງປະຕິບັດໃຫ້ສຳເລັດຕາມກຳນົດເວລາ ເພື່ອໃຫ້ເສັ້ນທາງດັ່ງກ່າວສາມາດເປີດນຳໃຊ້ໃນການອຳນວຍຄວາມສະດວກດ້ານການສັນຈອນ, ການຂົນສົ່ງສິນຄ້າ ແລະ ຫຼຸດຜ່ອນຄວາມແອອັດໃນເຂດຕົວເມືອງປາກລາຍ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa