


ວັນສັກຢາກັນພະຍາດສັດແຫ່ງຊາດແລະ ວັນເປີດຂະບວນການຜະລິດລະດູແລ້ງ ສົກປີ 2026-2027 ຂື້ນໃນວັນທີ 13 ພະຈິກ 2026 ຢູທີ່ຫ້ອງປະຊຸມບ້ານສົມສະຫວັນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳພັນ ຄຳພູບົວ ຮອງປະທານຄະນະກຳມະການປົກຄອງເມືອງ, ມີບັນດາການນຳຂອງເມືອງ, ພະນັກງານຈານພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງຫົວໜ້າຮອງຫົວໜ້າຫ້ອງການ, ກົມກອງ, ຕາແສງ,ອົງການປົກຄອງບ້ານ, ພະນັກງານ, ທະຫານ, ຕໍ່າຫຼວດ, ນັກທຸລະກິດ, ສະມາຄົມ, ກຸ່ມຜູ້ຊົມໃຊ້ນໍ້າ ຕະຫຼອດເຖິງຊາວກະສິກອນເຂົ້າຮ່ວມ ໃນພິທີ, ທ່ານ ສົມກຽດ ແພງລື ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງພຽງ ໄດ້ຂຶ້ນຜ່ານບົດລາຍງານການຈັດຕັ້ງປະຕິບັດວຽກງານການຜະລິດກະສິກຳ, ການລ້ຽງສັດ ແລະ ຊົນລະປະທານ ໃນສົກປີ 2025-2026 ທີ່ຜ່ານມາ ເຊິ່ງການປູກຝັງລະດູແລ້ງ ທົ່ວເມືອງສາມາດປະຕິບັດການຜະລິດພືດໄດ້ທັງໝົດ 2 ພັນກວ່າເຮັກຕາ, ລວມຜົນຜະລິດໄດ້ທັງໝົດ 28 ພັນກວ່າໂຕນ ໃນນີ້ ການປູກເຂົ້ານາແຊງ (ຮອບ 2) ປະຕິບັດໄດ້ 800 ກວ່າເຮັກຕາ ຜົນຜະລິດໄດ້ 3,700 ກວ່າໂຕນ ການປູກພືດສະບຽງອາຫານ ແລະ ພືດເປັນສິນຄ້າເປັນຕົ້ນແມ່ນ ສາລີຫວານ, ໝາກຖົ່ວເຫຼືອງ, ໝາກໂມ, ໝາກແຕງ ແລະ ພືດຜັກຕ່າງໆ) ປະຕິບັດໄດ້ 1,500 ກວ່າເຮັກຕາ ຜົນຜະລິດໄດ້ 25 ພັນກວ່າໂຕນ ດ້ານການລ້ຽງສັດ ແລະ ສັດຕະວະແພດ ທົ່ວເມືອງມີສັດລ້ຽງທັງໝົດ 1 ລ້ານກວ່າໂຕເປັນຕົ້ນແມ່ນ ຄວາຍ, ງົວ, ໝູ, ແບ້, ສັດປີກ ແລະ ອື່ນໆ) ແລະ ໄດ້ດຳເນີນການສັກຢາກັນພະຍາດສັດລ້ຽງໄດ້ທັງໝົດ 1 ແສນ 70 ພັນກວ່າໂຕ ດ້ານວຽກງານຊົນລະປະທານ ທົ່ວເມືອງມີລະບົບຊົນລະປະທານທັງໝົດ 270 ກວ່າແຫ່ງ, ສາມາດສະໜອງນໍ້າໃຫ້ແກ່ການຜະລິດໃນລະດູຝົນໄດ້ 4,700 ເຮັກຕາ ກວມ 60 ກວ່າສ່ວນຮ້ອຍ ແລະ ລະດູແລ້ງໄດ້ 1,700 ກວ່າເຮັກຕາ ກວມ 25 ກວ່າສວນຮ່ອຍຂອງເນື້ອທີ່ນາທັງໝົດ ແລະ ທິດທາງແຜນການສູ້ຊົນໃນລະດູແລ້ງ ສົກປີ 2026-2027, ເມືອງພຽງ ໄດ້ວາງຄາດໝາຍການຜະລິດພືດລະດູແລ້ງໃຫ້ໄດ້ທັງໝົດ 2,300 ກວ່າເຮັກຕາ, ແບ່ງເປັນການປູກເຂົ້າ 930 ເຮັກຕາ (ເຂົ້ານາແຊງ 830 ເຮັກຕາ ແລະ ເຂົ້ານາຊອນ 100 ເຮັກຕາ) ແລະ ການປູກພືດສະບຽງອາຫານ-ພືດເປັນສິນຄ້າ 1,400 ກວ່າເຮັກຕາ. ພ້ອມນັ້ນ, ຍັງຈະສຸມໃສ່ສ້ອມແປງ ແລະ ອະນາໄມລະບົບຄອງເໝືອງຊົນລະປະທານ, ສ້າງຄວາມເຂັ້ມແຂງໃຫ້ສະມາຄົມ ແລະ ກຸ່ມຜູ້ຊົມໃຊ້ນໍ້າ ລວມທັງຊຸກຍູ້ການສັກຢາປ້ອງກັນພະຍາດສັດລ້ຽງໃຫ້ໄດ້ 80% ຂອງຝູງສັດໃນເຂດບ້ານແດງ ແລະ ໃນໂອກາດນີ້ ທ່ານ ຄຳພັນ ຄຳພູບົວ ຮອງປະທານຄະນະກຳມະການປົກຄອງເມືອງພຽງ ໄດ້ໃຫ້ກຽດກ່າວເປີດ 3 ວັນກະສິກຳຢ່າງເປັນທາງການພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນສືບຕໍ່ເອົາໃຈໃສ່ແກ້ໄຂຂໍ້ຄົງຄ້າງຕ່າງໆ ເປັນຕົ້ນແມ່ນການຄຸ້ມຄອງສັນຍາການເຊົ່າດິນ ແລະ ການຮັກສາສິ່ງແວດລ້ອມຂອງບັນດາບໍລິສັດຜູ້ລົງທຶນ, ການປຸກລະດົມໃຫ້ປະຊາຊົນຫັນມາລ້ຽງສັດເປັນກຸ່ມ-ເປັນຟາມ ແລະ ຕື່ນຕົວສັກຢາກັນພະຍາດສັດຢ່າງທົ່ວເຖິງ, ເພີ່ມທະວີຄຸ້ມຄອງ ແລະ ບົວລະບັດຮັກສາລະບົບຊົນລະປະທານໃຫ້ມີປະສິດທິພາບ ເພື່ອຮັບປະກັນໃຫ້ແກ່ການຜະລິດລະດູແລ້ງ ສົກປີ 2026-2027 ບັນລຸຕາມຄາດໝາຍທີ່ວາງໄວ້ ແລະ ຕອນທ້າຍຂອງພິທີ, ຍັງໄດ້ມີການ ຮ່ວມກິດຈະກຳສາທິດການສັກຢາກັນພະຍາດສັດ, ເຕັກນິກການເຮັດນາວ່ານ ເພື່ອກະກຽມການຜະລິດລະດູແລ້ງຢ່າງເປັນຂະບວນຟົດຟື້ນ.