ເມືອງຫົງສາ ແຂວງໄຊຍະບູລີ ສໍາເລັດຊຸດຝືກອົບຮົມ ກົດໝາຍ 45 ວັນ.

ໃນຕອນເຊົ້າຂອງ ວັນທີ 13 ພະຈິກ 2026 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ສໍາເລັດຊຸດຝືກອົບຮົມ ກົດໝາຍ 45 ວັນ ຊຸດທີ IV ໃຫ້ພະນັກງານນໍາພາ-ຄຸ້ມຄອງທີ່ເປັນຫຼັກແຫຼ່ງຂອງເມືອງຢ່າງເປັນທາງການ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍເປັນປະທານຂອງ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ປະທານຄະນະກຳມະການປົກຄອງເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ – ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ຄະນະກໍາມະການປົກຄອງຕາແສງ, ຕະຫຼອດຮອດຄູຝຶກ ແລະ ນັກຝຶກອົບຮົມເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ທ່ານສົມເພັດ ສີສັງວອນ ຮັກສາການຫົວໜ້າຫ້ອງການຍຸຕິທໍາ ເມືອງຫົງສາ ໄດ້ຂື້ນຜ່ານ ບົດລາຍງານການຈັດຕັ້ງປະຕິບັດວຽກງານ ການຮຽນການສອນກົໝາຍ 45 ວັນ ຊຸດທີ IV ຂອງເມືອງ, ໂດຍໄດ້ເລີ່ມເປີດການຮຽນ-ການສອນມາແຕ່ຕົ້ນເດືອນ ກັນຍາ 2026, ມາຮອດປະຈຸບັນແມ່ນສໍາເລັດຕາມລະດັບຄາດໝາຍ, ເຊີ່ງມີວິຊາຮຽນທັງໝົດ 32 ວິຊາ, ມີ 22,5 ໜ່ວຍກິດ, 360 ຊົ່ວໂມງ, ໃຊ້ເວລາທັງໝົດ 45 ວັນ, ບໍ່ນັບວັນເສົາອາທິດ, ສະເລ່ຍສອນວັນລະ 8 ຊົ່ວໂມງ ນອກຈາກວິຊາຕາມຫຼັກສູດຂອງກະຊວງຍຸຕິທໍາກໍານົດແລ້ວ ຍັງມີວິຊາແນວທາງຂອງພັກທີ່ສໍາຄັນອີກ 2 ວິຊາ ແລະ ວິຊາກົດໝາຍ 1 ວິຊາ ລວມທັງໝົດ 35 ວິຊາ, ມີນັກສຳມະນາກອນເຂົ້າຮຽນທັງໝົດ 29 ທ່ານ, ຍີງ 11 ທ່ານ, ຜ່ານການຮຽນ – ການສອນແມ່ນໄດ້ປະຕິບັດຕາມທິດຊີ້ນໍາຂອງກະຊວງຍຸຕິທໍາ ແລະ ສະຖາບັນຍຸຕິທໍາແຫ່ງຊາດ, ທ່ານ ບຸນປອນ ມະຫາວົງສະນັ່ນ ຮອງຫົວໜ້າຫ້ອງການຍຸຕິທໍາເມືອງ ໄດ້ຂຶ້ນຜ່ານ ຂໍ້ຕົກລົງ ຂອງຫົວໜ້າສະຖາບັນຍຸຕິທຳແຫ່ງຊາດ ວ່າດ້ວຍການມອບໃບຢັ້ງຢືນ ແລະ ຜ່ານຂໍ້ຕົກລົງຂອງຄະນະກຳມະການປົກຄອງເມືອງ ວ່າດ້ວຍການມອບໃບຍ້ອງຍໍ ແລະ ໃບຊົມເຊີຍໃຫ້ນັກສໍາມະນາກອນ, ພິທີດັ່ງກ່າວ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງ ປະທານພິທີ ໄດ້ໃຫ້ກຽດມອບໃບຢັ້ງຢືນໃຫ້ນັກສຳມະນາກອນ ຢ່າງເປັນທາງການ ແລະ ໃຫ້ກຽດມອບໃບຍ້ອງຍໍໃຫ້ແກ່ນັກຮຽນດີເດັ່ນຈຳນວນ 22 ທ່ານ; ຈາກນັ້ນ ທ່ານ ນ. ແສງຫຼ້າ ມະຫາວົງສະນັ່ນ ຮອງປະທານຄະນະກຳມະການປົກຄອງເມືອງ ໃຫ້ກຽດມອບໃບຊົມເຊີຍນັກຮຽນດີຈຳນວນ 7 ທ່ານ ຕື່ມອີກ.

ໃນຕອນທ້າຍພິທີ, ທ່ານ ແຫຼ້ ອ່ອນສົມບູນ ປະທານ ພິທີ ໄດ້ໃຫ້ກຽດມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳອັນລ້ຳຄ່າແກ່ນັກສໍາມະນາກອນທີ່ຈົບຫຼັກສູດ. ທ່ານໄດ້ເນັ້ນໜັກໃຫ້ນັກຮຽນທຸກຄົນນຳເອົາຄວາມຮູ້, ຫຼັກການ ແລະ ລະບຽບກົດໝາຍທີ່ໄດ້ຮຽນມາຕະຫຼອດ 45 ວັນ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງຢູ່ຕາມຂົງເຂດວຽກງານ, ຫ້ອງການ ແລະ ທ້ອງຖິ່ນຮາກຖານຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ຍຸຕິທຳ, ໂປ່ງໃສ ແລະ ຖືກຕ້ອງຕາມລະບຽບກົດໝາຍຂອງລັດ; ສິ່ງສໍາຄັນທີ່ສຸດແມ່ນການກໍາອໍານາດຂອງພັກຕ້ອງກໍາອໍານາດຢ່າງເດັດຂາດຕາມກົດໝາຍ ເພື່ອເປັນຄັນທຸງ ແລະ ແກນນໍາໃນການນໍາພາພັດທະນາປະເທດຊາດ ຮັບປະກັນໄດ້ໝາກຜົນຂອງການປະຕິວັດຢ່າງຢືນຢົງ ຍາວນານ ເພື່ອກ້າວໄປຕາມທິດສ້າງລັດທີ່ປົກຄອງດ້ວຍກົດໝາຍທີ່ໜັກແໜ້ນ, ໝັ້ນຄົງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa