


ວັນທີ 13 ພະຈິກ 2026 ນີ້ ເມືອງໄຊສະຖານໄດ້ສໍາເລັດກອງປະຊຸມສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ປີ 2026-20230 ລົງຢ່າງເປັນທາງການ ພາຍຫຼັງທີ່ໄດ້ມີການດໍາເນີນມາເປັນເວລາ 1 ວັນເຄິ່ງ ໂດຍການໃຫ້ກຽດເປັນປະທານຂອງ ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ, ເລຂາ, ຮອງເລຂາ, ຄະນະບໍລິຫານງານພັກຮາກຖານ ຕາແສງ ແລະ ຄະນະຫ້ອງການ ເຂົ້າຮ່ວມ.
ກອງປະຊຸມໃນຄັ້ງນີ້ໄດ້ຮັບຟັງມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 649/ຄຈຂ.ຊຍ, ລົງວັນທີ 9 ພະຈິກ 2026 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບ ລົງສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງ ປີ 2026-2030, ເຊື່ອມຊືມມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກໍານົດ ພະນັກງານນໍາພາ-ຄຸ້ມຄອງ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 557/ຄຈສພ ລົງວັນທີ 21 ສິງຫາ 2026 ກ່ຽວກັບການຈັດຕັ້ງປະຕິບັດ ມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍວຽກງານສ້າງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ພ້ອມນີ້ສະຫາຍ ພອນສະຫວັນ ໄຊສົມພັນ ກໍາມະການປະຈໍາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານມາດຕະຖານລວມ, ມາດຕະຖານສະເພາະຂອງຄະນະບໍລິຫານງານພັກເມືອງ, ກໍາມະການປະຈໍາພັກເມືອງ, ເລຂາ-ຮອງເລຂາພັກເມືອງ, ປະທານ-ຮອງປະທານຄະນະກໍາມະການປົກຄອງເມືອງ ແລະ ສະມາຊິກພາປະຊາຊົນແຂວ, ແນະນໍາການລົງຄະແນນສຽງ ພ້ອມທັງໄດ້ດຳເນີນການທາບທາມແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂັ້ນແຂວງຄຸ້ມຄອງຕີ່ມອີກ.
ທັງນີ້ກໍ່ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດ ທັງເປັນການປະເມີນ, ຄັດເລືອກ ແລະ ຢັ້ງຢືນໂຄງປະກອບບຸກຄະລາກອນ ທີ່ມີມາດຖານເງື່ອນໄຂຄົບຖ້ວນ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຮູ້ຄວາມສາມາດ ແລະ ມີຄວາມຫ້າວຫັນ ເພື່ອວາງແຜນກໍ່ສ້າງ ແລະ ຈັດວາງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ໃນການສືບທອດປ່ຽນແທນໜ້າທີ່ວຽກງານໃນສະເພາະໜ້າ ແລະ ຍາວນານ ໂດຍເລັ່ງໃສ່ສ້າງຖັນແຖວພະນັກງານນຳພາ-ຄຸ້ມຄອງໃຫ້ມີຄວາມເຂັ້ມແຂງ, ມີຄວາມຮູ້ຄວາມສາມາດຢ່າງຮອບດ້ານ ເພື່ອນຳພາ-ຊີ້ນຳ ເມືອງໄຊສະຖານ ໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.