


ເພື່ອເປັນການຊຸກຍູ້ສົ່ງເສີມມູນເຊື້ອ ແລະ ອານຸລັກຮັກສາ ສືບສານປະເພນີອັນດີງາມຂອງຊາດ-ຂອງທ້ອງຖີ່ນ, ທັງເປັນການໂຄສະນາສົ່ງເສີມການທ່ອງທ່ຽວ ທາງດ້ານວັດທະນະທຳ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າ ຕໍ່ຊາວໂລກໄດ້ຮັບຮູ້, ທັງການດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວຊົມເມືອງເງິນ ແລະ ເປັນການເສີມສ້າງ ສາຍສຳພັນ ໄມຕີຈິດ ມິດຕະພາບອັນດີງາມ ເພື່ອເປັນການຫັດແໜ້ນຄວາມມັກຄີ ເປັນປຶກແຜນ ຂອງປະຊາຊົນບັນດາເຜົ່າ , ທັງເປັນການເປີດໂອກາດໃຫ້ບັນດານັກທຸລະກິດຜູ້ປະກອບການ ຊາວຄ້າຂາຍ ໄດ້ມີໂອກາດພົບປະແລກປ່ຽນບົດຮຽນທາງດ້ານການຄ້າ – ຂາຍ, ເພື່ອແນ່ໃສ່ກະຕຸກຊຸກຍູ້ ແລະ ຟື້ນຟູ ບູລະນະ ພາກເສດຖະກິດ, ການບໍລິການ ແລະ ການທອ່ງທ່ຽວ ໃຫ້ມີບັນຍາກາດຟົດຟື້ນກວ້າງຂວາງ ແລະ ມີການພັດທະນາ ນັບມື້ນັບດີຂື້ນເປັນກ້າວໆ. ມາໃນວັນທີ 14 ພະຈິກ 2026 ນີ້ ຢູທີ່ ອ່າງເກັບນໍ້າຫ້ວຍນານ້ອຍ ເມືອງເງິນ ແຂວງໄຊຍະບູລີ ໄດ້ຈັດງານ ແຂ່ງຂັນເຮືອຊ່ວງ ປະຈໍາປີ 2026 ຂອງຊາວເມືອງເງິນ, ໃນວັນສ້າງຕັ້ງເມືອງເງິນ ຄົບຮອບ 34 ປີ(14 ພະຈິກ 1992-14 ພະຈິກ 2026) ຂື້ນຢ່າງເປັນທາງການ. ເປັນກຽດເຂົ້າຮ່ວມຂອງ ທ່ານ ດຣ ນາງ ໄກຍະສອນ ສີດາ ກໍາມະການປະຈໍາພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ຜູ້ຊີ້ນໍາເມືອງເງິນ, ມີທ່ານ ທອງພັນ ສຸກສະຫວັດ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ປະທານຈັດງານ ແຂ່ງຂັນເຮືອຊ່ວງ ປະຈໍາປີ 2026, ມີການ ນໍາ ຂອງແຂວງ-ເມືອງ, ພະແນກການຂອງແຂວງ, ຕ່າງແຂວງ, ຄະນະບໍລິຫານງານບໍລິສັດໄຟຟ້າຫົງສາ ຈຳກັດ, ບັນດາທ່ານເຈົ້າເມືອງ, ຮອງເຈົ້າເມືອງ ພາຍໃນແຂວງ, ຕ່າງແຂວງ, ອາດີດການນຳຂອງເມືອງ, ບັນດາແຂກພາຍໃນ ແລະ ຕ່າງປະເທດ, ຫົວໜ້າຫ້ອງການ, ອົງການ, ກົມກອງ, ນາຍບ້ານໃນທົ່ວເມືອງ ນັກທຸລະກິດຜູ້ປະກອບການ, ນັກສີພາຍ ແລະ ມວນຊົນທັງພາຍໃນ ຕ່າງປະເທດ ເຂົ້າຮ່ວມຢ່າງຄັບຄາໜາແໜ້ນ.
ການຈັດງານແຂ່ງຂັນຊ່ວງເຮືອໃນປີນີ້ ມີເຮືອເຂົ້າຮ່ວມແຂ່ງຂັນທັງໝົດ 17 ລໍາເຊີ່ງມາຈາກ 8 ບ້ານ 1 ຕາແສງ ໃນນີ້ມີ ເຮືອ ເພດຊາຍ 9 ທີມ, ເພດຍິງ 8 ທີມ. ແບ່ງອອກເປັນ 2 ສາຍ ໃຊ້ເວລາ ແຂ່ງຂັນ 1 ວັນ. ພາຍໃນງານ ມີຮ້ານວາງສະແດງສີນຄ້າໂອດ໋ອບຂອງເມືອງເງິນ-ເມືອງອ້ອມຂ້າງ, ຜະລິດຕະພັນຫັດຖະກຳແຜ່ນແຜ-ຜົນຜະລິດກະສິກຳຂອງປະຊາຊົນບັນດາເຜົ່າ , ງານຕະຫລາດນັດ, ມີການສະແດງສີລະປະ-ວັນນະຄະດີ, ປະກວດອາຫານພື້ນບ້ານ ແລະ ປະກວດເຮືອງາມ ສຳລັບ ຜົນການແຂ່ງຂັນ ອັນດັບທີ 1 ເຮືອ ເພດຊາຍ ແມ່ນ ເຮືອ ບ້ານນາງົວ ໄດ້ຮັບຂັນເງິນຂອງທ່ານເຈົ້າເມືອງ 1 ໜ່ວຍ, ເງິນສົດ 10.500.000 ກີບ, ອັນດັບທີ 1 ເຮືອ ເພດຍິງ ແມ່ນ ເຮືອ ບ້ານ ນາງົວ ໄດ້ຮັບຂັນເງິນ ຂອງທ່ານເຈົ້າເມືອງ 1 ໜ່ວຍ ເງິນສົດ 10.500.000 ກີບ , ທີ 2 ເພດຊາຍ ບ້ານຂອນ ໄດ້ຮັບ ເງິນສົດ 9.500.000 ກີບ , ທີ 2 ເພດຍິງ ແມ່ນ ເຮືອບ້ານ ເພຍງາມ ໄດ້ຮັບ ເງິນສົດ 9.500.000 ກີບ, ທີ 3 ເພດຊາຍ ແມ່ນເຮືອ ບ້ານນ້ຳເງິນ ໄດ້ຮັບ ເງິນສົດ 8.500.000 ກີບ ແລະ ອັນດັບທີ 3 (ຮ່ວມກັນ) ເພດຍິງ ແມ່ນເຮືອ ບ້ານ ນ້ຳເງິນ ແລະເຮືອບ້ານຂອນ ໄດ້ຮັບເງິນສົດ 8.000.000 ກີບ ຜົນການປະກວດອາຫານພື້ນບ້ານ ມີທັງໜົດ 10 ບ້ານເຂົ້າຮ່ວມແຂ່ງຂັນ, ທີ 1 ແມ່ນ ບ້ານຫລວງມີໄຊ, ທີ 2 ບ້ານ ນ້ຳເງິນ ແລະ ທີ 3 ຕາແສງ ສາມັກຄີໄຊ. ຜົນການປະກວດເຮືອງາມ ມີ 8 ບ້ານ ແລະ 1 ຕາແສງສາມັກຄີໄຊ ອັນດັບທີ່ 1: ເຮືອງາມຈາກບ້ານຫຼວງມີໄຊ, ທີ 2 ເຮືອບ້ານຂອນ ແລະ ທີ 3 ເຮືອບ້ານບີໜີ.