

ໃນວັນທີ 12 ພະຈິກ 2026 ຜ່ານມານີ້, ຢູ່ທີ່ຫ້ອງປະຊຸມຊັ້ນ 03 ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດພິທີເຊັນສັນຍາຮ່ວມມື ເພື່ອສ້າງຕັ້ງສາຂາບໍລິສັດຮັກສາຄວາມປອດໄພ ລະຫວ່າງ ບໍລິສັດ ໄຊເສດຖາບໍລິການຄວາມປອດໄພ ຈຳກັດຜູ້ດຽວ ແລະ ກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ພົຈວ ຄຳສິນ ຜີວວັນນາ ຫົວໜ້າກອງບັນຊາການ ປກສ ແຂວງ ໄຊຍະບູລີ ພ້ອມດ້ວຍ ຄະນະພັກ-ຄະນະບັນຊາ, ຄະນະບໍລິຫານຂອງບໍລິສັດ ເຂົ້າຮ່ວມ.
ໃນພິທີ ທ່ານ ບົວສະແຫວງ ມະນີຄົງ ທີ່ປືກສາບໍລິສັດ ໄດ້ຂື້ນຜ່ານບົດບັນທືກສັນຍາ ລະຫວ່າງ ບໍລິສັດ ໄຊເສດຖາ ບໍລິການຄວາມປອດໄພ ຈຳກັດຜູ້ດຽວ ແລະ ກອງບັນຊາການ ປກສ ແຂວງໄຊຍະບູລີ ຈາກນັ້ງທັງສອງຝາຍກໍ່ໄດ້ລົງນາມໃນສັນຍາ ຕາງໜ້າລົງນາມໃນສັນຍາຄັ້ງນີ້ ຝ່າຍບໍລິສັດ ແມ່ນ ທ່ານ ບົວສະແຫວງ ມະນີຄົງ ທີ່ປືກສາ ບໍລິສັດ ໄຊເສດຖາ ບໍລິການຄວາມປອດໄພ ຈຳກັດຜູ້ດຽວ ແລະ ຝ່າຍກອງບັນຊາການ ແມ່ນ ທ່ານ ພັອ ບຸນທ່ຽງ ພັນດີ ຮອງກອງບັນຊາການ ປກສ ແຂວງໄຊຍະບູລີ ໂດຍຊ້ອງທ່ານ ພົຈວ ຄຳສິນ ຜີວວັນນາ ຫົວໜ້າກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະພັກ-ຄະນະບັນຊາ, ພະນັກງານວິຊາການຂອງທັງສອງຝ່າຍ ເຂົ້າຮ່ວມເປັນສັກຂີພິຍານ.
ຈຸດປະສົງຂອງການຮ່ວມມືໃນຄັ້ງນີ້ ແມ່ນເພື່ອຂະຫຍາຍຕາໜ່າງການບໍລິການດ້ານການຮັກສາຄວາມປອດໄພແບບຄົບວົງຈອນ ໃຫ້ແກ່ບັນດາຫົວໜ່ວຍທຸລະກິດ, ໂຄງການລົງທຶນ, ທະນາຄານ, ໂຮງຈັກໂຮງງານ ແລະ ອົງການຈັດຕັ້ງຕ່າງໆ ພາຍໃນແຂວງ ນອກຈາກນີ້, ການສ້າງຕັ້ງສາຂາດັ່ງກ່າວ ຍັງເປັນການປະກອບສ່ວນສຳຄັນເຂົ້າໃນການສ້າງວຽກເຮັດງານທຳໃຫ້ແກ່ແຮງງານທ້ອງຖິ່ນ ແລະ ຊ່ວຍແບ່ງເບົາພາລະຂອງເຈົ້າໜ້າທີ່ໃນການຮັກສາຄວາມສະຫງົບປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ.