ອົງການໄອຍະການປະຊາຊົນແຂວງໄຊຍະບູລີ ປາຖະກາຖາວັນສ້າງຕັ້ງອົງການໄອຍະການປະຊາຊົນຄົບຮອບ 35 ປີ.

ພິທີປາຖະກະຖາ ແລະ ຫວນຄືນມູນເຊື້ອວັນສ້າງຕັ້ງອົງການໄອຍະການປະຊາຊົນ ຄົບຮອບ 35 ປີ ຄື: ວັນທີ 9 ມັງກອນ ປີ 1990 – 9 ມັງກອນ 2025 ໄດ້ຈັດຂຶ້ນໃນຕອນເຊົ້າ ຂອງວັນທີ 20 ມັງກອນ 2025 ນີ້ ທີ່ຫໍປະຊຸມຂອງ ແຂວງໄຊຍະບູລີ, ໂດຍໃຫ້ກຽດຂຶ້ນປາຖະກາຖາ ຂອງທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີຫົວໜ້າ,ຮອງຫົວໜ້າພະແນກການ,ກົມກອງ,ກໍາລັງປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ, ພະນັກງານຫຼັກແຫຼ່ງຂອງແຂວງໄຊຍະບູລີ ເຂົ້າຮ່ວມ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ ປະທານສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ກ່າວວ່າ: ນັບແຕ່ປີ 1990 ເປັນຕົ້ນມາ ອົງການໄອຍະການປະຊາຊົນແມ່ນໄດ້ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນວຽກງານໜຶ່ງທີ່ສໍາຄັນໃນການປະກອບສ່ວນເຂົ້າໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ເພື່ອປົກປັກຮັກສາຜົນປະໂຫຍດຂອງລັດ,ສັງຄົມ,ສິດ ແລະ ຜົນປະໂຫຍດອັນຊອບທໍາຂອງພົນລະເມືອງລາວ, ຮັບປະກັນໃຫ້ແກ່ສັງຄົມໃຫ້ມີຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍ ແລະ ຍຸຕິທໍາ ຕະຫຼອດໄລຍະຜ່ານມາຄະນະພັກ-ຄະນະນໍາອົງການໄອຍະການປະຊາຊົນແຕ່ຂັ້ນສູງກາງລົງຮອດທ້ອງຖິ່ນໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະກ້າວໃນການເຄື່ອນໄຫວຂອງອົງການໄອຍະການປະຊາຊົນແຕ່ລະຂັ້ນໃຫ້ສອດຄ່ອງກັບລັດທະທໍາມະນູນ ແລະ ກົດໝາຍວ່າດ້ວຍອົງການໄອຍະການປະຊາຊົນ ພ້ອມກັນນັ້ນກໍໄດ້ອອກນິຕິກໍາກ່ຽວກັບການຈັດຕັ້ງ ແລະ ການເຄື່ອນໄຫວຂອງບັນດາກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການປະຊາຊົນພາກ, ແຂວງ ແລະ ນະຄອນຫຼວງ ເຫັນວ່າ ກົງຈັກການຈັດຕັ້ງທຸກຂັ້ນໄດ້ຮັບການບູລະນະຢ່າງເປັນລະບົບມີປະສິດທິພາບ ແລະ ເຂັ້ມແຂງ ສາມາດຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ ໃນການຕິດຕາມກວດກາການປະຕິບັດກົດໝາຍ ແລະ ຄໍາສັ່ງຟ້ອງ ຜູ້ຖືກຫາຂັ້ນສານຕາມກົດໝາຍໄດ້ຮັບການ ຍົກສູງຄຸນນະພາບເປັນກ້າວໆ.

………………..

ພາບ-ຂ່າວ: ຄະນະໂຄສະນາອົບຮົມແຂວງໄຊຍະບູລີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa