ເມືອງແກ່ນທ້າວ ແຂວງໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດທົ່ວເມືອງ ຄັ້ງທີ VIII.

ກອງປະຊຸມໃຫຍ່ ຜູ້ແທນແນວລາວສ້າງຊາດ ທົ່ວເມືອງແກ່ນທ້າວ ແຂວງໄຊຍະບູລີ ຄັ້ງທີ VIII ໄດ້ໄຂຂຶ້ນໃນວັນທີ 25 ກຸມພາ 2025 ນີ້, ຢຸ່ທີ່ສະໂມສອນຫ້ອງວ່າການເມືອງ. ເປັນກຽດເຂົ້າຮ່ວມຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ, ທ່ານ ຄໍາປຸ່ນ ນວນສະບັບ ເລຂາຄະນະບໍລິຫານງານພັກເມືອງ, ວ່າການເຈົ້າເມືອງແກ່ນທ້າວ, ໂດຍການເປັນປະທານຂອງທ່ານ ສົມຫວັງ ພຸດທະສັກ ກໍາມະການປະຈໍາພັກເມືອງ, ວ່າການປະທານແນວລາວສ້າງຊາດເມືອງ, ມີແຂກຖືກເຊີນ ແລະ ຜູ້ແທນກອງປະຊຸມ ເຂົ້າຮ່ວມ 160 ກວ່າທ່ານ, ພະສົງ 4 ອົງ.

ກອງປະຊຸມໃຫຍ່ ຄັ້ງນີ້, ໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ຂອງຄະນະກຳມະການແນວລາວສ້າງຊາດເມືອງແກ່ນທ້າວ ໃນໄລຍະ 5 ປີຜ່ານມາ, ສັງເກດຕີລາຄາຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ແລະ ຮັບຮອງເອົາທິດທາງແຜນການຕົ້ນຕໍຂອງຄະນະກຳມະການແນວລາວສ້າງຊາດເມືອງແກ່ນທ້າວ 2025-2029 ເຊິ່ງໃນໄລຍະ 5 ປີ ທີ່ຜ່ານມາ ແນວລາວສ້າງຊາດເມືອງ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີ ຂອງແນວລາວອິດສະຫຼະ ແລະ ແນວລາວຮັກຊາດໃນເມື່ອກ່ອນ ສືບຕໍ່ເຮັດໜ້າທີ່ເປັນຄັນທຸງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນເປັນປຶກແຜ່ນແໜ້ນໜາ ສົມທົບກັບອົງການຈັດຕັ້ງພາຄີ, ພາກສ່ວນຕ່າງໆ ໃນສັງຄົມເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຊັ້ນຄົນ ອະນຸລັກຮັກສາຮີດຄອງປະເພນີ ອັນດີງາມຂອງຊາດ, ຂອງທ້ອງຖິ່ນ ພ້ອມທັງປຸກລະດົມກໍາລັງແຮງໃນທົ່ວສັງຄົມ ເຂົ້າຮ່ວມຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ຂະບວນການອື່ນໆ ສາມາດຍາດໄດ້ຜົນງານຫຼາຍດ້ານ. ປະຈຸບັນ ຜ່ານການປະເມີນຜົນຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ປະຕິບັດໄດ້ 47 ບ້ານ ເທົ່າກັບ 100 ສ່ວນຮ້ອຍ, ມີຄອບຄົວທີ່ໄດ້ປະກາດຮັບຮອງເປັນຄອບຄົວສາມັກຄີປອງດອງທັງໝົດ 8,200 ກວ່າຄອບຄົວ ເທົ່າກັບ 95,74 ສ່ວນຮ້ອຍ ຍັງ 360 ກວ່າຄອບຄົວບໍ່ທັນໄດ້ຮັບຮອງ ແລະ ໄດ້ປະກາດຮັບຮອງເມືອງແກ່ນທ້າວ ເປັນເມືອງປະຕິບັດຂະບວນ

ການສ້າງບ້ານ ແລະ ຄອບຄົວສາມັກຄີປອງ ໃນວັນທີ 12 ກໍລະກົດ 2022 ຕາມຂໍ້ຕົກລົງຂອງປະທານສູນກາງແນວລາວສ້ງຊາດ ສະບັບເລກທີ 33/ຄປຈ.ນສຊ ,ລົງວັນທີ 8 ກໍລະກົດ 2022.

ກອງປະຊຸມ ຍັງໄດ້ປຶກສາຫາລື ຢ່າງມີປະຊາທິປະໄຕ ເປັນເອກະພາບກັນຮັບຮອງເອົາການສະເໜີແຕ່ງຕັ້ງປະທານ, ຮອງປະທານ ແລະ ຄະນະກໍາມະການແນວລາວສ້າງຊາດເມືອງ ຊຸດທີ VIII ເຊິ່ງປະກອບດ້ວຍຄະນະກໍາມະການ 91 ທ່ານ, ຍິງ 9 ທ່ານ, ພຣະສົງ 1 ອົງ ທີ່ເປັນຕົວແທນໃຫ້ແກ່ປະຊາຊົນບັນດາຊັ້ນຄົນ, ສາສະໜາ, ເພດ-ໄວ ຢ່າງຄົບຖ້ວນ, ຄົ້ນຄວ້າພິຈາລະນາຮັບຮອງເອົາ ທ່ານ ສົມຫວັງ ພຸດທະສັກ ເປັນປະທານແນວລາວສ້າງຊາດເມືອງ, ທ່ານ ນາງ ຕານ ເກດຕາໄຊ ແລະ ທ່ານ ແກ່ນທອງ ຄໍາອິນ ເປັນຮອງປະທານແນວລາວສ້າງຊາດເມືອງ, ເລືອກເອົາທ່ານ ນາງ ຕານ ເກດຕາໄຊ ເປັນປະທານກວດກາແນວລາວສ້າງຊາດເມືອງ, ທ່ານ ນາງ ຫວານ ຈວງເທວີ ເປັນຮອງປະທານກວດກາແນວລາວສ້າງຊາດເມືອງ ແລະ ທ່ານ ແສງຈັນ ໄຊຍະລາດ ເປັນຄະນະກວດກາແນວລາວສ້າງຊາດເມືອງ. ຕອນທ້າຍກອງປະຊຸມ ຍັງໄດ້ຮັບຟັງການມີຄໍາເຫັນໂອ້ລົມຂອງທ່ານ ຄໍາສີ ແພງສະຫວັນ ກໍາມະການປະຈໍາພັກແຂວງ, ປະທານແນວລາວສ້າງຊາດແຂວງ ຕື່ມອີກ.

………………

ຂ່າວ: ເມືອງແກ່ນທ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa