ເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ v

 

ເມືອງ ທົ່ງມີໄຊ ແຂວງ ໄຊຍະບູລີ ດໍາເນີນກອງປະຊຸມໃຫຍ່ ອົງຄະນະພັກ ຄັ້ງທີ V
…………………….
ກອງປະຊຸມໃຫຍ່ຄັ້ງທີ V ຂອງອົງຄະນະພັກ ເມືອງ ທົ່ງມີໄຊ, ແຂວງ ໄຊຍະບູລີ ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 3 ມີນາ 2025 ນີ້ ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໂດຍການເປັນປະທານຂອງ ສະຫາຍ ສົມດີ ໄຊຍະລາດ ຮັກສາການເລຂາພັກເມືອງ, ເຂົ້າຮ່ວມເປັນກຽດມີ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ ໄຊຍະບູລີ, ມີຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ໜ່ວຍປະຕິບັດງານຂອງແຂວງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ມີພະນັກງານອາວຸໂສບຳນານ, ນັກທຸລະກິດ, ຜູ້ປະກອບການ, ຄອບຄົວຕົວແບບ, ແຂກຮັບເຊີນຈາກເມືອງອ້ອມຂ້າງ, ມີຜູ້ແທນສົມບູນທີ່ມາຈາກຄະນະພັກຮາກຖານ ແລະ ໜ່ວຍພັກທົ່ວເມືອງ 81 ສະຫາຍ, ຍິງ 11 ສະຫາຍ ທີ່ເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ 810 ສະຫາຍ ເຂົ້າຮ່ວມ.
ກອງປະຊຸມສະຫາຍ ສົມດີ ໄຊຍະລາດ ຮັກສາການເລຂາພັກເມືອງໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ຈະໄດ້ພ້ອມກັນທົບທວນຕີລາຄືນຜົນງານ ແລະ ໄຊຊະນະທີ່ຍາດມາໄດ້, ຈຸດອ່ອນຂໍ້ຄົງຄ້າງ ແລະ ສະຫຼຸບຖອດຖອນບົດຮຽນໃນການຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ ແລະ ມະຕິຜູ້ແທນອົງຄະນະພັກຄັ້ງທີ IV ໃນໄລຍະ 5 ປີຜ່ານມາ, ພ້ອມທັງກໍານົດທິດທາງຄາດໝາຍຍຸດທະສາດແຕ່ລະດ້ານໃນການປົກປັກຮັກສາ ແລະ ພັດທະນາເມືອງ ທົ່ງມີໄຊ ແຕ່ນີ້ຮອດປີ 2029, ຈານນັ້ນ ສະຫາຍ ສົມຫວັງ ສີສົມພອນ ຮອງເຈົ້າເມືອງ ກໍ່ໄດ້ຂຶ້ນຜ່ານແຜນພັດທະນາເສດຖະກິດ-ສັງຄົມ ເຊິ່ງທ່ານໄດ້ກ່າວວ່າ: ໂດຍລວມແລ້ວເສດຖະກິດມະຫາພາກແມ່ນມີຄວາມເຂັ້ມແຂງ ແລະ ໝັ້ນທ່ຽງ ເຊິ່ງຂະຫຍາຍຕົວຢູ່ໃນລະດັບ 6% ຕໍ່ປີ, ລວມຍອດມູນຄ່າຜົນຜະລິດພາຍໃນທັງໝົດ 271,82 ຕື້ກີບ, ສະເລ່ຍໃສ່ຫົວຄົນໜຶ່ງໄດ້ 26,97 ລ້ານກີບ ທຽບໃສ່ຄາດໝາຍປະຕິບັດໄດ້ລື່ນແຜນການ 8%, ເກັບລາຍຮັບເຂົ້າງົບປະມານໄດ້ທັງໝົດ 7,34 ຕື້ກີບ, ທຽບໃສ່ຄາດໝາຍບັນລຸ 81% ສາມາດຈັດເກັບລາຍຮັບໄດ້ເກີນແຜນ 5 ປີຕໍ່ເນື່ອງ; ຄຸ້ມຄອງລາຍຈ່າຍບັນລຸ 9,59 ຕື້ກີບ, ຜະລິດເຂົ້າໄດ້ 8.705 ໂຕນຕໍ່ປີ ທຽບໃສ່ຄາດໝາຍປະຕິບັດ 153%, ປູກພືດສະບຽງອາຫານໄດ້ 104,16 ເຮັກຕາ, ຜົນຜະລິດ ໄດ້ 416 ໂຕນ, ຜະລິດຊີ້ນ, ປາ ແລະ ໄຂ່ ໄດ້ສະເລ່ຍ 54 ກິໂລຕໍ່ຄົນຕໍ່ປີ ທຽບໃສ່ຄາດໝາຍປະຕິບັດໄດ້ 101%, ສົ່ງເສີມການຜະລິດເປັນສິນຄ້າ ໄດ້ 3.068 ເຮັກຕາ ລື່ນແຜນ 14%, ສົ່ງສິນຄ້າອອກທັງໝົດ 46,02 ຕື້ກີບ; ນໍາເຂົ້າສິນຄ້າຈາກຕ່າງປະເທດ 5,5 ຕື້ກີບ; ດຶງດູດນັກທ່ອງທ່ຽວໃຫ້ເຂົ້າມາທ່ອງທ່ຽວຢູ່ພາຍໃນເມືອງສະເລ່ຍໄດ້ 9.442 ເທື່ອຄົນຕໍ່ປີ ເທົ່າກັບ 63,12%ຂອງແຜນການ, ກອງປະຊຸມຄັ້ງນີ້ຍັງຈະໄດ້ປ່ອນບັດເລືອກຕັ້ງເອົາຄະນະບໍລິຫານງານພັກເມືອງຊຸດທີ V, ເລືອກຕັ້ງເອົາຄະນະປະຈໍາພັກເມືອງ, ເລຂາ, ຮອງເລຂາ ແລະ ປະທານ, ຮອງປະທານກວດກາພັກ, ພ້ອມທັງດໍາເນີນການປ່ອນບັດຄັດເລືອກເອົາຜູ້ແທນທີ່ເປັນຕົວແທນໃຫ້ແກ່ອົງຄະນະພັກເມືອງໄປຮ່ວມກອງປະຊຸມໃຫຍ່ຄັ້ງທີ VIII ຂອງອົງຄະນະພັກແຂວງ ແລະ ຈະໄດ້ດຳເນີນໄປເປັນເວລາ 2 ວັນຈຶ່ງຈະສຳເລັດ.
……………………………
ຂ່າວ-ພາບໂດຍ: ອຸ່ນເຮືອນ ໂພທິລັກ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa