ເມືອງຫົງສາ ແຂວງໄຊຍະບູລີ ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ.

ໃນວັນທີ 21 ເມສາ 2025 ນີ້, ເມືອງຫົງສາ ແຂວງໄຊຍະບູລີ ໄດ້ຈັດພິທີປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ ໃຫ້ສະມາຊິກພັກ ຜູ້ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ, ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ, ໃຫ້ກຽດປະດັບຫຼຽນໃນຄັ້ງນີ້ ໂດຍສະຫາຍ ເພັງນິລັນ ຄຳພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ມີສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ, ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກົມກອງອ້ອມຂ້າງເມືອງ, ພະນັກງານອາວຸໂສບຳນານ, ສະມາຊິກພັກ-ພະນັກງານ ແລະ ເຂາພັກບ້ານເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.ສະຫາຍ ພອນສະຫວັນ ໄຊສົມພັນ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຫົງສາ ໄດ້ຂື້ນຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 411/ຄລສພ, ລົງວັນທີ 14 ມີນາ 2025 ຊຶ່ງໄດ້ຕົກລົງປະດັບຫຼຽນກາລະນຶກ 70 ປີ ວັນສ້າງຕັ້ງພັກປະຊາຊົນ ປະຕິວັດລາວ (22 ມີນາ 1955-22 ມີນາ 2025) ໃຫ້ສະມາຊິກພັກແຂວງໄຊຍະບູລີ ທີ່ມີຜົນງານ, ຄຸນງາມຄວາມດີ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ ປະກອບມີທັງໝົດ 865 ສະຫາຍ. ໃນນີ້, ເມືອງຫົງສາ ມີ 147 ສະຫາຍ.ໂອກາດດັ່ງກ່າວ, ສະຫາຍ ເພັງນິລັນ ຄຳພັນເພັງ ໄດ້ກ່າວບົດສັນເສີນສະດຸດີ ໃນພິທີປະດັບຫຼຽນກາລະນຶກ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ 70 ປີ ເຊິ່ງເປັນຫຼຽນກາກຽດຕິຄຸນອັນສູງສົ່ງ ຂອງພັກປະຊາຊົນປະຕິວັດລາວ ໃຫ້ແກ່ບັນດາສະຫາຍສະມາຊິກພັກ ທີ່ປະຈຳການ ແລະ ບຳນານ ເຊິ່ງມີຜົນອັນໃຫຍ່ຫຼວງ, ມີວິລະກຳອັນລ້ຳເລີດ, ເປັນແບບຢ່າງອັນປະເສີດແກ່ຮຸ່ນຄົນສືບທອດ, ໄດ້ປະກອບສ່ວນອຸທິດເຫື່ອແຮງ ແລະ ສະຕິປັນຍາໃຫ້ແກ່ພັກ-ລັດ, ການປະຕິວັດ ແລະ ໃຫ້ແກ່ປະເທດຊາດ ຕະຫຼອດມາ. ການຈັດຕັ້ງພິທີປະດັບຫຼຽນກາລະນຶກ 70 ປີ ໃຫ້ບັນດາສະຫາຍໃນມື້ນີ້ ເປັນການສະແດງ ໃຫ້ເຫັນເຖິງ ຄວາມຮູ້ບຸນຄຸນຢ່າງສຸດຊຶ້ງ, ເປັນການຈາລຶກ ແລະ ຈົດຈໍາຜົນງານອັນໃຫຍ່ຫຼວງ ຂອງບັນດາສະຫາຍ ທີ່ໄດ້ອຸທິດເລືອດເນື້ອເຫື່ອແຮງ, ສະຕິປັນຍາໃຫ້ແກ່ພາລະກິດຕໍ່ສູ້ປົດປ່ອຍຊາດ ແລະ ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃນໄລຍະຜ່ານມາຈົນເຖິງປະຈຸບັນ. ພວກເຮົາ ຜູ້ທີ່ເປັນຮຸ່ນສືບທອດ ຈະຮໍ່າຮຽນເອົາແບບຢ່າງຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ຜົນງານອັນໂດດເດັ່ນ, ຄວາມເສຍສະຫຼະສະຕິປັນຍາ, ເຫື່ອແຮງ ແລະ ວັດຖຸເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງບັນດາສະຫາຍ, ຄວາມຊື່ສັດບໍລິສຸດຈົ່ງຮັກພັກດີ ແລະ ເຊື່ອໝັ້ນຢ່າງຕາຍໃຈ ຕໍ່ການນໍາພາຂອງພັກປະຊາຊົນປະຕິວັດລາວ ຂອງບັນດາສະຫາຍ ໄວ້ເປັນແວ່ນແຍງແຫ່ງເສັ້ນທາງຂຶ້ນສູ່ຈຸດໝາຍສັງຄົມນິຍົມ, ຈະສືບຕໍ່ປົກຮັກສາ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວຕະຫຼອດໄປ. ຈະຢຶດໝັ້ນອຸດົມການ, ຮັກສາທາດແທ້ ຫຼັກສະນະຊົນຊັ້ນປະຕິວັດ ຂອງພັກ; ສ້າງຄວາມສາມັກຄີເປັນປຶກແຜ່ນຢູ່ພາຍໃນພັກ ແລະ ປະຊາຊົນບັນດາເຜົ່າ, ເອົາໃຈໃສ່ກໍ່ສ້າງປັບປຸງພັກ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ, ຈັດຕັ້ງປະຕິບັດ ແນວທາງນະໂຍບາຍຂອງພັກ ໃນແຕ່ລະໄລຍະໃຫ້ບັນລຸຕາມຈຸດໝາຍທີ່ພັກເຮົາໄດ້ກຳນົດໄວ້.

 

……………………

ຂ່າວ-ພາບ: ຖວທ ເມືອງຫົງສາ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa