ເມືອງຊຽງຮ່ອນ ແຂວງໄຊຍະບູລີ ເຊື່ອມຊືມນິຕິກຳກ່ຽວກັບການປັບປຸງອົງການຈັດຕັ້ງ.

ໃນວັນທີ 23 ເມສາ 2025 ນີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມເຊື່ອມຊຶມນິຕິກຳກຽວກັບການປັບປຸງອົງການຈັດຕັ້ງ ຂື້ນຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍໃຫ້ກຽດ ເຜີຍແຜ່ຂອງສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ມີສະຫາຍ  ແສງອາທິດ ລາວເບຼຍຢາທໍ່, ເລຂາພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກສຳນັກງານ-ອົງການ, ກຳລັງປະກອບອາວຸດ, ຫົວໜ້າລັດວິສາຫະກິດ, ສະມາຊິກພັກ,  ພະນັກງານຫຼັກແຫຼ່ງຂອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ພົງສະຫວັນ ສິດທະວົງ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ ກໍ່ໄດ້ໃຫ້ກຽດເຜີຍແຜ່ ຄຳແນະນຳຂອງຄະນະເລຂາທິການສູນກາງພັກ ສະບັບເລກທີ 465 ແລະ 483/ ຄລສພ ກ່ຽວກັບການປັບປຸງການຈັດຕັ້ງ ແລະ ເຜີຍແຜ່ ມະຕິ 03 ຂອງຄະນະບໍລິຫານງານສູນກາງພັກ ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ເຊິ່ງນິຕິກຳດັ່ງກ່າວ ເປັນການປັບປຸງລະບົບການຈັດຕັ້ງ, ກົງຈັກ ແລະ ກົນໄກເຄື່ອນໄຫວຂອງບັນດາອົງການອຳນາດລັດໃຫ້ເຂັ້ມແຂງ ແລະ ມີປະສິດທິພາບ, ແກ້ໄຂສະພາບຊ້ຳຊ້ອນດ້ານພາລະບົດບາດ, ກຳນົດສາຍໄຍການຈັດຕັ້ງ ທີ່ຈະແຈ້ງ ແລະ ຮັດກຸມ, ເຮັດໃຫ້ຂະໜາດກົງຈັກບໍ່ໃຫຍ່ໂຕ, ຫັນເປັນທັນສະໄໝ ເພື່ອຍົກສູງປະສິດທິຜົນວຽກງານ, ເຮັດໃຫ້ຖັນແຖວລັດຖະກອນ ມີຈຳນວນໜ້ອຍລົງ ແຕ່ຄຸນນະພາບວຽກເພີ່ມຂື້ນ, ປະຢັດໄດ້ການໃຊ້ຈ່າຍງົບປະມານ ແລະ ດຸ່ນດ່ຽງງົບປະມານເຂົ້າສູ່ການພັດທະນາ, ລຶບລ້າງຄວາມທຸກຍາກໃຫ້ຫຼາຍຂື້ນ ແລະ ອື່ນໆ, ຮັບປະກັນໃຫ້ກົງຈັກການຈັດຕັ້ງກະທັດຮັດ, ມີປະສິດທິພາບ, ປະສິດທິຜົນ ແລະ ສອດຄ່ອງກັບສະພາບການພັດທະນາເສດຖະກິດ-ສົງຄົມໃນເງື່ອນໄຂໃໝ່, ເພີ່ມຄວາມເຂັ້ມງວດ ແລະ ຄວາມຮັບຜິດຊອບ ຂອງພະນັກງານລັດຖະກອນໃຫ້ສູງຂື້ນ ຕາມທິດຫັນປ່ຽນ ໄປສູ່ປະສິດທິພາບ ແລະ ສະມັດຕະພາບ ຂອງການບໍລິຫານລັດ ຈຶ່ງມີຄວາມຈຳເປັນຕ້ອງໄດ້ສືບຕໍ່ປັບປຸງກົງຈັກການຈັດຕັ້ງ, ຫຼຸດຜ່ອນຂອດ-ຂັ້ນ, ເອົາວຽກທີ່ຄ້າຍຄືກັນໂຮມເຂົ້າກັນ, ບໍ່ໃຫ້ຊ້ຳຊ້ອນ-ກ້າວກ່າຍກັນ ເຮັດໃຫ້ການນຳພາຊີ້ນຳ, ການບໍລິຫານ-ຄຸ້ມຄອງ ມີປະສິດທິພາບສູງ ແລະ ວ່ອງໄວກວ່າເກົ່າ, ນຳໃຊ້ງົບປະມານໃຫ້ມີປະສິດທິຜົນກວ່າເກົ່າ, ສ້າງເງື່ອນໄຂຄວາມສາມາດໃນການຍົກລະດັບເງິນເດືອນ, ເງິນອຸດໜູນ ແລະ ເງິນນະໂຍບາຍ ຂອງພະນັກງານ-ລັດຖະກອນ ໃຫ້ສົມເຫດສົມຜົນ ແລະ ກ້າວສູ່ຄວາມສາມາດປະຕິຮູບການບໍລິຫານລັດຢູ່ປະເທດເຮົາໃນຕໍ່ໜ້າ.

ໂດຍ: ຖວທເມືອງຊຽງຮ່ອນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa