ກອງປະຊຸມຄະນະຊີ້ນໍາຂັ້ນແຂວງຄັ້ງທີ ll ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ແບບເຊິ່ງໜ້າ ແລະ ທາງໄກ.

ກອງປະຊຸມຄະນະຊີ້ນໍາຂັ້ນແຂວງຄັ້ງທີ ll ຂອງການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025 ໄດ້ຈັດຂຶ້ນໃນວັນທີ 25 ເມສາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ເປັນກຽດເຂົ້າຮ່ວມເປັນປະທານຂອງທ່ານ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາ ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ເຈົ້າເມືອງ 11 ເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການແຜນການ ແລະ ການລົງທຶນເມືອງ 11 ເມືອງ, ແຂກທີ່ຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມທ່ານ ຄໍາເຫຼັກ ແກ້ວວິໄລພອນ ກໍາມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງໄຊຍະບູລີ ໄດ້ກ່າວວ່າ: ການສໍາຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດຄັ້ງທີ V ຂອງທົ່ວປະເທດ ມີຄວາມສໍາຄັນທີ່ສຸດເພາະເປັນແຫຼ່ງມີຂໍ້ມູນສະຖິຕິ ເພື່ອຢືນຢັນການບັນລຸເປົ້າໝາຍ ເພື່ອການພັດທະນາ (MDG) ທີ່ໄດ້ຖືກຮັບຮອງເອົາ ໃນປີ 2000 ແລະ ເປົ້າໝາຍການພັດທະນາແບບຍືນຍົງ (SDG) ໃນປີ 2015 ແລະ ວິໃສທັດຮອດ 2030 ຂອງ ສປປ ລາວ ແລະ ມີຄວາມຈໍາເປັນທີ່ສຸດຕ້ອງໄດ້ສຶກສາ ແລະ ເຂົ້າໃຈເຖິງບັນຫາການປ່ຽນແປງຂອງພົນລະເມືອງລາວ ໃນປະຈຸບັນກໍຄືອານາຄົດ ເພາະພົວພັນເຊິ່ງກັນ ແລະ ກັນຢ່າງສະໜິດແໜ້ນກັບຄຸນລັກສະນະຂອງພົນລະເມືອງ ເຊັ່ນ: ອັດຕາການຕາຍ, ການຈະເລີນພັນ, ການມີວຽກເຮັດງານທໍາ, ການໂຍກຍ້າຍ, ການເຂົ້າເຖິງການບໍລິການ ດ້ານການສຶກສາ ແລະ ສາທາລະນະສຸກ, ຄຸນະພາບຂອງທີ່ຢູ່ອາໃສ. ເພື່ອເປັນຂໍ້ມູນແຜນພັດທະນາເສດຖະກິດ-ສັງຄົມ ໂດຍຖືເອົາຄົນເປັນຈຸດໃຈກາງ, ຖືເອົາວຽກງານການແກ້ໄຂຄວາມທຸກຍາກ ແລະ ແກ້ໄຂຄວາມອືດຫິວຂອງປະຊາກອນໃນໂລກເປັນບັນຫາສໍາຄັນໄປພ້ອມໆ ກັບການຍົກຄຸນະພາບຊີວິດ ແລະ ຄວາມສະເໝີພາບຍິງ-ຊາຍ, ສົ່ງເສີມການເຂົ້າເຖິງ ການບໍລິການດ້ານການສຶກສາ, ສາທາລະນະສຸກ ແລະ ໂຄງລ່າງພື້ນຖານທີ່ມີຄຸນະພາບ.

………………

ຂ່າວ+ພາບ: ຄໍາໝັ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa