ເມືອງພຽງ ແຂວງໄຊຍະບູລີ ຈັດກອງປະຊຸມສະຫຼຸບວຽກງານກໍ່ສ້າງພັກ-ພະນກງານ, ປັບປຸງກົງຈັກການຈັດຕັ້ງ ແລະ ວຽກງານກວດກາທົ່ວເມືອງພຽງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025 ຂື້ນໃນວັນທີ 25 ເມສາ 2025 ທີ່ຫ້ອງປະຊຸມໃຫຍ່ຂອງເມືອງໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ບຸດສະກອນ ອິນທະລັງສີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆພຽງ, ມີສະຫາຍ ນ. ພອນມະນີ ແລງສຸທິພົງ ກໍາມະການປະຈໍາພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ, ມີທ່ານ ທອງໄຊ ລີປະມາ ກຳມະການປະຈຳພັກເມືອງ ປະທານກວດກາພັກ ຫົວໜ້າກວດກາລັດເມືອງ, ມີບັນດາຄະນະປະຈຳພັກເມືອງ ,ກຳມະການພັກເມືອງ, ເລຂາໜ່ວຍພັກ ແລະ ຜູ້ກວດກາ ສຳນັກງານ ອົງການ ກົມກອງ ແລະ ບ້ານເຂົ້າຮ່ວມ.
ບົດສະຫຼູບຕີລາຄາການຈັດຕັ້ງປະຕິບັດວຽກກໍ່ສ້າງພັກ-ພະນັກງານ ແລະ ປັບປຸງກົງຈັກການຈັດຕັ້ງ ປະຈຳປີ 2024 ແລະ ທິດທາງແຜນການປີ 2025, ບົດສະຫຼຸບ ການເຄື່ອນໄຫວວຽກງານກວດກາ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ໂດຍໄດ້ຍົກໃຫ້ເຫັນຜົນງານດ້ານດີທີ່ຕັ້ງໜ້າ, ບົດຮຽນທີ່ຖອດຖອນໄດ້ ແລະ ດ້ານອອ່ນຂໍ້ຄົງຄ້າງທີ່ຈະຕ້ອງພ້ອມກັນແກ້ໄຂໃນຕໍ່ໜ້າ ເຊິ່ງໃນໄລຍະຜ່ານມາຄະນະພັກແຕ່ລະຂັ້ນ ໄດ້ເອົາໃຈໃສ່ຄົ້ນຄ້ວາ, ຈັດຕັ້ງເຊື່ອມຊືມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍ, ຂໍ້ກໍານົດຕ່າງໆຂອງລັດຫັນເປັນແຜນການຂອງຕົນບົນພື້ນຖານສອດຄ່ອງກັບເງື່ອນໄຂສະພາບຕົວຈິງຂອງແຕ່ລະການຈັດຕັ້ງຮາກຖານພັກຖືເອົາການສືກສາອົບຮົມນຳພາແນວຄິດ ດ້ວຍຫຼາຍເນື້ອໃນ, ຮູບການ, ວິທີການ ເຊິ່ງມັນໄດ້ເຮັດໃຫ້ສະມາຊິກພັກ-ພະນັກງານມີຄວາມເປັນເອກະພາບສູງ ຕໍ່ກັບແນວທາງການປ່ຽນແປງໃໝ່ຂອງພັກ, ເຊື່ອໝັ້ນອຸດົມການຂອງພັກ ກໍຄືຈຸດໝາຍສັງຄົມນິຍົມຢ່າງສະເໝີຕົ້ນສະເໝີປາຍ, ຮູ້ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ,ບໍ່ຫວັ່ນໄຫວຄອນແຄນຕໍ່ສະພາບການຕ່າງໆທີ່ເກີດຂຶ້ນ, ເດັດດ່ຽວຕ້ານທຸກກົນອຸບາຍຫັນປ່ຽນ ທີ່ຫວັງມ້າງເພທຳລາຍຂອງສັດຕູ ແລະ ກຸ່ມຄົນບໍ່ຫວັງດີ, ຮັກສາໄດ້ຄວາມສາມັກຄີເປັນເອກະພາບພາຍໃນການຈັດຕັ້ງພັກຢ່າງໜັກແໜ້ນ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການນໍາພາຂອງພັກ, ເປັນກຳລັງແຮງທີ່ສຳຄັນໃນການປະຕິບັດໜ້າທີ່ຍຸດທະສາດໃຫ້ປະກົດຜົນເປັນຈິງ, ສາມາດສ້າງຕັ້ງກອງທຶນພັກ, ປະຈຸບັນມີສະມາຊິກກອງທຶນ 1.960 ສະຫາຍ, ມີເງິນກອງທຶນສະມາຊິກພັກ 174.116.500 ກີບ ,ວຽກງານກວດກາກໍໄດ້ກວດກາຕີລາຄາຄຸນນະພາບການຈັດຕັ້ງຮາກຖານພັກ ແລະ ສະມາຊິກພັກ ເຊິ່ງເປັນປະເພດໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ 110 ກວ່າໜ່ວຍພັກ, ໜ່ວຍພັກກາງ 6 ໜ່ວຍພັກ ແລະ ບໍ່ແບ່ງ 4 ໜ່ວຍພັກ ,ມີສະມາຊິກພັກທັງໝົດ 2.200 ກວ່າສະຫາຍ, ຍິງ 760 ກວ່າສະຫາຍ ສະມາຊິກພັກທີ່ຖືກກວດກາທັງໝົດ 2.100 ກວ່າສະຫາຍ, ຍິງ 700 ກວ່າສະຫາຍ, ໃນນີ້; ໄດ້ປະເພດແຂງ 2.100 ກວ່າສະຫາຍ, ຍິງ 700 ກວ່າສະຫາຍ, ປະເພດກາງ 50 ກວ່າສະຫາຍ, ຍິງ 10 ກວ່າສະຫາຍ, ບໍ່ແບ່ງ 90 ກວ່າສະຫາຍ, ຍິງ 30 ກວ່າສະຫາຍ, ໄດ້ສົມທົບກັບພາກສ່ວນກ່ຽວຂ້ອງ ຕິດຕາມ, ກວດກາການຄຸ້ມຄອງບໍລິຫານລັດ ຊອກໃຫ້ເຫັນດ້ານຕັ້ງໜ້າ ເພື່ອເສີມຂະຫຍາຍ ແລະ ດ້ານອ່ອນ, ຂໍ້ຄົງຄ້າງ, ດ້ານຫຍໍ້ທໍ້ ເພື່ອປັບປຸງແກ້ໄຂໃຫ້ດີຂື້ນເປັນກ້າວໆ ແລະ ໃນໂອກາດນີ້ຍັງໄດ້ຮັບຟັງ ການຜ່ານແຈ້ງການຂອງຄະນະຈັດຕັ້ງສູນກາງພັກ ວ່າດ້ວຍການສ້າງໜ່ວຍພັກປອດໃສ, ເຂັ້ັັັມແຂງ , ໜັກແໜ້ນ ແລະ ວ່າດ້ວຍການໂຈະການຄົ້ົົນຄວ້າຍົກຍ້າຍ ແຕ່ງຕັ້ັັງພະນັກງານດໍາລົງຕໍາແໜ່ງບໍລິ
ຫານ, ຜ່ານບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດກັບອົງການກວດສອບແຫ່ງລັດ ບົດບັນທຶກປະສານງານ ລະຫວ່າງອົງການກວດກາລັດ ກັບກະຊວງປ້ອງກັນຄວາມສະຫງົບ, ກະຊວງຍຸຕິທໍາ ແລະ ອົງການໄອຍະການປະຊາຊົນສູງສຸດໃນການດໍາເນີນຄະດີການສໍ້ລາດບັງຫຼວງ ບົດບັນທຶກການປະສານງານລະຫວ່າງອົງການກວດກາແຫ່ງລັດກັບສານປະຊາຊົນສູງສຸດກ່ຽວກັບການດໍາເນີນຄະດີສໍ້ລາດບັງຫຼວງ.
…………………….
ຂ່າວໂດຍ: ວົງສະຫວັນ ສຸທິໂວຫານ.