ວັນທີ 14 ພຶດສະພາ 2025 ນີ້ ເມືອງຫົງສາ ແຂວງໄຊຍະບູລີ ໄດ້ເປີດກອງປະຊຸມອົງການປົກຄອງເມືອງ ປະຈຳເດືອນ ເມສາ ແລະ ແຜນຈຸດສຸມປະຈໍາເດືອນ ພຶດສະພາ 2025 ຂື້ນຢູ່ທີ່ຫ້ອງປະຊຸມຊັ້ນ 3 ຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ, ມີບັນດາທ່ານຮອງເຈົ້າເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງ, ລັດວິສາຫະກິດ ສູນບໍລິການປະຈຳເມືອງ, ທະນາຄານອ້ອມຂ້າງເມືອງ ແລະ ນາຍບ້ານໃນເທດສະບານເມືອງເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ທ່ານ ແຫຼ້ ອ່ອນສົມບູນ ຮອງເລຂາພັກເມືອງ ໄດ້ກ່າວເປີດກອງປະຊຸມ ເຊິ່ງບາງຕອນທ່ານກ່າວວ່າ: ໄລຍະ 1 ເດືອນຜ່ານມາ ສະພາບການ ຂອງໂລກຍັງສືບຕໍ່ຜັນແປໄປຢ່າງສັບສົນ ກໍຄືສະພາບໃນປະເທດພວກເຮົາ ພົບຄວາມຫຍຸ້ງຍາກຫຼາຍດ້ານເປັນຕົ້ນ: ບັນຫາຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ແລະ ພວມປະເຊີນກັບບັນຫາຄ່າເງິນກີບອ່ອນຕົວ, ເສດຖະກິດມີຄວາມຫຍຸ້ງຍາກ, ອັດຕາແລກປ່ຽນເງິນຕາ, ລາຄານໍ້າມັນເຊື້ອໄຟ, ລາຄາສິນຄ້າຍັງສືບຕໍ່ເພີ້ມຂຶ້ນ ແລະ ການລະບາດຂອງພະຍາດຕາມລະດູການໃນໄລຍະຜ່ານມາ ແລະ ບັນຫາຫຍໍ້ທໍ້ຕ່າງໆໃນສັງຄົມ. ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງພັກ, ລັດຖະບານ ແລະ ດ້ວຍຄວາມຮັບຜິດຊອບໂດຍກົງຂອງຄະນະພັກ, ອົງການປົກຄອງເມືອງ, ຂັ້ນຕ່າງໆ ແລະ ຄວາມຕື່ນຕົວເປັນເຈົ້າການ ເຂົ້າຮ່ວມສະໜັບສະໜູນຂອງປະຊາຊົນບັນດາເຜົ່າ, ຜູ້ປະກອບການທັງພາຍໃນ ແລະ ຕ່າງປະເທດ ໄດ້ມີຄວາມພະຍາມຍາມຈັດຕັ້ງປະຕິບັດບັນດາຄາດໝາຍຕ່າງໆ ຕິດພັນກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຮັດໃຫ້ພວກເຮົາສາມາດຜ່ານຜ່າຄວາມຫຍຸ້ງຍາກນາໆປະການ ແລະ ມີຜົນສໍາເລັດທີ່ເປັນພື້ນຖານຈໍານວນໜື່ງ ໃນນັ້ນ, ສິ່ງສໍາຄັນເມືອງພວກເຮົາ ຍັງສືບຕໍ່ມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມສະຫງົບປອດໄພ, ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ຮັກສາໄດ້ບັນຍາກາດທີ່ດີຢູ່ບໍລິເວນຊາຍແດນ, ບໍ່ມີເຫດການຮ້າຍແຮງໃດໆເກີດຂຶ້ນ, ການຜະລິດສະບຽງອາຫານ, ຜະລິດສິນຄ້າ ຂອງປະຊາຊົນພາຍໃນເມືອງ ເຫັນໄດ້ວ່າ ເປັນຂະບວນການ ແລະ ຟົດຟື້ນດີ. ກອງປະຊຸມຄັ້ງນີ້; ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຢ່າງເລິກເຊິ່ງ ແລະ ເປັນການສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ຕາມໜ້າວຽກຈຸດສຸມແຕ່ລະຂະແໜງການວາງອອກມີຜົນສໍາເລັດຄືແນວໃດ, ພ້ອມນີ້, ຜູ້ແທນກອງປະຊຸມຈະໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນເດືອນຕໍ່ໄປ. ຮັບຟັງການລາຍງານວຽກງານຈາກຂະແໜງການຕ່າງໆອ້ອມຂ້າງເມືອງ ຈໍານວນໜຶ່ງ ແລະ ການປະກອບຄໍາຄິດເຫັນຂອງຜູ້ແທນກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນ.
ພາບ – ຂ່າວ: ຖວທ ເມືອງຫົງສາ.