ໃນຕອນເຊົ້າຂອງວັນທີ 13 ພຶດສະພາ 2025ນີ້, ເມືອງຊຽງຮ່ອນ ແຂວງໄຊຍະບູລີ ໄດ້ຈັດພິທີປາຖະກະຖາ 4 ວັນປະຫວັດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 66 ປີ, ວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 65 ປີ, ວັນເກີດປະທານໂຮ່ຈີມິນ ຄົບຮອບ 135 ປີ ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາຊິດເຢຍລະມັນ ຄົບຮອບ 80 ປີ. ຂຶ້ນຢູ່ທີ່ສະໂມສອນເມືອງ ໂດຍການ ເປັນກຽດປາຖະກະຖາຂອງທ່ານ ບຸນຈັນ ແກ້ວວິຊາ ຮອງເລຂາຄະນະບໍລິຫານງານພັກເມືອງໆຊຽງຮ່ອນ ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ພະນັກງານອາວຸໂສບໍານານ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ລັດວິສາຫະກິດ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ແລະ ພະນັກງານຫຼັກແຫຼ່ງພາຍໃນເມືອງເຂົ້າຮ່ວມຮັບຟັງ.
ໃນພິທີໄດ້ເລົ່າຄືນມູນເຊື້ອຂອງແຕ່ລະວັນສຳຄັນດັ່ງກ່າວໂດຍໄດ້ຍົກໃຫ້ເຫັນມູນເຊື້ອ, ພາລະບົດບາດ, ຄວາມໝາຍຄວາມສໍາຄັນ ແລະ ຕະຫຼອດເຖິງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອຄຸນງາມຄວາມດີໃນແຕ່ລະໄລຍະຂອງຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງ ແລະ ຄວາມອົງອາດກ້າຫານ, ຄວາມເດັດດ່ຽວໜຽວແໜ້ນຂອງນັກຮົບປະຕິວັດໃນຂະບວນການຕໍ່ສູ້ປົດປ່ອຍຊາດ ທັງເປັນການທົບທວນຫວນຄືນມູນເຊື້ອອົງອາດກ້າຫານຂອງກອງທັບ, ຂອງບັນດາທ່ານຜູ້ນໍາ ໂດຍສະເພາະແມ່ນ ການນໍາພາ-ຊີ້ນໍາອັນສະຫຼາດສ່ອງໃສຂອງພັກໃນການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ແລະ ວິລະກໍາໂຕນຄຸກຢ່າງມະຫັດສະຈັນຂອງຜູ້ນໍາພັກ, ການເສີມຂະຫຍາຍມູນເຊື້ອຄວາມສາມັກຄີ ແລະ ການຮ່ວມສໍາພັນສູ້ຮົບຕ້ານຈັກກະພັດລ່າເມືອງຂຶ້ນຝຣັ່ງຂອງກອງທັບ ແລະ ປະຊາຊົນ 3 ຊາດ ອິນດູຈີນ ລາວ-ຫວຽດນາມ-ກໍາປູເຈຍ ໃນການຮ່ວມມືໃນໄລຍະໃຫມ່ໃຫ້ມີການຂະຫຍາຍຕົວຍິ່ງໆຂຶ້ນ, ນອກນີ້ຍັງເລົ່າຄືນປະຫວັດມູນເຊື້ອອັນກ້າແກ່ນ ຄຸນງາມຄວາມດີຂອງ ປະທານໂຮ່ຈິມິນ ຜູ້ນຳທີ່ແສນເຄົາລົບຮັກຂອງປະຊາຊົນສອງຊາດລາວ ແລະ ຫວຽດນາມ ແລະ ວັນໄຊຊະນະຂອງສະຫະພາບໂຊວຽດເໜືອຟາດສິດເຢຍລະມັນຕື່ມອິກ. ການປາຖະກະຖາໃນຄັ້ງນີ້ກໍເພື່ອເຮັດໃຫ້ສະມາຊິກພັກ ພະນັກງານ-ລັດຖະກອນ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກ
ເຊິ່ງ ກ່ຽວກັບມູນເຊື້ອຂອງ 4 ວັນປະຫວັດສາດ.
ໂດຍ: ຖວທເມືອງຊຽງຮ່ອນ.