ກອງປະຊຸມໃຫຍ່ຜູ້ແທນ ພຣະສົງທົ່ວເມືອງໄຊຍະບູລີ ສະໄໝທີ V.

ໃນຕອນເຊົ້າວັນທີ 14 ພຶດສະພາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ເມືອງ ໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ ຜູ້ແທນ ພຣະສົງທົ່ວເມືອງໄຊຍະບູລີ ສະໄໝທີ V ຂື້ນ. ໂດຍການເປັນປະທານຂອງທ່ານ ພຣະອາຈານ ຄໍາສຸກ ແກ້ວວິໄລ ຮັກສາການ ປະທານອົງການພຸດພຣະສາສະໜາສຳພັນລາວ ເມືອງ ໄຊຍະບູລີ; ໃຫ້ກຽດເຂົ້າຮ່ວມຂອງທ່ານ ພຣະອາຈານ ບຸນທຽນ ພຸດທະວະໂລ ປະທານອົງການພຸດພຣະສາສະໜາສຳພັນລາວ ແຂວງ ໄຊຍະບູລີ; ທ່ານ ສົມບັດ ຈະເລີນມີໄຊ ຄະນະປະຈຳພັກເມືອງ ປະທານ ແນວລາວສ້າງຊາດເມືອງ; ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະບໍລິຫານງານ ອພສ ເມືອງ ພ້ອມດ້ວຍທ່ານນາຍບ້ານພາຍໃນເມືອງເຂົ້າຮ່ວມ.

ໃນກອງປະຊຸມທ່ານ ພຣະອາຈານ ຄຳສຸກ ແກ້ວວິໄລ ຮັກສາການ ປະທານອົງການພຸດພຣະສາສະໜາສຳພັນລາວ ເມືອງ ໄຊຍະບູລີ ໄດ້ຂື້ນກ່າວເປີດກອງປະຊຸມພ້ອມທັງຜ່ານບົດລາຍງານຜົນການຈັດຕັ້ງປະຕິບັດວຽກງານຂອງ ອພສ ເມືອງໃນໄລຍະ 5 ປີຜ່ານມາ ແລະ ທິດທາງແຜນການ 5 ປີຕໍ່ໜ້າ ບາງຕອນທ່ານກ່າວວ່າ: ທົ່ວເມືອງມີຄະນະ ອພສ ທັງໝົດ 12 ອົງ, ມີຄະນະປະຈຳ 5 ອົງ, ປະທານ 1 ອົງ, ຮອງປະທານ 4 ອົງ; ແບ່ງເຂດປົກຄອງອອກເປັນ 8 ເຂດ, ທົ່ວເມືອງມີ 56 ວັດ, ໃນນັ້ນວັດມີພຣະສົງສັງກັດຢູ່ 39 ວັດ ແລະ ວັດບໍ່ມີພຣະສົງ 18 ວັດ, ມີພຣະສົງສາມະເນນ 248 ອົງ, ໃນນັ້ນມີພຣະ 53 ອົງ, ສາມະເນນ 195 ອົງ, ແມ່ຂາວ 3 ຕົນ, ໃນໄລຍະ 5 ປີຜ່ານມາຄະນະ ອພສ ເມືອງໄດ້ເຄື່ອນໄຫວໂຄສະນາໃຫ້ພຣະສົງສາມະເນນຊາວພຸດພຣະສະນິກະຊົນທັງຫຼາຍໃຫ້ມີຄວາມສາມະຄີ ຮັກແພງຊ່ວຍເຫຼືອເຊີ່ງກັນລະກັນ, ໄດ້ເຜີຍແຜ່ສີລະທຳນຳພາຮັກສາສິນ ຟັງທຳມະເທດສະໜາເຊີ່ງເປັນຫຼັກທຳຄຳສອນຂອງອົງສົມເດັດສຳມາສຳພຸດພຣະເຈົ້າ, ສັ່ງສອນໃຫ້ມີນ້ຳໃຈຮັກຊາດ-ຮັກບ້ານເກີດເມືອງນອນ, ໄດ້ສົມທົບກັບຄະນະນຳຂັ້ນເມືອງທຸກຂັ້ນ, ອົງການປົກຄອງບ້ານປະທານແນວລາວສ້າງຊາດບ້ານ ແລະ ສີສຸທຳວັດນຳພາພໍ່ແມ່ປະຊາຊົນຮັກສາເອກະລັກວັດທະນະທຳຮີດຄອງປະເພນີ ໃຫ້ຮັກສາສິນ 5, ສິນ 8 ເປັນປະຈໍາ ດ້ວຍກາຍວາຈາໃຈໃຫ້ຮູ້ຈັກບາບບຸນຄຸນໂທດ, ໄດ້ລົງສືກສາອົບຮົມພຣະສົງສາມະເນນທີ່ມີຄວາມດື້ດ້ານຈຳນວນ 3 ຄັ້ງ; ໄດ້ລົງເຜີຍແຜ່ສິລະທຳໃຫ້ແກ່ຄູອາຈານ ແລະ ນັກຮຽນຈຳນວນ 10 ຄັ້ງ; ໄດ້ຈັດໂຄງການບັນພຣະຊາສາມະເນນຊ່ວງພັກຮຽນໄດ້ 3 ຄັ້ງ; ຈາກນັ້ນໃນກອງປະຊຸມກໍໄດ້ຮັບຟັງການປະກອບຄໍາຄິດຄໍາເຫັນຈາກບັນດາຫ້ອງການ, ອົງການ, ກົມກອງ ແລະ ບ້ານໃສ່ໃນກອງປະຊຸມເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຈາກນັ້ນຄະນະ ອພສ ເມືອງຊຸດເກົ່າກໍໄດ້ຂື້ນຜ່ານບົດສຳຫຼວດການນຳພາລວມພ້ອມທັງກ່າວລາໜ້າທີ່, ຈາກນັ້ນໃນກອງປະຊຸມກໍໄດ້ຜ່ານມາດຖານເງື່ອນໄຂຄະນະ ອພສ ເມືອງຊຸດໃໝ່, ຜ່ານລາຍຊື່ຜູ້ສະໝັກເປັນຄະນະ ອພສ ເມືອງຊຸດໃໝ່ພ້ອມທັງຍົກມືປະຊາມະຕິຮັບຮອງເອົາ, ກອງປະຊຸມຄັ້ງປະຖົມມະລືກໄດ້ເປັນເອກະສັນເລືອກເອົາ ພຣະອາຈານ ຄຳເຟື້ອງ ຜິງມະຫາວົງ ເປັນປະທານ, ພຣະອາຈານ ສາຄອນ ດາລາວົງ, ພຣະອາຈານ ນີ່ງນອງ ພອນສະຫັວດ, ພຣະອາຈານ ຄຳອ້ອມ ກັນທະວົງ ແລະ ພຣະອາຈານ ສົມຫຼຽນສີ ເປັນຮອງປະທານ ອົງການພຸດພຣະສາສະໜາສຳພັນລາວ ເມືອງໄຊຍະບູລີ.

ຂ່າວພາບ: ສົມພົງ ສີສະຫັວດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa