ໃນວັນທີ 15 ພຶດສະພາ 2025 ນີ້ ຢູ່ທີ່ສະໂມສອນ ເມືອງຊຽງຮ່ອນ ແຂວງ ໄຊຍະບູລີ. ໄດ້ເປິດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄຫມທີ VIII ຂື້ນຢ່າງເປນທາງການ ພາຍໃຕ້ການເປັນປະທານຂອງ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງຊຽງຮ່ອນ, ເປັນກຽດເຂົ້າຮ່ວມ ມີ ສະຫາຍ ສຳລານ ສຸວັນນະໂຊດ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊຍະບູລີ, ມີຄະນະບໍລິຫານງານພັກເມືອງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ເລຂາຄະນະພັກຮາກຖານກຸ່ມບ້ານ ຕະຫຼອດຮອດເລຂາໜ່ວຍພັກບ້ານທົ່ວເມືອງເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງ ວ່າການເຈົ້າເມືອງ ຊຽງຮ່ອນ ໄດ້ເປັນກຽດຂື້ນກ່າວເປີດກອງປະຊຸມ ຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄໜທີ VIII ໂດຍທ່ານໄດ້ກ່າວວ່າ: ໂດຍປະຕິບັດຕາມກົດລະບຽບຂອງພັກປະຊາຊົນ ປະຕິວັດລາວ ແລະ ປະຕິບັດຕາມໂຄງການດໍາເນີນງານຂອງຄະນະບໍລິຫານງານພັກເມືອງສະໄໝທີ VIII ປະຈໍາປີ 2025ມື້ນີ້, ກອງປະຊຸມຄົບຄະນະບໍລິຫານງານພັກເມືອງຄັ້ງທີ 2 ສະໄໝທີ VIII ໄດ້ໄຂຂື້ນເຊິ່ງເນື້ອໃນຕົ້ນຕໍຂອງກອງປະຊຸມແມ່ນຈະໄດ້ສຸມໃສ່ເນື້ອໃນຫຼັກຄື: ສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງຊຽງຮ່ອນ ໃນໄລຍະ 3 ເດືອນຕົ້ນປີ ແລະ ທິດທາງແຜນການ 3 ເດືອນປີ 2025, ຮັບຟັງການຜ່ານໂຄງການດຳເນີນງານຂອງຄະນະບໍລິຫານງານພັກເມືອງ(ສະໄໝທີ VIII), ປະກອບຄຳເຫັນລາຍງານທີ່ພົ້ນເດັ່ນຂອງຂະແໜງການທີ່ກ່ຽວຂ້ອງຈໍານວນໜຶ່ງ, ວາລະຄໍາເຫັນເປີດກ້ວາງຈາກພາກສ່ວນຕ່າງໆທີ່ເຂົ້າຮ່ວມກອງະຊຸມ, ກອງປະຊຸມຈະໄດ້ຮັັບຟັງການໂອ້ລົມຂອງສະຫາຍສຳລານ ສຸວັນນະໂຊດ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ ເພື່ອເປັນເຂັມທິດເຍືອງທາງ ແລະ ເປັນບ່ອນອີງໃນການຈັດຕັງປະຕິບັດບັນດາຄາດໝາຍຕ່າງໆໃຫ້ສໍາເລັດຕາມລະດັບຄາດໝາຍ. ໃນໄລຍະ 03 ເດືອນຕົ້ນປີ 2025 ທີ່ຜ່ານມານີ້, ເມືອງຊຽງຮ່ອນພວກເຮົາ ຍັງສືບຕໍ່ປະເຊີນກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍປະການ, ເຊິ່ງໃນເວທີໂລກ ແລະ ພາກພື້ນ ກໍຄືປະເທດເຮົາ ແມ່ນປະສົບກັບຄວາມຂັດແຍ່ງຂອງປະເທດມະຫາອຳນາດ, ສົງຄາມການຄ້າ ແລະ ກຳແພງພາສີໃນຮອບໃໝ່; ສ່ວນໃນດ້ານສະຖານະການພາຍໃນ ກຸ່ມຄົນບໍ່ຫວັງດີ ຍັງໄດ້ສືບຕໍ່ເຄື່ອນໄຫວ ກໍ່ຄວາມບໍ່ສະຫງົບ ເພື່ອຫວັງມ້າງເພທໍາລາຍລະບອບໃໝ່ຂອງພວກເຮົາ,ປະກອບກັບສະພາບຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ສະພາບການປ່ຽນແປງດິນຟ້າອາກາດ, ໄພພິບັດທາງທໍາມະຊາດ ແລະ ອື່ນໆທີ່ເປັນອຸປະສັກຕໍ່ຈັງຫວະການພັດທະນາກໍຄືການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂັ້ນຂອງຕົນວາງອອກ.ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງຄະນະບໍລິຫານງານພັກເມືອງຢ່າງຕັ້ງໜ້າ ບວກກັບຄວາມຮັບຜິດຊອບຕື່ນຕົວຂອງທຸກພາກສ່ວນໃນສັງຄົມຈຶ່ງພາໃຫ້ເມືອງພວກເຮົາແກ້ໄຂຜ່ານຜ່າ ແລະ ມີຜົນສໍາເລັດຫຼາຍດ້ານຕົ້ນຕໍແມ່ນພວກເຮົາໄດ້ສໍາເລັດການດຳເນີນກອງປະຊຸມໃຫຍ່ ຄັ້ງທີ VIII ຂອງອົງຄະນະພັກເມືອງ, ທັງຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ,ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ວັດທະນະທໍາ-ສັງຄົມ ບັນລຸຫຼາຍຕົວຊີ້ບອກ, ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມໄດ້ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍເທື່ອລະກ້າວ.
ໂດຍ: ຖວທເມືອງຊຽງຮ່ອນ.