ເພື່ອເປັນການສະແດງຄວາມເສົ້າສະຫຼົດໃຈ ແລະ ອາໄລອາວອນຢ່າງສຸດຊຶ້ງຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ, ອະດີດກໍາມະການກົມການເມືອງສູນກາງພັກ ອະດີດປະທານປະເທດ ແຫ່ງ ສສ ຫວຽດນາມ, ໃນວັນທີ 24 ພຶດສະພາ ປີນີ້, ການນໍາແຂວງ ໄຊຍະບູລີ ນໍາໂດຍ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ ໄດ້ເຂົ້າວາງພວງມະລາໄຫວ້ອາໄລຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ທີ່ກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອຂອງ ສປປລາວ ທີ່ແຂວງ ຫຼວງພະບາງ, ໂອກາດດັ່ງກ່າວ ທ່ານ ເພັງນິລັນ ຄໍາພັນເພັງ ຮອງເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ ໄຊຍະບູລີ ເຊິ່ງຕາງໜ້າໃຫ້ຊາວແຂວງ ໄຊຍະບູລີ ໄດ້ກ່າວວ່າ: ຕໍ່ການຈາກໄປຂອງ ສະຫາຍ ເຈີນ ດຶກ ເລືອງ ທາງຄະນະພັກ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງທຸກຂັ້ນ ແລະ ປະຊາຊົນຊາວແຂວງ ໄຊຍະບູລີ ຂໍຝາກຄວາມເສົ້າສະຫຼົດໃຈອັນສຸດຊຶ້ງ, ອາໄລອາວອນ ແລະ ຂໍແບ່ງປັນຄວາມທຸກໂສກມາຍັງກົງສູນໃຫຍ່ ສສ ຫວຽດນາມ ປະຈໍາພາກເໜືອຂອງລາວ ທີ່ແຂວງ ຫຼວງພະບາງ ເຊິ່ງຕາງໜ້າໃຫ້ພັກ-ລັດ ແລະ ປະຊາຊົນ ວຽດນາມທີ່ມາປະຕິບັດໜ້າທີ່ປະຈໍາຢູ່ພາກເໜືອຂອງ ສປປ ລາວ ແລະ ຜ່ານບັນດາສະຫາຍໃນກົງສູນໃຫຍ່ໄປຍັງປະຊາຊົນ ຫວຽດນາມອ້າຍນ້ອງ ໂດຍສະເພາະແມ່ນຄອບຄົວ, ຍາດພີ່ນ້ອງ ແລະ ເພື່ອນມິດຂອງ ສະຫາຍ ເຈີນ ດຶກ ເລືອງ ມາໃນໂອກາດນີ້ດ້ວຍ, ພວກເຮົາຊາວແຂວງ ໄຊຍະບູລີຈະສືບຕໍ່ເສີມສ້າງສາຍພົວພັນລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນ, ຈະສືບຕໍ່ເສີມຂະຫຍາຍຄຸນງາມຄວາມດີທີ່ສະຫາຍໄດ້ສ້າງໄວ້ໃຫ້ຍືນຍົງຕະຫຼອດໄປ ແລະ ຂໍໃຫ້ດວງວິນຍານຂອງສະຫາຍ ເຈີນ ດຶກ ເລືອງຈົ່ງໄປສູ່ສຸຄະຕິເທີ້ນ.
ຂ່າວ-ພາບ: ອຸ່ນເຮືອນ ໂພທິລັກ.