ພິທີທຳລາຍຢາເສບຕິດ ເນື່ອງໃນໂອກາດ ສະເຫຼີມສະຫຼອງ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ຢູ່ແຂວງໄຊຍະບູລີ ໄດ້ຈັດຂື້ນໃນຕອນເຊົ້າວັນທີ 26 ມິຖຸນາ 2025 ນີ້ ຢູ່ທີເດີ່ນສະໜາມຫລວງຂອງແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງໄຊຍະບູລີ, ມີບັນດາທ່ານ ກໍາມະການພັກແຂວງ,ສະມາຊິກສະພາປະຊາຊົນແຂວງ,ຫົວໜ້າ, ຮອງຫົວໜ້າພະແນກການ, ກົມກອງ, ອົງການ, ຮອງເຈົ້າເມືອງ, ຫົວໜ້າ,ຮອງຫົວໜ້າຫ້ອງການອ້ອມຂ້າງເມືອງ, ນາຍບ້ານ, ນ້ອງນັກຮຽນ-ເຍົາວະຊົນ, ບໍລິສັດ ເຂົ້າຮ່ວມ.
ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ປະທານຄະນະກໍາມະການກວດກາ ແລະ ຄວບຄຸມຢາເສບຕິດແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວໃນພິທີສະເຫຼີມສະຫຼອງວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ວ່າ: ປີຜ່ານມາອົງການປົກຄອງແຂວງໄຊຍະບູລີ ກໍຄືກໍາລັງປ້ອງກັນຄວາມສະຫງົບແຂວງ-ເມືອງ, ການຈັດຕັ້ງທຸກຂັ້ນໄດ້ຖືເອົາການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດໜື່ງທີ່ສໍາຄັນໂດຍໄດ້ເອົາໃຈໃສ່ແກ້ໄຂບັນຫາດັ່ງກ່າວ. ການລົງໂຄນາເຜີຍແຜ່ແນວທາງນະໂຍບາຍ, ລະບຽບກົດໝາຍ ແລະ ມະຕິ, ຄໍາສັ່ງ ຂອງພັກ-ລັດກຽ່ວກັບບັນຫາຢາເສບຕິດ ເປັນຕົ້ນແມ່ນໄດ້ເອົາໃຈໃສ່ສຶກສາອົບຮົມ ໃຫ້ປະຊາຊົນບັນດາເຜົ່າເປົ້າໝາຍທີ່ມີຄວາມສ່ຽງຮັບຮູ້ເຖິງຜົນຮ້າຍຂອງຢາເສບຕິດໄດ້ 254 ຄັ້ງ, ມີຜູ້ເຂົ້າຮ່ວມ 31.522 ຄົນ, ຍິງ 14.595 ຄົນ, ໄດ້ເອົາໃຈໃສ່ສ້າງບ້ານ, ສະຖາບັນການສຶກສາໃຫ້ປອດຢາເສບຕິດ ທົ່ວແຂວງມີໂຮງຮຽນປອດ ຢາເສບຕິດ 88 ແຫ່ງ, ບ້ານປອດຢາເສບຕິດ 258 ບ້ານ, ໄດ້ສ້າງເງື່ອນໄຂໃຫ້ປະຊາຊົນຫັນໄປປະກອບອາຊີບອື່ນທີ່ໝັ້ນຄົງ ໃນໂຄງການປູກພືດທົດແທນການປູກຝິ່ນ, ໄດ້ຮັບຜູ້ຖືກເຄາະຮ້າຍຈາກຢາເສບຕິດ ເຂົ້າບໍາບັດ, ປິ່ນປົວຢູ່ບັນດາສູນ, ໂຮງໝໍຊຸມຊົນ ແລະ ຄ້າຍດັດສ້າງບັນດາເມືອງ ຈໍານວນ 396 ຄົນ, ຍິງ 7 ຄົນ, ບໍາບັດປິ່ນປົວດີສົ່ງໃຫ້ຄອບຄົວສືບຕໍ່ສຶກສາອົບຮົມ 220 ຄົນ, ຍິງ 7 ຄົນ, ພວມສືບຕໍ່ບໍາບັດ, ປີ່ນປົວ 176 ຄົນ. ປະຕິບັດມາດຕະການ ດ້ານກົດໝາຍຕໍ່ຜູ້ກະທໍາຜິດໃນການຄ້າ-ຂາຍ, ຂົນສົ່ງຢາເສບຕິດ, ໃນປີ 2024 ທົ່ວແຂວງສາມາດມ້າງລາຍຄະດີໄດ້ 211 ເລື່ອງ, ມີຜູ້ຖືກຫາ 268 ຄົນ, ຍິງ 28 ຄົນ, ຍຶດຢາເສບຕິດປະເພດຢາບ້າໄດ້ 142,971 ເມັດ, ຢາໄອ໌ 1,182 ກິໂລກຼາມ. ໃນປີ 2024 ສານປະຊາຊົນແຂວງຕັດສິນຄະດີຢາເສບຕິດໃຊ້ໄດ້ຢ່າງເດັດຂາດ ມີ 154 ເລື່ອງ, ມີນັກໂທດ 205 ຄົນ, ຍິງ 21 ຄົນ. ຢາເສບຕິດປະເພດຕ່າງໆ ທີ່ສານຕັດສິນແລ້ວມີ ຢາບ້າ 1,321,664 ເມັດ, ນໍ້າໜັກ 142.511 ກຼາມ, ຢາເຄຕາມີນ 3 ກຼາມ. ໃນພິທີໄດ້ພ້ອມກັນຈູດທຳລາຍຢາເສບຕິດຕື່ມອີກ.
ຂ່າວ+ພາບ: ຄໍາໝັ້ນ.