ແຂວງໄຊຍະບູລີ ປະກາດການຈັດຕັ້ງພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນເຂົ້າກັບ ພະແນກການເງິນແຂວງ.

ພິທີປະກາດການຈັດຕັ້ງພາຍຫຼັງໂຮມພະແນກແຜນການ ແລະ ການລົງທຶນເຂົ້າກັບ ພະແນກການເງິນ ແຂວງໄຊຍະບູລີ ໄດ້ຈັດຂຶ້ນໃນວັນທີ 11 ສິງຫາ 2025 ນີ້ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ເປັນກຽດເຂົ້າຮ່ວມພິທີໃນຄັ້ງນີ້ມີ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ, ທ່ານ ພູວົງ ກິດຕະວົງ ກຳມະການປະຈຳພັກ ຮອງລັດຖະມົນຕີກະຊວງການເງິນ, ມີຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນສູນກາງ, ຂັ້ນແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນສອງພາກສ່ວນເຂົ້າຮ່ວມ.

ໃນພິທີ ທ່ານ ສໍາລານ ສຸວັນນະໂຊດ ກໍາມະການປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ, ຄະນະປັບປຸງກົງຈັກການຈັດຕັ້ງຂັ້ນແຂວງ ໄດ້ຂື້ນຜ່ານມະຕິຕົກລົງເລກທີ 49 ລົງວັນທີ 30 ມິຖຸນາ 2025 ສະພາປະຊາຊົນແຂວງ, ວ່າດ້ວຍການຮັບຮອງການປັບປຸງກົງຈັກການຈັດຕັ້ງຂອງແຂວງໄຊຍະບູລີ ດັ່ງນັ້ນ ກອງປະຊຸມສະພາປະຊາຊົນແຂວງໄຊຍະບູລີ ຕົກລົງ ໂຮມພະແນກ, ຫ້ອງການແຜນການ ແລະ ການລົງທຶນ ເຂົ້າກັບພະແນກ, ຫ້ອງການ ການເງິນ,ເອີ້ນວ່າ ພະແນກການເງິນແຂວງ, ຫ້ອງການການເງິນເມືອງ, ຜ່ານຄໍາສັ່ງເລກທີ 432, 433 ລົງວັນທີ 8 ສິງຫາ 2025 ວ່າດ້ວຍການຍຸບເລີກຄະນະພັກຮາກຖານພະແນກແຜນການ ແລະ ການລົງທຶນແຂວງ ແລະ ຄະນະພັກຮາກຖານພະແນກການເງີນແຂວງ, ຜ່ານມະຕິຕົກລົງເລກທີ 435 ຂອງຄະນະປະຈໍາພັກແຂວງໄຊຍະບູລີ, ລົງວັນທີ 11 ສິງຫາ 2025 ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານພະແນກການເງີນແຂວງໄຊຍະບູລີ, ຄະນະປະຈໍາພັກແຂວງ ຕົກລົງສ້າງຕັ້ງຄະນະ ພັກຮາກຖານພະແນກການເງິນແຂວງ ປະກອບມີ 7 ໜ່ວຍພັກຂື້ນກັບຄື: ໜ່ວຍພັກຂະແໜງຈັດຕັ້ງ, ບໍລິຫານ ແລະ ກວດກາ, ໜ່ວຍພັກ ຂະແໜງງົບປະມານ, ຊັບສິນ ແລະ ການບັນຊີ, ໜ່ວຍພັກຂະໜງແຜນການ ແລະ ການຈັດຊື້-ຈັດຈ້າງ, ໜ່ວຍພັກສ່ວຍສາອາກອນປະຈໍາແຂວງ, ໜ່ວຍພັກຄັງເງິນປະຈໍາແຂວງ, ໜ່ວຍພັກພາສີປະຈໍາແຂວງ ແລະ ໜ່ວຍພັກການເງີນຈຸລະພາກ, ຜ່ານມະຕິຕົກລົງເລກທີ 426 ຂອງຄະນະປະຈໍາພັກແຂວງ ລົງວັນທີ 11 ສິງຫາ 2025 ວ່າດ້ວຍການສ້າງຕັ້ງຄະນະພັກຮາກຖານ ແລະ ຄະນະໜ່ວຍພັກ ທີ່ຂື້ນກັບຄະນະພັກຮາກຖານພະແນກການເງິນແຂວງໄຊຍະບູລີ , ຄະນະປະຈໍາພັກແຂວງ ເຫັນດີບົ່ງຕົວແຕ່ງຕັ້ງ ທ່ານ ຄໍາເຫຼັກ ແກ້ວວິໄລພອນ ເປັນເລຂາຄະນະພັກຮາກຖານພະແນກການເງິນແຂວງ, ທັງເປັນຮັກສາການຫົວໜ້າພະແນກການເງີນແຂວງໄຊຍະບູລີ ພ້ອມດ້ວຍຄະນະ ແລະ ຜ່ານຂໍ້ຕົກລົງ ເລກທີ 1455 ຂອງທ່ານເຈົ້າແຂວງໄຊຍະບູລີ ລົງວັນທີ 11 ສິງຫາ 2025 ວ່າດ້ວຍການຍົກຍ້າຍພະນັກງານໄປ ຮັບໜ້າທີ່ໃໝ່ຈໍານວນໜື່ງ; ພ້ອມນີ້ ທ່ານ ດວງຕາ ໄຊວຸດ ຮອງເລຂາພັກແຂວງໄຊຍະບູລີ ຍັງໄດ້ຂື້ນມອບ ຂໍ້ຕົກລົງ ແລະ ມະຕິຕົກລົງຍົກຍ້າຍ – ແຕ່ງຕັ້ງ ໃຫ້ຄະນະພະແນກການເງິນແຂວງໄຊຍະບູລີຕື່ມອີກ.

ຂ່າວ: ມະໄລວັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa