

ກອງປະຊຸມທາບທາມບຸກຄະລາກອນຜູ້ທີ່ຈະອອກຮັບສະໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງໄຊຍະບູລີ ສະໄໝທີ VIII ຮອບທີ I ຈັດຂື້ນໃນຕອນເຊົ້າວັນທີ 12 ສີງຫາ2025 ຢູ່ທີ່ຫໍປະຊຸມໃຫ່ຍແຂວງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກແຂວງ, ກຳມະການປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະປະຈຳສະພາ, ປະທານ, ຮອງປະທານຄະນະກຳມະທິການ; ເລຂາທິການ ແລະ ຮອງເລຂາທິການ ສະພາປະຊາຊົນແຂວງ, ຄະນະທິມງານຂອງຄະນະຈັດຕັ້ງສູນ ກາງພັກ, ຄະນະພັກຮາກຖານ, ຄະນະໜ່ວຍພັກຮາກຖານ ພະແນກການ-ອົງການອ້ອມຂ້າງແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ຫົວໜ້າຂະແໜງບັນດາພະແນກການ-ອົງການ, ກົມກອງອ້ອມ ຂ້າງແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.ການດຳເນີນກອງປະຊູມທາບທາມຄັ້ງນີ້ເພື່ອກວດກາຕີລາຄາ ການນໍາພາຂອງຄະນະບໍລິຫານງານພັກແຂວງ ແລະ ຄະນະພັກ ແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມ ໃຫຍ່ຄັ້ງ ທີ VII ຂອງອົງຄະນະພັກແຂວງ, ມະຕິກອງປະຊຸມໃຫຍ່ຂອງຂັ້ນຕົນ, ແຜນການ ພັດທະນາເສດຖະກິດ-ສັງຄົມ 5 ປີ ຢ່າງພາວະວິໄສ, ກົງໄປກົງມາ ຕໍ່ຜົນສໍາເລັດ ແລະ ຈຸດອ່ອນຂໍ້ ຄົງຄ້າງ, ຂໍ້ຂາດຕົກບົກຜ່ອງໃຫ້ໄດ້ຮັບການປັບປຸງແກ້ໄຂ, ຈາກນັ້ນກໍຕ້ອງກໍານົດ ທິດທາງຫນ້າທີ່, ແຜນ ພັດທະນາເສດຖະກິດ-ສັງຄົມ ໃນຕໍ່ຫນ້າໃຫ້ຖືກຕ້ອງສອດຄ່ອງກັບຄວາມ ມຸ້ງມາດປາຖະຫນາຂອງປະຊາຊົນບັນດາເຜົ່າ.ເພື່ອຄັດເລືອກບຸກຄະລາກອນ ທີ່ມີມາດຕະຖານ, ເງື່ອນໄຂທີ່ໄດ້ກຳນົດໄວ້ ປະກອບເຂົ້າ ໃນ ການຈັດຕັ້ງແຕ່ລະຂັ້ນ ໃນລະບົບການເມືອງ, ເພື່ອສ້າງການຫັນປ່ຽນຢ່າງແຂງແຮງ ແລະ ເລິກເຊິ່ງວຽກງານພະນັກງານ ຂອງຂະແຫນງການ ທ້ອງຖິ່ນ, ສາມາດຕອບສະຫນອງຄວາມຮຽກຮ້ອງ ຕ້ອງການຂອງຫນ້າ ທີ່ການເມືອງ ໃນໄລຍະໃຫມ່ ແລະ ເພື່ອສ້າງຄວາມເຊື່ອຫມັ້ນ, ຕໍ່ການນໍາພາຂອງຄະນະພັກແຕ່ລະຂັ້ນ.ເພື່ອຍູ້ຂະບວນການຮອບດ້ານ, ແຂ່ງຂັນຮັກຊາດ ແລະ ພັດທະນາໃນທົ່ວອົງຄະນະພັກ, ທົ່ວກຳລັງປະກອບອາວຸດ, ພະນັກງານ- ລັດຖະກອນ ແລະ ປະຊາຊົນຊັ້ນຄົນຕ່າງໆ ທຸກສາຂາອາ ຊີບດ້ວຍຈິດໃຈຟົດຟື້ນ ຕໍ່ເນື່ອງ, ການຜະລິດເປັນສິນຄ້າ, ການປ້ອງກັນຊາດ-ປ້ອງກັນຄວາມ ສະຫງົບ ແລະ ອື່ນໆ. ຜ່ານຂະບວນການດັ່ງກ່າວສ້າງໄດ້ພະນັກງານຜູ້ດີເດັ່ນ, ບຸກຄົນຕີເດັ່ນ ການຈັດຕັ້ງ ແລະ ກົມກອງຕົວແບບເພີ້ມຂຶ້ນ.ພ້ອມນັ້ນຄະປະທານໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມ ຈາກນັ້ນ ສະຫາຍ ດວງຕາ ໄຊວຸດ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນຂັ້ນແຂວງ ຂຶ້ນຜ່ານມາດຖານ, ເງື່ອນໄຂ ຜູ້ທີ່ຈະອອກຮັບສະ ໝັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງສະໄໝທີ VIII ຮອບທີ I ພ້ອມທັ້ງຜ່ານມາດຖານເງື່ອນໄຂ ແນະນຳວິທີການທາບທາມ ແລະດຳເນີນການທາບທາມ.
ຂ່າວ: ບຸນລັ່ນ