ເມືອງເງີນ ແຂວງໄຊຍະບູລີ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄໝທີ VI.

ວັນທີ 19 ສິງຫາ 2025 ນີ້: ຢູ່ທີ່ສະໂມສອນເມືອງເງິນ ແຂວງ ໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 3 ສະໄຫມທີ VI. ພາຍໃຕ້ການເປັນປະທານ ຂອງສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາພັກເມືອງ, ບັນດາສະຫາຍຄະນະບໍລິຫານງານພັກເມືອງ, ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ, ເລຂາໜ່ວຍພັກຫ້ອງການ, ກົມກອງ, ໂຮງຮຽນ, ໂຮງໝໍ, ດ່ານສາກົນນໍ້າເງິນ, ລັດວິສາຫະກິດ, ທະນາຄານ ເລຂາໜ່ວຍພັກບ້ານ ແລະ ພະນັກງານບໍານານໃນທົ່ວເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມ ສະຫາຍ ທອງພັນ ສຸກສະຫວັດ ເລຂາຄະນະບໍລິຫານງານພັກເມືອງ ໄດ້ເປັນກຽດຂື້ນກ່່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກເມືອງເງິນ ຄັ້ງທີ 3 ສະໄໝທີ VI ຢ່າງເປັນທາງການ. ເຊິ່ງບາງຕອນສະຫາຍໄດ້ໃຫ້ຮູ້ວ່າ: ກອງປະຊຸມຄັ້ງນີ້: ພວກເຮົາຈະໄດ້ພ້ອມກັນ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 2 ສະໄຫມທີ VI. ແລະ ຜ່ານບົດສະຫຼຸບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນວຽກຈຸດສຸມ 6 ເດືອນທ້າຍປີ 2025.

ຈາກນັ້ນ ສະຫາຍ ນາງ ສີຈົມ ບຸນມານະທໍາ ຮອງເລຂາຄະນະບໍລິຫານງານພັກເມືອງ ຜຸ້ຊີ້ນໍວຽກພັກ-ພະນັກງນ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ຂື້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໜທີ VI ຂອງຄະນະບໍລິຫານງານພັກເມືອງ ແລະ ທິດທາງແຜນການນໍາພາ-ຊີ້ນໍາ ໃນ 6 ເດືອນທ້າຍ ປີ 2025, ບົດສະຫຼຸບການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2025, ຈາກນັ້ນ ບັນດາສະຫາຍທີ່ເຂົ້າຮ່ວມກອງປະຊຸມຈະໄດ້ພ້ອມກັນ ສຸ່ມສະຕິ, ປັນຍາ, ຄວາມຮູ້-ຄວາມສາມາດ ປະກອບຄໍາເຫັນ ໃສ່ພາກສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າ ເພື່ອແນໃສ່ເຮັດໃຫ້ວຽກງານຮອບດ້ານຂອງເມືອງ ມີການພັດທະນາຂື້ນໄປເລື້ອຍໆ. ກອງປະຊຸມແມ່ນ ຈະໄດ້ດໍາເນີນໄປເປັນເວລາ 1 ວັນເຄິ່ງຈື່ງຈະສໍາເລັດ.

ພາບ ຂ່າວ: ຖວທ ເມືອງເງິນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa