ແຂວງ ໄຊຍະບູລີຈັດພິທີໄຂສົກຮຽນໃຫ່ມ 2025-2026 .

ແຂວງໄຊຍະບູລີ ຈັດພິທີໄຂສົກຮຽນໃຫ່ມ 2025-2026 ໄດ້ຈັດຂື້ນໃນຕອນເຊົ້າ ວັນທີ 1 ກັນຍາ2025 ຢູ່ທີ່ສະໂມສອນໂຮງຮຽນມັດທະຍົມສົມບູນ ໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີກຳມະການພັກແຂວງ,ຫົວຫນ້າ,ຮອງຫົວຫນ້າພະແນກການ,ກົມກອງ,ອຳນວຍການໂຮງຮຽນອ້ອມຂ້າງແຂວງ,ຫົວໜ້າຂະແໜງ,ຮອງຂະແໜງ,ສູນ,ປະທານສະມາຄົມພໍ່ແມ່ນັກຂຽນ,ຄູອາຈານ ແລະ ນ້ອງນັກຂຽນເຂົ້າຮ່ວມ.                    ໃນພິທິ ທ່ານ ອີນທີ ຈັນປະເສີດ ເຮີ ວ່າການຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ໄດ້ຂື້ນລາຍງານການກະກຽມຄວາມພ້ອມໃນການໄຂ້ສົກຮຽນໃໝ່ 2025-2026  ຈາກນັ້ນ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດຂື້ນກ່າວບົດປາໄສ ພິທີໄຂສົກຮຽນໃໝ່ 2025-2026 ວ່າ:ສົກຮຽນ 2025-2026 ເປັນສົກຮຽນໜຶ່ງທີ່ມີຄວາມສໍາຄັນ ເຊິ່ງເປັນປີສຸດທ້າຍຂອງການ ຈັດຕັ້ງແຜນພັດທະນາການສຶກສາ ແລະ ກິລາ 5 ປີ ຄັ້ງທີ IX ( 2021-2025 ) ແລະ ວາງແຜນ ພັດທະນາການສຶກສາ ແລະ ກິລາ ຄັ້ງທີ X (2026-2030) ເຊິ່ງພວກເຮົາພວມຕີລາຄາຜົນ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມ 5 ປີ ແລະ ຈະໄດ້ຕີລາຄາການ ນໍາພາຂອງ ຄະນະບໍລິຫານງານພັກແຂວງ ໃນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງຄັ້ງທີ VIII ທີ່ຈະໄຂ ຂຶ້ນໃນມໍ່ໆນີ້ ເມື່ອຫວນຄືນເບິ່ງຜົນງານຂອງຂະແໜງການສຶກສາ ແລະ ກິລາ ໃນ ປີທີ່ຜ່ານມາ ເຫັນວ່າ: ພື້ນຖານ ໂຄງລ່າງການສຶກສາ ເຊັ່ນ ໂຮງຮຽນ, ຫໍພັກ ໄດ້ຮັບການປັບປຸງກໍ່ສ້າງໃໝ່ ຈໍານວນ 14 ຫຼັງ  ການ ປະຕິບັດນະໂຍບາຍຕໍ່ຄູ – ອາຈານ ແລະ ນ້ອງນັກຮຽນ ເຊັ່ນ ການສະໜອງ ເບ້ຍລ້ຽງ, ເງິນເດືອນແມ່ນ ທ່ວງທັນເວລາ ພິເສດ ແຂວງເຮົາໄດ້ສະໜອງ ເບ້ຍລ້ຽງ ໃຫ້ນັກຮຽນບ້ານໄກ ນອນຫໍພັກ, ຜູ້ດ້ອຍໂອກາດ ຈໍານວນ 1,446 ນ້ອງ ເປັນເງິນ 6,5 ຕື້ກວ່າກີບ ຖ້າເບິ່ງໃນພາບລວມແລ້ວ ການຂະຫຍາຍ ໂອກາດການສຶກສາ ແລະ ການປັບປຸງຄຸນນະພາບການສຶກສາ ມີທ່າອ່ຽງດີຂຶ້ນ ອັດຕາການປະລະ ຂອງນັກຮຽນໃນຂັ້ນຕ່າງໆມີທ່າອ່ຽງຫຼຸດລົງ ສິ່ງທີ່ໜ້າສັນລະເສີນ ແລະ ຊົມເຊີຍແມ່ນການ ສອບເສັງຈົບຊັ້ນມັດທະຍົມຕອນປາຍ ສົກຮຽນ 2024-2025 ມີນັກຮຽນ 01 ນ້ອງ ສາມາດຍາດ ໄດ້ປະກາສະນິຍະບັດແດງ (ໃບປະກາດແດງ) ມາຈາກ ໂຮງຮຽນ ມ.ສ ຫົງສາ ເມືອງຫົງສາ ໄດ້ເຂົ້າຮ່ວມການສອບເສັງນັກຮຽນເກັ່ງຊັ້ນມັດທະຍົມລະດັບຊາດ ສາມາດຍາດໄດ້ລາງວັນຊົມເຊີຍ ຖັນແຖວຄູ-ອາ ຈານ ສ່ວນໃຫຍ່ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ເຊື່ອໝັ້ນຕໍ່ການ ນໍາພາຂອງພັກ-ລັດ ມີຄວາມຈຸບຈ້າວຫ້າວຫັນ, ມີນໍ້າໃຈຮັກອາຊີບແພງເດັກ, ຄູສອນໃນຫຼາຍຊັ້ນ-ຫຼາຍລະດັບໄດ້ຮັບການຍົກລະດັບ ແລະ ເຝິກອົບຮົມ ຢ່າງເປັນລະບົບ ແລະ ຕໍ່ເນື່ອງ ວຽກງານ ກິລາ-ກາຍະກຳ ກໍໄດ້ມີການພັດທະນາ ແລະ ລົງທຶນໃສ່ຫຼາຍພໍສົມຄວນ ຈາກການເຂົ້າຮ່ວມ ແຂ່ງຂັນກິລານັກຮຽນມັດທະຍົມທົ່ວປະເທດທີ່ແຂວງສາລະວັນ, ແຂວງເຮົາສາມາດຍາດໄດ້ ຫຼຽນ ຄໍາ 9 ແລະ 7 ຫຼຽນທອງ ລວມ 16 ຫຼຽນ ຢືນຢູ່ໃນອັນທີ 8 ຂອງທົ່ວປະເທດ ພ້ອມນັ້ນໃນພິທີ ຕາງໜ້າໂຮງຮຽນອ້ອມຂ້າງແຂວງ ທັງ 4 ແຫ່ງໄດ້ຂື້ນຜ່ານຂໍ້ແຂ່ງຂັນສອນດີ-ຮຽນເກັ່ງພ້ອມທັງຈັບມື້ແຂ່ງຂັນກັນ ໃນຕອນທ້າຍພິທິຄະນະປະທານແຂກທີເຂົ້າຮ່ວມໄດ້ພ້ອມກັນລັ່ນຄ້ອງ 9 ບາດຕັດແຖບຜ້າປ່ອຍໝາກປູມເປົ້າຂື້ນສູທ້ອງຟ້າ ເພື່ອເປັນສັນຍາລັກພິທີໄຂ້ສົກຮຽນໃໝ່ 2025-2026 ຢ່າງເປັນທາງການ.

ຂ່າວ:ບຸນລັ່ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa