ແຂວງໄຊຍະບູລີ ທາບທາມບຸກຄະລາກອນຄະນະບໍລິຫານງານພັກແຂວງ ສະໄໝທີ VIII (ຮອບທີ III).

ໃນຕອນເຊົ້າຂອງວັນທີ 8 ກັນຍາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຄະນະບໍລິຫານງານພັກແຂວງ ສະໄໝທີ VIII (ຮອບທີ III), ຄະນະປະຈໍາພັກແຂວງ,ເລຂາ, ຮອງເລຂາພັກແຂວງ, ປະທານ, ຮອງປະທານກວດກາພັກແຂວງ(ຮອບທີ II) ແລະ ກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ທ້າຍສະໄໝທີ VIII ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຮອງປະທານກວດກາສູນກາງພັກ, ກໍາມະການປະຈໍາພັກແຂວງ, ກໍາມະການພັກແຂວງ, ມີຜູ້ແທນຈາກຮາກຖານພັກອ້ອມຂ້າງແຂວງ ແລະ 11 ເມືອງ ເຂົ້າຮ່ວມ.

ໃນກອງປະຊຸມສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ຂຶ້ນຜ່ານບົດສະຫຼຸບຜົນສໍາເລັດບັ້ນດໍາເນີນຊີວິດການເມືອງທ້າຍສະໄໝຂອງຄະນະບໍລິຫານງານພັກແຂວງ. ຈາກນັ້ນ ຍັງໄດ້ຮັບຟັງການແນະນໍາຂອງສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແນະນໍາວິທີການ,ມາດຕະການຕໍ່ກັບຜູ້ທີ່ມີມາດຖານເງື່ອນໄຂທາບທາມບຸກຄະລາກອນຜູ້ທີ່ລົງຮັບສະໜັກເປັນຄະນະບໍລິຫານງານພັກແຂວງສະໄໝທີ VIII. ພ້ອມນີ້ ຜູ້ແທນກອງປະຊຸມໄດ້ດໍາເນີນທາບທາມບຸກຄະລາກອນຄະນະບໍລິຫານງານພັກແຂວງ ຮອບທີ III ແລະ ປະກອບຄໍາເຫັນໃສ່ຮ່າງ 3 ບົດ, ທາບທາມບຸກຄະລາກອນຄະນະບໍລິຫານງານພັກແຂວງ ຮອບທີ III  ແລະ ທາບທາມຄະນະປະຈໍາພັກແຂວງ, ເລຂາ, ຮອງເລຂາພັກແຂວງ, ປະທານ, ຮອງປະທານຄະນະກວດກາພັກແຂວງ ຮອບທີ II ,ຮັບຟັງການຜ່ານມາດຖານ, ເງື່ອນໄຂຂອງຜູ້ອອກສະໜັກເລືອກຕັ້ງເຂົ້າໃນຄະນະບໍລິຫານງານພັກແຂວງຊຸດໃໝ່,ຢາຍບັດທາບທາມ, ດໍາເນີນການທາບທາມຄະນະບໍລິຫານງານພັກແຂວງ ຮອບທີ III. ວາລະທີສອງ ທາບທາມຄະນະປະຈໍາພັກແຂວງ, ເລຂາ,ຮອງເຈົ້າແຂວງ, ປະທານ, ຮອງປະທານຄະນະກວດກາພັກແຂວງ ຮອບທີ II , ຜ່ານມາດຕະຖານ, ເງື່ອນໄຂຄະນະປະຈໍາພັກແຂວງເລຂາ,ຮອງເຈົ້າແຂວງ, ປະທານ, ຮອງປະທານຄະນະກວດກາພັກແຂວງ ຮອບທີ II,ຢາຍບັດທາບທາມ, ດໍາເນີນທາບທາມຄະນະປະຈໍາພັກແຂວງ, ເລຂາ,ຮອງເຈົ້າແຂວງ, ປະທານ, ຮອງປະທານຄະນະກວດກາພັກແຂວງ ຮອບທີ II, ຜ່ານຮ່າງລາຍງານການເມືອງ, ຜ່ານຮ່າງແຜນພັດທະນາເສດຖະກິດ-ສັງຄົມ, ຜ່ານຮ່າງບົດສໍາຫຼວດການນໍາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VII.     ພ້ອມນີ້ ບໍລິສັດ ຟີເອັສເອວ ກໍ່ສ້າງຄົບວົງຈອນຈໍາກັດພຽງຜູ້ດຽວ ມອບເງິນຊ່ວຍເຫຼືອໄພພິບັດນໍ້າຖ້ວມຢູ່ແຂວງໄຊຍະບູລີ ໃນວັນທີ 23-25 ກໍລະກົດ 2025 ຜ່ານມາ ຈໍານວນ 200 ລ້ານກີບ, ກອງທຶນຊ່ວຍເຫຼືອສັງຄົມຂອງສະພາແຫ່ງຊາດ ມອບເງິນຈໍານວນ 100 ລ້ານກີບ ໂດຍການເປັນກຽດມອບຂອງ  ສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ ແລະ ຮັບໂດຍສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ. ໃນຕອນທ້າຍໄດ້ຮັບຟັງການມີຄໍາເຫັນຂອງສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດຕື່ມອີກ.

ຂ່າວ+ພາບ: ຄໍາໝັ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa