ໃນຕອນບ່າຍຂອງວັນທີ 8 ກັນຍາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊຍະບູລີ ສະໄໝທີ VII ໂດຍການເປັນກຽດເຂົ້າຮ່ວມຂອງສະຫາຍ ປອ ນາງ ສູນທອນ ໄຊຍະຈັກ ເລຂາທິການສູນກາງພັກ ຮອງປະທານສະພາແຫ່ງຊາດ, ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ສະຫາຍ ວິໄລວັນ ບຸດດາຄໍາ ກໍາມະການສໍາຮອງສູນກາງພັກ ຮອງປະທານກວດກາສູນກາງພັກ, ມີບັນດາສະຫາຍຄະນະບໍລິຫານງານພັກແຂວງສະໄໝທີ VII ເຂົ້າຮ່ວມ.
ໃນກອງປະຊຸມ ສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ທ້າຍສະໄໝຂອງຄະນະບໍລິຫານງານພັກ ແຂວງໄຊຍະບູລີ ສະໄໝທີ VII ບາງຕອນສະຫາຍໄດ້ກ່າວວ່າ: ກອງປະຊຸມຄັ້ງນີ້ ຈະໄດ້ພ້ອມກັນຄົ້ນຄ້ວາພິຈາລະນາ ແລະ ຮັບຮອງເອົາບັນດາເນື້ອໃນຮ່າງ ລາຍງານການເມືອງ,ຮ່າງແຜນພັດທະນາເສດຖະກິດ-ສັງຄົມ,ຮ່າງບົດສຳຫຼວດການນຳພາລວມຂອງຄະນະບໍລິຫານງານພັກແຂວງສະໄໝທີ VII ແລະ ຮັບຮອງເອົາບຸກຄະລາກອນທີ່ຈະສະໝັກເຂົ້າໃນຄະນະບໍລິຫານງານພັກແຂວງ ຊຸດທີ VIII ຕອນທ້າຍປະທານໄດ້ມີຄຳເຫັນຕໍ່ກອງປະຊຸມ.
ຂ່າວ: ບຸນລັ່ນ.