ໃນວັນທີ 9 ກັນຍາ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ພາຍໃຕ້ການເປັນປະທານຂອງສະຫາຍ ພົງສະຫວັນ ສິດທະວົງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງໄຊຍະບູລີ, ມີບັນດາອານຸກໍາມະການແຕ່ລະພາກສ່ວນ ພ້ອມດ້ວຍພະນັກງານ-ລັດຖະກອນທີ່ກ່ຽວຂ້ອງເຂົ້າຮ່ວມ. ຈຸດປະສົງກອງປະຊຸມປຶກສາຫາລືກ່ຽວກັບການກະກຽມດໍາເນີນກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກແຂວງໄຊຍະບູລີ ຄັ້ງທີ VIII ກໍ່ເພື່ອລາຍງານການກຽມຄວາມພ້ອມຂອງແຕ່ລະອານຸເພື່ອເຮັັດໃຫ້ກອງປະຊຸມໃຫ່ຍ ທີ່ຈະໄຂຂຶ້ນໃນຕໍ່ໜ້ານີ້ໃຫ້ມີຄວາມໝາຍຄວາມສໍາຄັນ,ມີເນື້ອໃນຄົບຖ້ວມ,ມີບັນຍາກາດເບີກບານມ່ວນຊື່ນແລະມີຄວາມສະຫງົບປອດໄພເຮັດໃຫ້ກອງປະຊູມມີຜົນສໍາເລັດຕາມລະດັບຄາດໝາຍທີ່ວາງໄວ້. ເຊິ່ງລວມມີອານຸທັງໝົດ 6 ອານຸ ຄື: ອານຸກໍາມະການເນື້ອໃນ,ອານຸກໍາມະການບຸກຄະລາກອນ, ອານຸກໍາມະການເສດຖະກິດ, ອານຸກໍາມະການຂະບວນການ,ພິທີການ, ສະຖານທີີ່ ແລະ ຮັບແຂກ, ອານຸກໍາມະການປ້ອງກັນຄວາມສະຫງົບ ແລະ ຮັກສາສຸຂະພາບ, ອານຸກໍາມະການກອງເລຂາ.
ຂ່າວ+ພາບ: ຄໍາໝັ້ນ