

ໃນຕອນເຊົ້າຂອງວັນທີ 28 ຕຸລາ 2025 ນີ້ ຢູ່ທີ່ຫໍປະຊຸມໃຫຍ່ຂອງແຂວງໄຊຍະບູລີ ໄດ້ຈັດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ພາຍໃຕ້ການເປັນປະທານຂອງພຣະອາຈານ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ,ປະທານພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ, ເປັນກຽດເຂົ້າຮ່ວມຂອງພະອາຈານໃຫຍ່ ອ່ອນແກ້ວ ສິດທິວົງ ຜູ້ຊ່ວຍປະທານ ສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ທ່ານ ເພັງນິລັນ ຄໍາພັນເພັງ ເລຂາພັກແຂວງ ປະທານສະພາປະຊາຊົນແຂວງໄຊຍະບູລີ, ມີປະທານແນວລາວສ້າງຊາດແຂວງ, ມີບັນດາພະອາຈານຄະນະປະຈໍາການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ມີພະອາຈານຕາງໜ້າຈາກແຂວງຫຼວງພະບາງ, ແຂວງຫົວພັນ, ມີຄະນະບໍລິຫານງານອົງການພຸດທະສາສະໜາສໍາພັນແຂວງ, 10 ເມືອງ ທົ່ວແຂວງໄຊຍະບູລີ ເຂົ້າຮ່ວມ.
ໃນກອງປະຊຸມພະອາຈານ ບຸນທຽນ ພຸດທະວະໂຣ ກໍາມະການສູນກາງອົງການພຸດທະສາສະໜາສໍາພັນ ແຫ່ງ ສປປ ລາວ, ປະທານພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ ໄດ້ກ່າວເປີດກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ຂຶ້ນຢ່າງເປັນທາງການ. ຈາກນັ້ນ ພະອາຈານ ສົມພອນ ຄໍາຈະເລີນ ຮອງປະທານອົງການພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ ໄດ້ຜ່ານບົດສະຫຼຸບວຽກງານ 5 ປີ 2021-2025 ແລະ ທິດທາງແຜນການ 5 ປີ 2026-2030 ວ່າ: ອົງການພຸດທະສາສະໜາສໍາພັນລາວແຂວງໄຊຍະບູລີ ,ມີພະອາຈານທັງໝົດ 332 ອົງ, ສໍາມະເນນ 1060 ອົງ, ມີວັດທັງໝົດ 268 ວັດ ໃນຈໍານວນ 10 ເມືອງ, ມີໂຮງຮຽນສົງ 6 ແຫ່ງ ແລະ ຫ້ອງຮຽນສົງທີ່ເປັນກິ່ງໂຮງຮຽນ 1 ແຫ່ງ ມສ ສົງໄຊຍະບູລີ, ມສ ສົງເມືອງ ພຽງ, ມຕ ສົງປາກລາຍ, ມຕ ສົງແກ່ນທ້າວ, ມຕ ສົງທົ່ງມີໄຊ, ມຕ ສົງຫົງສາ ແລະ ຫ້ອງຮຽນສົງ (ມສ ເມືອງເງິນ) ສົກຮຽນ 2025-2026 ນີ້ມີຄູອາຈານສອນທີ່ເປັນ ຄູພຣະສົງ 21 ອົງ, ຄູຄາລະວາດ 82 ທ່ານ, ມີ ນັກຮຽນທັງໝົດ 595 ອົງ, ຊັ້ນ ມ.ຕົ້ນ 513 ອົງ ແລະ ຊັ້ນ ມ.ປາຍ 82 ອົງ. ນອກນັ້ນ, ຍັງໄດ້ເຂົ້າຮຽນຮ່ວມກັບສາມັນ (ຝ່າຍໂລກ) 389 ອົງ ໃນນີ້ ຊັ້ນປະຖົມ 29 ອົງ, ຊັ້ນ ມ.ຕົ້ນ 182 ອົງ ແລະ ຊັ້ນ ມ.ປາຍ 78 ອົງ. ອົງການພຸດທະສາສະໜາສັາພັນລາວແຂວງໄຊຍະບູລີ ເປັນອົງການທີ່ສໍາຄັນ ໃນການບໍລິຫານກິດຈະການ ວຽກງານຂອງຄະນະສົງໃນຂັ້ນຕ່າງໆ, ມີພາລະບົດບາດ, ສິດ ແລະ ໜ້າທີ່ ໃນການເຕົ້າໂຮມຄວາມສາມັກຄີພະສົງ-ສໍາມະເນນ, ພຸດທະສາສະນິກະຊົນລາວບັນດາເຜົ່າ ມີຄວາມເອກອ້າງທະນົງໃຈ ທີ່ເຫັນວ່າພະສົງ-ສໍາມະເນນ, ພໍ່ແມ່ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນ, ທຸກເພດ, ທຸກໄວ ໃນຂອບເຂດທົ່ວແຂວງໄດ້ເປັນເຈົ້າການ ສົ່ງເສີມ, ຂະຫຍາຍມູນເຊື້ອອັນດີງາມ ຂອງຊາດ ແລະ ພະພຸດທະສາສະໜາ ແມ່ນມູນເຊື້ອຄວາມ ສາມັກຄີ, ຮັກເຊື້ອແພງຊາດໄດ້ຢ່າງໝັ້ນຄົງ ແລະ ເປັນປຶກແຜ່ນແໜ້ນໜາ. ອົງການພຸດທະສາສະໜາສໍາພັນລາວໃນແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງໃກ້ຊິດ ຕິດແທດ, ອົບຮົມ, ເທສະໜາ ສັ່ງສອນ ພະສົງ-ສໍາມະເນນ ໃຫ້ຕັ້ງຕົນຢູ່ໃນຫຼັກພະທໍາມະວິໄນ, ຫຼັກສິນທັມ ແລະ ເຄົາຣົບນັບຖືລະບຽບການ ທັມມະນູນສົງລາວ, ກົດໝາຍ ຂອງບ້ານເມືອງໃນແຕ່ລະໄລຍະຢ່າງເຄັ່ງຄັດ, ກ່ອນອື່ນ ແມ່ນແນໃສ່ເຮັດໃຫ້ພຣະສົງ-ສາມະເນນ ດໍາລົງຕົນຢູ່ໃນສະມະນະວິໄນ ໂດຍຢຶດຫຼັກພຣະທັມມະວິໄນ ໃຫ້ເປັນຍອດທຸງໄຊ, ທັມມະນູນສົ່ງລາວ ເປັນຫຼັກໃນການຈັດຕັ້ງປະຕິບັດ, ຕິດພັນກັບນໍ້າໃຈຮັກຊາດ, ຮັກລະບອບໃໝ່, ສ້າງຄວາມສາມັກຄີຊ່ວຍເຫຼືອເກື້ອກູນເຊິ່ງກັນ ແລະ ກັນ, ຈັດຕັ້ງ ແລະ ເຂົ້າຮ່ວມການເຜີຍແຜ່ນະໂຍບາຍຂອງພັກ, ລະບຽບການ, ກົດໝາຍຂອງ ລັດ ກໍຄືທິດທາງໜ້າທີ່ ຂອງອົງການພຸດທະສາສະໜາສັມພັນລາວແຂວງ. ພ້ອມນີ້ ຕາງໜ້າພະແນກການ, ອົງການ ທີ່ກ່ຽວຂ້ອງໄດ້ປະກອບຄໍາຄິດຄໍາເຫັນຕໍ່ກັບກອງປະຊຸມໃຫຍ່ຜູ້ແທນພຣະສົງທົ່ວແຂວງໄຊຍະບູລີ ສະໄໝທີ V ເພື່ອໃຫ້ວຽກອົງການພຸດທະສາສະໜາສໍາພັນລາວທົ່ວແຂວງໄຊຍະບູລີ ໄດ້ຮັບຜົນຕາມແຜນການທີ່ວາງໄວ້ ກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 1 ວັນ ຈຶ່ງຈະສໍາເລັດ.
…………………..
ຂ່າວ+ພາບ: ຄໍາໝັ້ນ