

ເມືອງພຽງ ແຂວງໄຊຍະບູລີ ສະຫຼຸບປິດການເຝິກອົບຮົມໃຫ້ແກ່ນັກເດີນສຳຫຼວດ ແລະ ນັກກວດກາ ໃນການສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂື້ນໃນວັນທີ 28 ຕຸລາ 2025 ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ກອງໄຊ ໄຊຍະລາດ ຮອງປະທານຄະນະກຳມະການປົກຄອງເມືອງ ຮອງຫົວໜ້າຄະນະຊີ້ນຳສຳຫຼວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ຂັ້ນເມືອງ, ມີບັນດາຄະນະຮັບຜິດຊອບຂັ້ນແຂວງ ແລະ ຂັ້ນເມືອງພ້ອມດ້ວຍນັກກວດກາ ແລະ ນັກເດີນສຳຫຼວດຂັ້ນເມືອງເຂົ້າຮ່ວມ. ພິທີໄດ້ລາຍງານຜົນການຝຶກອົບຮົມໃຫ້ນັກກວດກາ ແລະ ນັກເດີນສຳຫຼວດ ຂັ້ນເມືອງຂອງການສຳຫຼວດພົນລະເມືອງແລະ ທີ່ຢູ່ອາໄສນຳສະເໜີກ່ຽວກັບຫົວໜ່ວຍຂອງການສຳຫຼວດ ວິທີການ ແລະ ຂັ້ນຕອນຂອງການສຳຫຼວດ, ນຳສະເໜີ ໂປຣແກຣມແຜນທີ່, ການນຳໃຊ້ໂປຼແກຼມແຜນທີ ແລະ ເຂດສຳຫຼວດ, ນຳສະເໜີການນຳໃຊ້ແທັບເລັດ ແລະ ໂປຣແກຼມແບບສອບຖາມ
ເພື່ອໃຫ້ມີຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບກອບແນວຄວາມຄິດ, ຈຸດປະສົງ ແລະ ວິທີການຈົດກ່າຍແບບສອບຖາມໃນແທັບເລັດໃຫ້ມີຄວາມເປັນເອກະພາບຢ່າງເລິກເຊິ່ງ ຮັບປະກັນໃຫ້ມີຄວາມສາມາດເກັບກຳຂໍ້ມູນຕ່າງໆຢູ່ໃນລະບົບໃຫ້ຖືກຕ້ອງ ເສີມສ້າງຄວາມຮູ້, ຄວາມເຂົ້າໃຈ ກ່ຽວກັບໜ້າທີ່ຮັບຜິດຊອບຂອງນັກວດກາ ແລະ ນັກເດີນສໍາ ຫຼວດ ລວມທັງວິທີການ ແລະ ຂັ້ນຕອນ ໃນການເກັບກຳຂໍ້ມູນພາກສະໜາມ ເອກະພາບກ່ຽວແຜນການເກັບກຳຂໍ້ມູນ, ຈໍານວນເຂດສໍາຫຼວດ, ຈໍານວນນັກເດີນສໍາຫຼວດ, ນັກ ກວດກາ ທີ່ຮັບຜິດ ຊອບຈັດຕັ້ງປະຕິບັດການເກັບກຳຂໍ້ມູນພາກສະໜາມເພຶ່ອເກັບກຳສະຖິຕິພົນລະເມືອງລາວ ແລະ ຕ່າງປະເທດທີ່ດຳລົງຊີວິດຢູ່ລາວ ທັງເກັບກຳສະພາບການຂະຫຍາຍຕົວຂອງພົນລະເມືອງ ແລະ ເກັບກຳສະພາບທີ່ຢູ່ອາໄສຂອງ ພົນລະເມືອງ, ເກັບກຳຂໍ້ມູນພື້ນຖານຂອງພົນລະເມືອງລາວ ກ່ຽວກັບການສຶກສາ, ດ້ານສາທາລະນະສຸກ, ຄຸນລັກສະນະທີ່ຢູ່ອາໄສ, ການດໍາລົງຊີວິດ, ສະພາບຄວາມພິການ ແລະ ສະພາບການ ຍົກຍ້າຍຂອງພົນລະເມືອງ, ເກັບກຳສະພາບກຳລັງແຮງງານ ແລະ ສະພາບການມີວຽກເຮັດງານທໍາພ້ອມທັງສ້າງຖານຂໍ້ມູນໃຫ້ແກ່ການຄາດຄະເນພົນລະເມືອງໃນການສໍາຫຼວດສຳມະໂນຄົວ ຂື້ນທະບຽນ ພົນລະເມືອງ, ສ້າງ ແລະ ປັບປຸງລະບົບຂໍ້ມູນຂ່າວສານ ສະຖິຕິດ້ານຕ່າງໆໃຫ້ມີຄວາມຄົບຖ້ວນສົມບູນ ຍິ່ງຂຶ້ນໃຫ້ທຽບທັນກັບພາກພື້ນ ແລະ ສາກົນ, ສຳຫຼວດຂໍ້ມູນທາງດ້ານເສດຖະກິດ ແລະ ສະພາບທ່າ ອ່ຽງໃນດ້ານສັງຄົມ ແລະ ຄວາມສະເຫມີພາບຍິງ-ຊາຍ ການເຝີກອົບຮົມໃນຄັ້ງນີ້ໄດ້ດຳເນີນເປັນເວລາ 10 ວັນເຕັມຈຶ່ງສຳເລັດ.
ໂດຍ: ແສງສຸດາ ກິ່ງສະຫວັດ.