

ໃນຕອນເຊົ້າວັນທີ 4 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງໄຊຍະບູລີ ໄດ້ສຳເລັດກອງປະຊຸມຜູ້ບໍລິຫານການສຶກສາ, ວິທະຍາສາດ ແລະ ກິລາ ທົ່ວເມືອງໄຊຍະບູລີ ປະຈໍາສົກຮຽນ 2024-2025 ພາຍຫຼັງດໍາເນີນມາເປັນເວລາ 1 ວັນ, ພາຍໃຕ້ການເປັນປະທານຂອງທ່ານ ສົມໝາຍ ພັນທະວົງ ກຳມະການພັກເມືອງ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊຍະບູລີ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ອິນທີ ຈັນປະເສີດເຮີ ກໍາມະການພັກແຂວງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ, ທ່ານ ດຣ ພັນ ພອນສະຫວັດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີກໍາມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຜູ້ບໍລິຫານການສຶກສາ ພ້ອມດ້ວຍພະນັກງານປະຕິວັດອາວຸໂສບໍານານ, ຜູ້ອໍານວຍການໂຮງຮຽນພາກລັດ ແລະ ເອກະຊົນ, ຫົວໜ້າໜ່ວຍງານ, ທ່ານນາຍບ້ານ ແລະ ວິຊາການທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມຜູ້ເຂົ້າຮ່ວມໄດ້ຮັບຟັງຜ່ານບົດບັນທືກກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາທົ່ວແຂວງ ສົກຮຽນ 2024-2025 ເລກທີ4145/ສສກ.ຊຍ, ລົງວັນທີ 13 ຕຸລາ 2025, ຮັບຟັງການລາຍງານຫຍໍ້ຮ່າງບົດສະຫຼຸບກັບຜົນສໍາເລັດການຈັດຕັ້ງປະຕິບັດແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2024 – 2025 ແລະ ແຜນພັດທະນາການສຶກສາ ແລະ ກິລາ ສົກຮຽນ 2025 – 2026; ລາຍງານຜົນການຕິດຕາມມະຕິກອງປະຊຸມຜູ້ບໍລິຫານການສຶກສາ ແລະ ກິລາ ທົ່ວແຂວງປະຈໍາສົກຮຽນ 2024 – 2025; ສະເໜີທິດທາງ ແລະ ມາດຕະການແກ້ໄຂບັນຫາການປະລະການຮຽນ, ການປັບປຸງຄຸນນະພາບການຮຽນ – ການສອນໃນຊັ້ນການສຶກສາກ່ອນໄວຮຽນ, ຊັ້ນປະຖົມສຶກສາ ແລະ ຊັ້ນມັດທະຍົມສຶກສາ; ຈາກນັ້ນປະທານກອງປະຊຸມກໍ່ໄດ້ສັງລວມບັນຫາທ້າທາຍ ແລະ ສະເໜີລາຍຊື່ຜູ້ຮ່ວມສົນທະນາຮ່ວມກັບຄະນະຫ້ອງການສຶກສາທິການ ແລະ ກິລາເມືອງ ເປັນຕົ້ນແມ່ນສົນທະນາກ່ຽວກັບມາດຕະການແກ້ໄຂບັນຫາການເຂົ້າຮຽນຫຼຸດລົງ ແລະ ການປະລະເພີ່ມຂຶ້ນ; ສົນທະນາກ່ຽວກັບມາດຕະການບັນຫາຄຸນນະພາບການຮຽນຂອງນັກຮຽນຍັງຕໍ່າ; ສົນທະນາກ່ຽວກັບມາດຕະການບັນຫາການຂາດແຄນຄູສອນ; ຕອນທ້າຍກອງປະຊຸມ ທ່ານ ອິນທີ ຈັນປະເສີດເຮີ ກໍາມະການພັກແຂວງ ວ່າການຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງໄຊຍະບູລີ ແລະ ທ່ານ ດຣ ພັນ ພອນສະຫວັດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ຜັດປ່ຽນກັນໃຫ້ກຽດໂອ້ລົມຕໍ່ກອງປະຊຸມຕື່ມອີກ.
ຂ່າວ-ພາບ: ສົມພົງ ສີສະຫວັດ.