ພິທີປະກາດການ ຍົກຍ້າຍ ແລະ ແຕ່ງຕັ້ງ ນາຍ ແລະ ພົນຕໍາຫລວດ ທີ່ຂື້ນກັບ ກອງບັນຊາການ ປກສ ແຂວງ ໄຊຍະບູລີ

ພິທີປະກາດການຍົກຍ້າຍ ແລະ ແຕ່ງຕັ້ງນາຍຕຳຫຼວດ ທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຈັດຂື້ນ ໃນຕອນເຊົ້້າ ວັນທີ 06 ພະຈິກ 2025 ນີ້ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ພັອ ຄໍາສີນ ຜີວວັນນາ ກໍາມະການພັກແຂວງ, ຫົວໜ້າກອງບັນຊາການ ປກສ ແຂວງ ໄຊຍະບູລີ, ມີຄະນະພັກຄະນະບັນຊາກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກົມກອງອ້ອມຂ້າງ, ຄະນະກອງບັນຊາການ ປກສ 11 ເມືອງ, ແຂກຖືກເຊີນ ພ້ອມດ້ວຍນາຍ ແລະ ພົນຕໍາຫລວດເຂົ້າຮ່ວມ.

ໃນພິທີ ທ່ານ ພັທ ທິບພະຈັນ ລາດມົນຕີ ຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຂື້ນຜ່ານ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ເລກທີ 2834,2835/ປກສ ວ່າດ້ວຍການຍົກຍ້າຍ ແລະ ແຕ່ງຕັ້ງ ນາຍຕຳຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ຍົກຍ້າຍ ແລະ ແຕ່ງຕັ້ງ ພັທ ຄຳອ່ອນ ວັນເຮື່ອງ ຈາກກອງບັນຊາການ ປກສ ເມືອງທົ່ງມີໄຊ ໄປຮັບໜ້າທີໃໝ່ເປັນຫົວໜ້າ ກອງບັນຊາການ ປກສ ເມືອງຫົງສາ, ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ໄປຮັບໜ້າທີ່ໃໝ່ເປັນຫົວໜ້າ ກອງບັນຊາການ ປກສ ເມືອງທົ່ງມີໄຊ, ພັທ ເລີດໄຊ ແສງວີໄລ ຈາກກອງບັນຊາການ ປກສ ເມືອງໄຊສະຖານ ໄປຮັບໜ້າໃໝ່ເປັນຮອງຫ້ອງການກອງບັນຊາການ  ປກສ ແຂວງໄຊຍະບູລີ, ພັທ ສົມສະນິດ ມານິດຈາກຫ້ອງພະລາທິການ ໄປຮັບໜ້າທີໃໝ່ເປັນຮອງກອງບັນຊາການ ປກສ ເມືອງໄຊສະຖານ, ພັທ ຄຳປານ ມະນີວົງ ຈາກກອງບັນຊາການ ປກສ ເມືອງທົງມີໄຊ ໄປຮັບໜ້າທີ່ໃໝ່ເປັນຮອງກອງບັນຊາການ ປກສ ເມືອງແກ່ທ້າວ ພັທ ຄຳໜື່ນ ວົງໄພໂລດ ຈາກຫ້ອງຄຸມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ ໄປຮັບໜ້າທີ່ໃໝ່ເປັນຮອງຫ້ອງການກອງບັນຊາການ ປກສ ແຂວງໄຊຍະບູລີ ແລະ ແຕ່ງຕັ້ງ ພັຕ ບຸນຄົງ ເພັດວິໄຊ ເປັນຮອງຫ້ອງການເມືອງ ປກສ ແຂວງ, ພັທ ເກົ້າຊົງ ແຊ່ເຕີນ ເປັນຮອງຫ້ອງສັນຕິບານ ,ພັທ ສູນທອນ ພົມລະກຸນ ເປັນຮອງຫ້ອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ, ພັທຄຳມະນີ ພິລາຈິດ ເປັນຮອງກອງພັນປ້ອງກັນເຄື່ອນທີ່, ພັທ ຄຳຟັ້ນ ສຸກສະຫວັດ ເປັນຮອງກອງບັນຊາການ ປກສ ເມືອງທົ່ງມີໄຊ, ພັທ ອຸ່ນເຮືອນ ກັນທະວົງ ເປັນຫົວໜ້າ ກອງບັນຊາການ ປກສ ເມືອງແກ່ນທ້າວ ແລະ ໄດ້ຜ່ານຂໍ້ຕົກລົງ ເລກທີ 6211,6212,6213/ ປກສ ຊລ, ວ່າດ້ວຍການແຕ່ງຕັ້ງນາຍຕຳຫຼວດທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ, ຂໍ້ຕົກລົງຊົ່ວຄ່າວ ວ່າດ້ວຍການຍົກຍ້າຍນາຍຕຳຫຼວດ ແລະ ຂໍ້ຕົກລົງວ່າດ້ວຍການຍົກຍ້າຍນາຍຕຳຫຼວດ, ຄຳເຫັນວ່າດ້ວຍການອານຸມັດແຕ່ງຕັ້ງນາຍຕຳຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງ ແລະ ຂໍ້ຕົກລົງເລກທີ່ 5255,5564/ກມປສ, ວ່າດ້ວຍການ ປກະຕິບັດວິໄນນາຍຕໍາຫຼວດທີ່ຂື້ນກັບກອງບັນຊາການ ປກສ ແຂວງໄຊຍະບູລີ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບຕົກລົງ ປະຕິບັດວິໄນ ຮທ ກຸງທອງ ດາວວິລີນ ສັງກັດຢູ່ກອງບັນຊາການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ ແລະ ສະຫາຍ ຮຕ ກອງແກ້ວ ແກ້ວມະນີວົງ ກອງບັນຊາການ ປກສ ເມືອງທົ່ງມີໄຊ ແຂວງໄຊຍະບູລີ ອອກຈາກກຳລັງປ້ອງກັນຄວາມສະຫົງບໂດຍບໍ່ໄດ້ຮັບອຸດໜູນນະໂຍບາຍໃດໆ. ເຫດຜົນ ຜູ້ກ່ຽວເຄື່ອນໄຫວພົວພັນສີງເສບຕິດ ປະເພດ(ຢາບ້າ) ຂາດສະຕິຕໍ່ການຈັດຕັ້ງ ແລະ ປະລະໜ້າທີ່ໂດຍບໍ່ມີເຫດຜົນ.

ຈາກນັ້ນ ພັທ ແສນໄຊ ພົນອາສາ ຮ້ອງຫ້ອງການເມືອງ ປກສ ແຂວງໄຊຍະບູລີ ໄດ້ຂື້ນຜ່ານຂໍ້ຕົກລົງ ວ່າດ້ວຍການອານຸມັດໃຫ້ນາຍຕຳຫຼວດ ພັກການຮັບອຸດໜູນບຳນານ ຈຳນວນ 14 ສະຫາຍ, ຍິງ 02 ສະຫາຍ, ຂໍ້ຕົກລົງ ວ່າດ້ວຍການມອບ ຫຼຽນກາປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕຳຫຼວດ, ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ, ຂໍ້ຕົກລົງວ່າດ້ວຍການມອບໃບຍ້ອງຍໍກະຊວງປ້ອງກັນຄວາມສະຫງົບໃຫ້ນາຍ ແລະ ພົນຕຳຫຼວດ, ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ຂໍ້ຕົກລົງ ວ່າດ້ວຍການດັດແກ້ຊັ້ນ ໃຫ້ພົນຕຳຫຼວດ ກອງບັນຊາການ ປກສ ແຂວງໄຊຍະບູລີ, ໃນນັ້ນ ດັດແກ້ຊັ້ນ ສິບໂທ ຂຶ້ນເປັັັັັນຊັ້ນ ຮ້ອຍຕີ ມີ 07 ສະຫາຍ,ຍິງ 02 ສະຫາຍ ແລະ ດັດແກ້ຊັ້ນ ສິບໂທ ຂື້ນເປັນ ວາທີຮ້ອຍຕີ 02 ສະຫາຍ ຈາກນັ້ນຄະນະກອງບັນຊາການ ກໍ່ໄດ້ຖັດປ່ຽນກັນຂື້ນມອບຫຼຽນ,ມອບໃບຍ້ອງຍໍ ແລະ ຂື້ນປະດັບຊັ້ນ ໃຫ້ຜູ້ທີ່ໄດ້ຮັບຢ່າງສົມກຽດ.

ຕອນທ້າຍພິທີ ທ່ານ ພັອ ຄໍາສີນ ຜີວວັນນາ ກໍ່ໄດ້ມີຄໍາເຫັນໂອລົມ, ເນັ້ນໜັກໃຫ້ບັນດາສະຫາຍ ຄະນະພັກ-ຄະນະບັນຊາແຕ່ລະຂັ້ນ,ພະນັກງານຫຼັກແຫຼ່ງແຕ່ລະກົມກອງ  ຈົ່ງເອົາໃຈໃສ່ສືກສາອົບຮົມນາຍ ແລະ ພົນຕໍາຫລວດ ໃຫ້ໜັກແໜ້ນ ເລິກເຊິ່ງ ເຖິງຖອງ, ມີຄວາມຮັບຜິດຊອບສູງ ຕໍ່ໜ້າທີ່ວຽກງານ ,ເພີ່ມທະວີຄວາມສາມັກຄີ ເປັນເອກະພາບ ຢູ່ພາຍໃນໃຫ້ໜັກແໜ້ນ,ສືບຕໍ່ປັບປຸງ ແບບແຜນ ວິທີ່ເຮັດວຽກ, ແບບແຜນການນຳພາບັນຊາໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຢູ່ໃນກົມກອງຂອງຕົນ ພ້ອມນີ້ ຍັງໄດ້ຮຽກຮ້ອງມາບັນດາສະຫາຍ ທີ່ຖຶກຍົກຍ້າຍ ແລະ ໄດ້ຮັບການແຕ່ງຕັ້ງມອບໝາຍໜ້າທີ່ໃໝ່ ຈົ່ງເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ມີທັດສະນະຫຼັກໜັ້ນ, ການເມືອງໜັກແໜ້ນ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ເອົາໃຈໃສ່ໃຫ້ຄວາມເບິ່ງແຍງ ແລະ ໃກ້ສິດຕິດແທດ ກັບມະຫາຊົນ ,ແບ່ງຄວາມຮັບຜິດຊອບການຊີ້ນຳບັນຊາ ໃຫ້ແທດເໜາະກັບຄວາມຮູ້ ຄວາມສາມາດ ແລະ ນຳພາຈັດຕັ້ງປະຕິບັດຫນ້າທີ່ວຽກງານ ທີ່ໄດ້ຮັບມອບໝາຍ ໃຫ້ມີທ່ວງທ່າປ່ຽນແປງ ຈາກອັນເກົ່າໄປສູ່ອັນໃໝ່ທີ່ຕັ້ງໜ້າ ແລະ ມີຜົນສຳເລັດໃໝ່ ໃຫ່ຍຫຼວງກວ່າເກົ່າ.

ປກສ ແຂວງໄຊຍະບູລີ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa