

ຫ້ອງການກະສິກໍາ ແລະ ສິ່ງແວດລ້ອມ ເມືອງຄອບ ແຂວງໄຊຍະບູລີ ໄດ້ຈັດພິທີສະເຫຼີມສະຫຼອງ 3 ວັນສໍາຄັນຂອງວຽກງານກະສິກໍາ ແລະ ສິ່ງແວດລ້ອມ ຢູ່ທີ່ໂຮງຮຽນມັດທະຍົມສຶກສາສົມບູນມ່ວງດອນມູນ ໃນວັນທີ 11 ພະຈິກ 2025 ນີ້.
ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສະໝັກ ລິດສະຖານ ກໍາມະການປະຈໍາພັກເມືອງ ຮອງປະທານຄະນະກໍາມະການປົກຄອງເມືອງ, ມີທ່ານ ນວນສີ ແກ້ວວົງລັດ ກໍາມະການພັກເມືອງ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ ພ້ອມດ້ວຍນ້ອງນ້ອຍນັກຮຽນເຍົາວະຊົນຊາວໜຸ່ມ ແລະ ອໍານາດການປົກຄອງບ້ານ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນໂອກາດດຽວກັນນີ້ ທ່ານ ນວນສີ ແກ້ວວົງລັດ ຫົວໜ້າຫ້ອງການກະສິກໍາ ແລະ ສິ່ງແວດລ້ອມເມືອງ ໃຫ້ກຽດຂື້ນລາຍງານປະຫວັດຫຍໍ້ຂອງ 3 ວັນສໍາຄັນ ທັ້ງນີ້, ກໍ່ເພື່ອເປັນການສ້າງຂະບວນການດ້ານຕ່າງໆ ສ້າງທຸກເງື່ອນໄຂ ກະຕຸກຊຸກຍູ້ ໃຫ້ຊາວກະສິກອນພາຍໃນເມືອງເລີ່ມຫ້າງຫາກະກຽມ ແລະ ລົງມືເຂົ້າສູ່ການຜະລິດກະສິກໍາໃນລະດູແລ້ງ ປີ 2026 ໂດຍສູ້ຊົນປູກເຂົ້ານາແຊງໃຫ້ໄດ້ 150 ເຮັກຕາ, ສາລີລ້ຽງສັດ 125 ເຮັກຕາ, ສາລີຫວານ 25 ເຮັກຕາ, ຖົ່ວດິນ 180 ເຮັກຕາ, ຜັກບົວ 20 ເຮັກຕາ, ຜັກທຽມ 25 ເຮັກຕາ, ໝາກໂມ 30 ເຮັກຕາ, ຖົ່ວເຫລືອງ 200 ເຮັກຕາ ແລະ ພືດອື່ນໆອີກ 85 ເຮັກຕາ.
ດັ່ງນັ້ນ ພັກລັດ ຈຶ່ງໄດ້ກໍານົດເອົາວັນທີ 3 ພະຈິກ ເປັນວັນຊົນລະປະທານແຫ່ງຊາດ, ວັນທີ 11 ພະຈິກ ເປັນວັນສັກຢາປ້ອງກັນພະຍາດສັດລ້ຽງແຫ່ງຊາດ ແລະ ກໍານົດເອົາວັນທີ 15 ພະຈິກ ເປັນວັນເປີດຂະບວນການຜະລິດລະດູແລ້ງ ເພື່ອສົ່ງເສີມການປູກການລ້ຽງໃຫ້ມີການຂະຫຍາຍຕົວຢ່າງຕໍ່ເນື່ອງທັງເປັນການປັບປຸງຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນໃຫ້ດີຂື້ນເທື່ອລະກ້າວ.
ໃນໂອກາດນີ້ການນໍາຂອງເມືອງ ຍັງໄດ້ມີການສັກຢາປ້ອງກັນພະຍາດສັດລ້ຽງ, ເປີດປະຕູນໍ້າຊົນລະປະທານ ແລະ ປູກຜັກທຽມທີ່ໂຮງຮຽນມັດທະຍົມສຶກສາສົມບູນບ້ານມ່ວງດອນມູນ ຕື່ມອີກ.
———-
ພາບ-ຂ່າວ: ພົມມະນີ ອິນສະຫວັນ