ປະທານສະຫະພັນແມ່ຍິງແຂວງໄຊຍະບູລີ ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ຢູ່ເມືອງເງິນ.

ໃນວັນທີ 11 ພະຈິກ 2025 ນີ້, ຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງເງິນ ແຂວງໄຊຍະບູລີ, ສະຫາຍ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ ປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ປະທານສະຫະພັນແມ່ຍິງແຂວງ ພ້ອມດ້ວຍທີມງານ ໄດ້ລົງເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII. ໂດຍການເປັນກຽດເຂົ້າຮ່ວມຮັບຟັງຂອງສະຫາຍ ນາງ ສີຈົມ ບຸນມານະທໍາ ຮອງເລຂາຄະນະບໍລິຫານງານພັກເມືອງ, ມີຄະນະບໍລິຫານງານສະຫະພັນແມ່ຍິງເມືອງ, ຕ່າງໜ້າອົງການພາຄີ, ຄະນະສະຫະພັນແມ່ຍິງຮາກຖານ, ຫົວໜ້າໜ່ວຍສະຫະພັນແມ່ຍິງສໍານັກງານ, ອົງການ, ບ້ານເທດສະບານ ແລະ ສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມຢາງພ້ອມພຽງ.

ສະຫາຍ ນາງ ຄໍາຜິວ ພັນທະວົງ ກໍາມະການປະຈໍາພັກແຂວງ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ໄດ້ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ແລະ ເຜີຍແຜ່ຜົນສໍາເລັດກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ໃຫ້ຜູ້ຮ່ວມເຂົ້າໄດ້ຮັບຮູ້ວ່າ: ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງລາວທົ່ວປະເທດ ຄັ້ງທີ IX ໄດ້ຢັ້ງຢືນ ເຖິງຄວາມຕັດສິນໃຈ ຂອງຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ໃນການນໍາພາ-ຊີ້ນໍາຮອບດ້ານເພື່ອພັດທະນາການຈັດຕັ້ງສະຫະພັນແມ່ຍິງລາວ ໃນຖານະເປັນຕົວແທນ ແຫ່ງການປົກປ້ອງສິດຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກນ້ອຍ ແລະ ໄດ້ພ້ອມກັນຄົ້ນຄວ້າຢ່າງເລິກເຊິ່ງ, ຕີລາຄາດ້ານດີ, ຂໍ້ຄົ້ງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອນຖອນໄດ້ ໃນການນໍາພາ-ຊີ້ນໍາ ໄລຍະ 5 ປີຜ່ານ  ແລະ ໄດ້ເປັນເອກະສັນກັນຮັບຮອງເອົາເນື້ອໃນທີ່ສໍາຄັນ ເພື່ອສືບຕໍ່ຈັດຕັ້ງປະຕິບັດໃນຕໍ່ໜ້າ ຄື: ຮັບຮອງເອົາລາຍງານການເມືອງ ທັງສອງພາກ ເຊິ່ງໄດ້ວາງຄາດໝາຍສູ້ຊົນ (2026-2030), ຮັບຮອງເອົາວິໄສທັດຮອດປີ 2035, ແຜນພັດທະນາແມ່ຍິງລາວ 5 ປີ (2026-2030)  ເຊິ່ງມີ 9 ເປົ້າໝາຍ, 31 ແຜນວຽກຈຸດສຸມ ແລະ 144 ວຽກຈຸດສຸມ, ຮັບຮອງເອົາກົດລະບຽບສະຫະພັນແມ່ຍິງລາວ ສະໄໜທີ IX, ຮັບຮອງເອົາຄໍາຂວັນ ແລະ ຂໍ້ແຂ່ງຂັນ ຂອງສະຫະພັນແມ່ຍິງລາວ  ສະໄໜທີ IX, ຮັບຮອງເອົາຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ ສະໄໝທີ IX ຈໍານວນ 61 ສະຫາຍ ແລະ ເປັນເອກະສັນຮັບຮອງເອົາ ສະຫາຍ ນາງ ອາລີ ວົງໜໍ່ບຸນທໍາ ເປັນປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ທໍາມາ ເພັດວິໄຊ, ສະຫາຍ ນາງ ພັນຈິນດາ ເລັ່ງສະຫວັດ ແລະ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນຮອງປະທານຄະນະບໍລິຫານງານສູນກາງສະຫະພັນແມ່ຍິງລາວ, ເລືອກເອົາ ສະຫາຍ ນາງ ຜາສຸກ ວົງວິຈິດ ເປັນປະທານກວດກາສູນກາງສະຫະພັນແມ່ຍິງລາວ, ສະຫາຍ ນາງ ພູຄໍາ ຄັດສະຫວ່າງ ແລະ ສະຫາຍ ນາງ ກອງມະນີ ສີບຸນເຮືອງ ເປັນຮອງປະທານ ກວດກາ ສູນກາງສະຫະພັນແມ່ຍິງລາວ.

ກອງປະຊຸມໃຫຍ່ ຜູ້ແທນແມ່ຍິງແຂວງໄຊະຍະບູລີ ຄັ້ງທີ VIII ໄດ້ຮັບຮອງເອົາບົດລາຍງານການເມືອງ ແລະ ທິດທາງແຜນການ, ຄາດໝາຍສູ້ຊົນ ໃນ5 ປີຕໍ່ໜ້າ ລວມມີ 9 ຄາດໝາຍ, ຮັບຮອງເອົາບົດສະຫຼຸບການຈັດຕັ້ງປະຕິບັດແຜນພັດທະນາແມ່ຍິງ 5 ປີ (2020-2024) ແລະ ແຜນພັດທະນາ 5 ປີ ຕໍ່ໜ້າ (2025-2029) ມີ 8 ເປົ້າໝຍ, 40 ແຜນວຽກຈຸດສຸມ, ຮັບຮອງເອົາບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ສະໄໝທີ VII, ເລືອກເອົາຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ຊຸດໃໝ່ ຈໍານວນ 35 ສະຫາຍ, ເລືອກເອົາສະຫາຍ ນາງ ຄໍາຜິວ ພັນທະວົງ ເປັນປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ສະຫາຍ ນາງ ພູນເພັດ ກິ່ງແກ້ວ, ສະຫາຍ ນາງ ສາຍຄໍາ ເພັດປັນຍາ ແລະ ສະຫາຍ ນາງ ພວງມະໄລ ໄຊຍະພອນ ເປັນຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ, ເລືອກເອົາ ສະຫາຍ ນາງ ພູນເພັດ ກິ່ງແກ້ວ ເປັນປະທານກວດກາ ສະຫະພັນແມ່ຍິງແຂວງ ແລະ ສະຫາຍ ນາງ ສົມສະໄໝ ຄໍາສິງ ເປັນຮອງປະທານກວດກາ ສະຫະພັນແມ່ຍິງແຂວງ. ສະຫາຍ ນາງ ຄອນເກຍ ໄຊຍະຫາ ເປັນຄະນະ ພ້ອມນັ້ນຍັງໄດ້ຜ່ານແຜນພັດທະນາແມ່ຍິງແຂວງ 5 ປີ ຈາກນັ້ນ ກໍ່ໄດ້ເຜີຍແຜ່ກົດໝາຍ ວ່າດ້ວຍ ສະຫະພັນແມ່ຍິງລາວ (ສະບັບປັບປຸງ) ແລະ ກົດລະບຽບຂອງສະຫະພັນແມ່ຍິງລາວ ສະໄໜທີ IX ຕື່ມອີກ.

ຂ່າວ: ຄອມ ເມືອງເງິນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa