ກອງປະຊຸມອົງການປົກຄອງເມືອງປາກລາຍ ປະຈຳເດືອນ ຕຸລາ ແລະ ແຜນຈຸດສຸມປະຈໍາເດືອນ ພະຈິກ 2025.

ອົງການປົກຄອງເມືອງປາກລາຍແຂວງໄຊຍະບູລີ ຈັດກອງປະຊຸມອົງການປົກຄອງເມືອງ ປະຈໍາເດືອນຕຸລາ ແລະ ແຜນການເດືອນພະຈິກ 2025 ເຊິ່ງຈັດຂື້ນໃນວັນທີ 12ພະຈິກ 2025 ນີ້ ທີ່ຫໍປະຊຸມຊັ້ນ2ຫ້ອງວ່າການເມືອງ ໂດຍການເປັນປະທານຂອງທ່ານ ບຸນສົງ ລາດສະວົງ ປະທານຄະນະກໍາມະການປົກຄອງເມືອງ, ມີບັນດາທ່ານ ຫົວໜ້າ-ຮອງຫົວໜ້າຫ້ອງການ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້; ແມ່ນມີຄວາມໝາຍຄວາມສໍາຄັນຫຼາຍຢ່າງເລິກເຊິ່ງ ແລະ ເປັນການສະຫຼຸບຕີລາຄາ ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ ໃນການຈັດຕັ້ງປະຕິບັດວຽກງານ, ເປັນການຕີລາຄາຄວາມຮັບຜິດຊອບຂອງອົງການປົກຄອງຂັ້ນຕ່າງໆ ໃນການນໍາພາ-ຊີ້ນໍາຈັດຕັ້ງປະຕິບັດມະຕິ, ຄໍາສັ່ງ, ລະບຽບກົດໝາຍ, ບັນດາຄາດໝາຍຕ່າງໆ ຕາມໜ້າວຽກຈຸດສຸມແຕ່ລະຂະແໜງການວາງອອກມີຜົນສໍາເລັດຄືແນວໃດ, ພ້ອມນີ້, ຜູ້ແທນກອງປະຊຸມຈະໄດ້ເອກະພາບກັນໃນການກໍານົດທິດທາງ, ວຽກງານຈຸດສຸມ, ຄາດໝາຍສູ້ຊົນແຕ່ລະດ້ານໃນເດືອນຕໍ່ໄປ. ຮັບຟັງການລາຍງານວຽກງານຈາກຂະແໜງການຕ່າງໆອ້ອມຂ້າງເມືອງ ຈໍານວນໜຶ່ງ ແລະ ການປະກອບຄໍາຄິດເຫັນຂອງຜູ້ແທນກອງປະຊຸມຢ່າງກົງໄປກົງມາ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີເນື້ອໃນຄົບຖ້ວນສົມບູນຂຶ້ນ ເພື່ອນໍາໄປຈັດຕັ້ງປະຕິບັດຢ່າງມີຜົນສໍາເລັດ.

ຂ່າວ: ຄະນະໂຄສະນາອົບຮົມເມືອງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa