ໃນ
ຕອນບ່າຍຂອງວັນທີ11ພະຈິກ2025ຢູ່ທີ່ຫ້ອງປະຊຸມບັນຊາການ ປ້ອງກັນຄວາມສະຫງົບເມືອງພຽງ ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມຖອດຖອນບົດຮຽນຜົນສຳເລັດວຽກງານປ້ອງກັນກອງປະຊຸມໃຫ່ຍອົງຄະນະພັກແຂວງໄຊຍະບູລີຄັ້ງທີ VIII ຕິດພັນກັບການປ້ອງກັນບຸນປະເພນີຊ່ວງເຮືອບ້ານນ້ຳປຸຍປະຈຳປີ 2025 ລະຫ່ວາງ 2 ກຳລັງ ປ.ກ.ຊ ແລະ ປ.ກ.ສ ເມືອງໂດຍການເປັນກຽດເປັນປະທານກອງປະຊຸມຂອງສະຫາຍ ພັທ ຈິດຕະພົງ ພົງວິໄລ ກຳມະການປະຈຳພັກເມືອງຫົວໜ້າກອງບັນຊາການ ປ.ກ.ສ ເມືອງພຽງ,ມີຄະນະພັກ 2 ກອງບັນຊາການ.ຄະນະຮັບຜີດຊອບ2ກຳລັງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມຄັ້ງນີ້ໄດ້ພ້ອມກັນຄົ້ນຄ້ວາປືກສາຫາລືແລກປ່ຽນຄຳຄິດຄຳເຫັນເຊີ່ງກັນແລະກັນໃຫ້ເປັນເອກະພາບກັນໃນການປະຕິບັດໜ້າທີ່ຂອງແຕ່ລະອານຸຕ່າງໆແລະຕີລາຄາຄາດກະສະພາບຄວາມບໍ່ສະຫົງບເພື່ອຮັບປະກັນແຜນປ້ອງກັນໃນການສະເຫຼີມສະຫຼອງວັນສຳຄັນຕ່າງໆຂອງພັກ-ຂອງລັດ.ງານບຸນປະເພນີເປັນຕົ້ນວັນຊາດທີ 2 ທັນວາຄົບຮອບ 50ປີ.ບຸນກີນຈຽງຂອງເຜົ່າມົ້ງ.ເຜົ່າກືມມຸແລະງານເທດສະການບຸນກອງເຂົ້າໃຫ່ຍຂອງປະຊາຊົນບັນດາເຜົ່າເມືອງພຽງລວມເຖິງບັນຫາປະກົດການຫຍໍ້ທໍ້ຕ່າງໆທີຈະໄດ້ພ້ອມກັນສືບຕໍ່ຈັດຕັ້ງປະຕິບັດແລະປັບປຸງແກ້ໄຂເພື່ອເຮັດໃຫ້ທົ່ວເມືອງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ.ສັງຄົມມີຄວາມສະຫົງບປອດໄພໂດຍພື້ນຖານ.
ໃນຕອນທ້າຍສະຫາຍ ພັ.ທ ຈິດຕະພົງພົງວິໄລກໍ່ໄດ້ມີຄຳເຫັນຕໍ່ກອງປະຊຸມສະຫາຍໄດ້ເນັ້ນໜັກໃຫ້ຄະນະພັກ,ຄະນະບັນຊາພະນັກງານນັກຮົບຕ້ອງໄດ້ຍົກສູງຄຸນທາດການເມືອງ.ສືບຕໍ່ຄົ້ນຄ້ວາກຳແໜ້ນແນວທາງນະໂຍບາຍຂອງພັກ,ມະຕິ,ຄຳສັງ,ຄຳແນກນຳລະບຽບກົດໜາຍຕ່າງໆຂອງລັດທັງສຸ່ມໃສ່ນຳພາວຽກງານການເມືອງແນວຄິດໃຫ້ພະນັກງານນັກຮົບທັງ2ກຳລັງໃຫ້ມີນ້ຳໃຈເສບສະຫຼະ.ມີຄວາມຮັບຜີດຊອບສູງຕໍ່ໜ້າທີ່ວຽກງານໃຫ້ມີຜົນສຳເລັດ,ເອົາໃຈໃສ່ປະສານສົມທົບການພົວພັນຕ່າງໆໂດຍສະເພາະການປະສານງານກັບບັນດາກອງເພື່ອນ.ອົງການປົກຄອງຂັ້ນເມືອງໃຫ້ທັນກັບເວລາ,ການຕີລາຄາຄາດກະສະພາບຄວາມບໍ່ສະຫົງບຕ້ອງໄດ້ຄົ້ນຄ້ວາກຳໃຫ້ໄດ້ສະພາບການຜັນແປໃນຕໍ່ໜ້າເພື່ອສ້າງແຜນຕ້ານແລະສະກັດກັ້ນພ້ອມກັນແກ້ໄຂໃຫ້ມີປະສິດທິຜົນສູງເພື່ອເຮັດໃຫ້ເມືອງພຽງມີຄວາມສະຫົງບໂດຍພື້ນຖານ.
ໂດຍ: ຂ່າວສານເມືອງພຽງ