
ວັນທີ 12 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມໃຫຍ່ຂອງເມືອງຫົງສາ, ໄດ້ຈັດພິທີ ປະກາດຍົກຍ້າຍ-ແຕ່ງຕັ້ງ, ມອບຫຼຽນການ ແລະ ໃບຍ້ອງຍໍ ຂັ້ນກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ເມືອງ ຫົງສາ, ແຂວງ ໄຊຍະບູລີຂື້ນ, ໂດຍການໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ພົມມາ ພົມມະຫານ ຮອງເລຂາພັກເມືອງ ຜູ້ຊີ້ນໍາວຽກພັກ-ພະນັກງານ ແລະ ອົງການຈັດຕັ້ງມະຫາຊົນ, ສະຫາຍ ພັທ ບຸນທ່ຽງ ພັນດີ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ຫົວໜ້າ-ຮອງຫົວໜ້າຫ້ອງການ, ກົມກອງອ້ອມຂ້າງເມືອງ, ນາຍ ແລະ ພົນຕໍາຫຼວດ ແລະ ນາຍບ້ານເທດສະບານ ເຂົ້າຮ່ວມຢ່າງພ້ອມພຽງ.
ສະຫາຍ ພັທ ຄໍາໝັ້ນ ໄຊສົງຄາມ ຮອງຫົວໜ້າກອງບັນຊາການ ປກສ ເມືອງຫົງສາ ໄດ້ຜ່ານຂໍ້ຕົກລົງ ຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 1819/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບຫຼຽນກາ ກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2025 ) ຈຳນວນ 32 ສະຫາຍ, ຂໍ້ຕົກລົງ ເລກທີ 1820/ປກສ, ລົງວັນທີ 23 ກໍລະກົດ 2025 ວ່າດ້ວຍການມອບໃບຍ້ອງຍໍ ກະຊວງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2025 ) ຈຳນວນ 73 ສະຫາຍ ແລະ ຂໍ້ຕົກລົງຂອງກົມໃຫຍ່ການເມືອງ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 3677/ກມປສ, ລົງວັນທີ 16 ກໍລະກົດ 2025 ວ່າດ້ວຍມອບໃບຍ້ອງຍໍ ກົມໃຫຍ່ການເມືອງປ້ອງກັນຄວາມສະຫງົບ ໃຫ້ນາຍ ແລະ ພົນຕໍາຫຼວດ, ພະນັກງານລັດຖະກອນ ທີ່ໄດ້ເຂົ້າຮ່ວມປະຕິບັດໜ້າທີ່ວຽກງານວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ( 2021-2025 ) ຈຳນວນ 147 ສະຫາຍ, ຈາກນັ້ນ, ສະຫາຍ ພັທ ແສນໄຊ ພົນອາສາ ຮອງຫົວໜ້າການເມືອງ ກອງບັນຊາການ ປກສ ແຂວງໄຊຍະບູລີ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 2834/ປກສ, ລົງວັນທີ 30 ກັນຍາ 2025 ວ່າດ້ວຍການຍົກຍ້າຍນາຍຕໍາຫຼວດ ທີ່ຂຶ້ນກັບກອງບັນຊາການ ປກສ ແຂວງ ໄຊຍະບູລີ. ໃນນີ້, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ຍົກຍ້າຍ ສະຫາຍ ພັທ ທອງໄຫຼ ເພັດດາວົງ ຈາກກອງບັນຊາການ ປກສ ເມືອງຫົງສາ ໄປຮັບໜ້າທີ່ໃໝ່ ຢູ່ກອງບັນຊາການ ປກສ ເມືອງທົ່ງມີໄຊ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນຄວາມສະຫງົບ ວ່າດ້ວຍການແຕ່ງຕັ້ງນາຍຕໍາຫຼວດ ທີ່ຂຶ້ນກັບ ປກສ ແຂວງ ໄຊຍະບູລີ. ໃນນີ້, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຕົກລົງ ແຕ່ງຕັ້ງ ສະຫາຍ ພັທ ຄໍາອ່ອນ ວັນເຮືອງ ເປັນຫົວໜ້າກອງບັນຊາການ ປກສ ເມືອງຫົງສາ. ໂອກາດດຽວກັນນີ້, ສະຫາຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນການ ປກສ ເມືອງ ຫົງສາຜູ້ເກົ່າ ໄດ້ຂຶ້ນຜ່ານບົດສະຫຼຸບການນຳພາ-ຊີ້ນຳວຽກງານ ປກສ ຢູ່ເມືອງຫົງສາໃນໄລຍະຜ່ານມາ ໄດ້ຍົກໃຫ້ເຫັນຜົນງານ, ດ້ານດີ, ດ້ານອ່ອນ ແລະ ບາງບົດຮຽນທີ່ຖອດຖອນໄດ້ ພ້ອມທັງເຊັນບົດບັນທຶກມອບ-ຮັບວຽກງານລະຫວ່າງ ສະຫາຍ ພັທ ທອງໄຫຼ ເພັດດາວົງ ຫົວໜ້າກອງບັນການ ປກສ ເມືອງ ຫົງສາຜູ້ເກົ່າ ແລະ ສະຫາຍ ພັທ ຄໍາອ່ອນ ວັນເຮືອງ ຫົວໜ້າກອງບັນຊາການ ປກສ ເມືອງ ຫົງສາ ຜູ້ໃໝ່ ຢ່າງເປັນທາງການ.
ໃນຕອນທ້າຍ, ພິທີຍັງໄດ້ຮັບຟັງການມີຄຳເຫັນໂອ້ລົມຈາກ ສະຫາຍ ພັທ ບຸນທ່ຽງ ພັນດີ ຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຕື່ມອີກ.
ຂ່າວ: ສຸບັນ ເງິນງາມ ( ຄ.ອ.ມ ຫົງສາ )