ພິທີມອບເຄື່ອງຊ່ວຍເຫຼືອໃຫ້ນັກຮຽນນອນຫໍພັກຢູ່ເມືອງຊຽງຮ່ອນ

ໃນວັນທີ 17 ພະຈິກ 2025ນີ້ ຄອບຄົວການນຳແຂວງໄຊຍະບູລີ ຄອບຄົວການນຳເມືອງແກ່ນທ້າວ ຄອບຄົວການນຳເມືອງຊຽງຮ່ອນ ແລະ ນັກທຸລະກິດພາຍໃນເມືອງ ໄດ້ນຳເອົາເຄື່ອງຊ່ວຍເຫຼືອມາມອບໃຫ້ນ້ອງນັກຮຽນທີ່ນອນຫໍພັກພາຍຢູ່ໃນເມືອງຊຽງຮ່ອນ. ຈຳນວນ 4 ແຫ່ງຄື: ໂຮງຮຽນ ມສ ຊຽງຮ່ອນ, ໂຮງຮຽນ ມສ ມົກສະຕຸ, ໂຮງຮຽນມສ ປາກເປັດ ແລະ ໂຮງຮຽນ ມສ ທົ່ງກາບ ໂດຍມີຈຳນວນນັກຮຽນທັງໝົດ 230 ນ້ອງຍິງ 109 ນ້ອງ. ເຄື່ອງທີ່ນຳມາມອບໃນຄັ້ງນີ້ປະກອບມີເຄື່ອງນຸ່ງຫົ່ມ, ອຸປະກອນເຄື່ອງຮັບໃຊ້ຄົວເຮືອນ, ອາຫານແຫ້ງ ແລະ ອຸປະກອນການຮຽນ ລວມມູນຄ່າທັງໝົດ 200.000.000 ກວ່າກີບ, ເປັນກຽດມອບໂດຍທ່ານ ນາງ ບຸນໄທ ສິດທະວົງ ພ້ອມດ້ວຍຄອບຄົວການນຳຂັ້ນແຂວງ, ຄອບຄົວການນຳເມືອງແກ່ນທ້າວ, ເມືອງຊຽງຮ່ອນ, ແລະ ນັກທຸລະກິດ ໃຫ້ກຽດຮັບໂດຍແມ່ນທ່ານ ແສງອາທິດ ລາວເບຼຍຢາທໍ່ ເລຂາຄະນະບໍລິຫານງານພັກເມືອງໆຊຽງຮ່ອນ ພ້ອມດ້ວຍອົງການປົກຄອງເມືອງ ຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ. ໃນໂອກາດນີ້ ທ່ານ ບຸນຈັນ ແກ້ວວິຊາ ປະທານຄະນະກຳມະການປົກຄອງເມືອງຊຽງຮ່ອນ ຕາງໜ້າໃຫ້ອົງການປົກຄອງເມືອງ ແລະ ນ້ອງນັກຮຽນໄດ້ກ່າວສະແດງຄວາມຂອບອົກຂອບໃຈເປັນຢ່າງສູງຕໍ່ກັບ ບັນດາຄອບຄົວການນຳແຂວງໄຊຍະບູລີ ແລະ ຄອບຄົວການນຳ 2 ເມືອງ ແລະ ນັກທຸລະກິດຜູ້ປະກອບການພາຍໃນເມືອງຊຽງຮ່ອນ ທີ່ເຫັນຄວາມສໍາຄັນດ້ານການສຶກສາ, ເຮັດໃຫ້ນັກຮຽນໄດ້ມີເງື່ອນທີ່ດີ, ຖືເປັນການປະກອບສ່ວນເຂົ້າໃນການພັດທະນາວຽກງານການສຶກສາ. ໃນໂອກາດດຽວກັນນີ້ທາງອົງການປົກຄອງເມືອງຍັງໄດ້ມອບໃບສົມມະນາບຸນຄຸນໃຫ້ແກ່ທີມງານຄົບຄົວການນຳຂັ້ນແຂວງ ແລະ 2 ເມືອງຕື່ມອິກ.

ໂດຍ: ຄ ອ ມ ເມືອງຊຽງຮ່ອນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa