

ໃນຕອນເຊົ້າວັນທີ 19 ພະຈິກ 2025 ນີ້ຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງໄຊຍະບູລີຈັດກອງປະຊຸມຄຸ້ມຄອງໄພທິບັດຂັ້ນເມືອງປະຈຳປີ 2025ຂື້ນ, ທີ່ຫ້ອງປະຊຸມຫ້ອງວ່າການເມືອງ ໄຊຍະບູລີ; ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ດຣ ພັນ ພອນສະຫວັດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຂອງເມືອງ, ອົງການປົກຄອງບ້ານ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ໃນກອງປະຊຸມທ່ານ ລິຄິດ ແຊ່ເຕີນ ກຳມະການພັກເມືອງ ຫົວໜ້າຫ້ອງການແຮງງານ ແລະ ສະຫັວດດີການສັງຄົມເມືອງໄດ້ຂື້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານກອງທືນຄຸ້ມຄອງໄພທິບັດເມືອງໄຊຍະບູລີປະຈຳປີ 2025 ແລະ ທິດທາງແຜນການປີ 2026 ບາງຕອນທ່ານໃຫ້ຮູ້ວ່າ: ໃນໄລຍະຜ່ານມາເມືອງໄຊຍະບູລີໄດ້ຮັບຜົນກະທົບຈາກໄພພິບັດ (ນໍ້າຖ້ວມ, ລົມພາຍຸພັດ ແລະ ດິນເຊາະ ເຈື່ອນ) ຈໍານວນ 03 ຄັ້ງ, ບ້ານທີ່ໄດ້ຮັບຜົນກະທົບມີ 45 ບ້ານ, ມີ 1,905 ຄອບຄົວ, ຈໍານວນພົນ 9,877 ຄົນ, ຍິງ 4,848 ຄົນ, ລວມມູນຄ່າເສຍຫາຍທັງໝົດ 15 ຕື້ 535 ລ້ານກວ່າກີບ; ບ້ານທີ່ໄດ້ຮັບຜົນກະທົບຈາກໄຟໄໝ້ເຮືອນ ຈໍານວນ 04 ບ້ານ, ມີ 04 ຄອບຄົວ, ລວມມູນຄ່າເສຍຫາຍທັງໝົດ 721 ລ້ານກວ່າກີບ; ລາຍຮັບ: ຍອດຍົກມາຈາກປີ 2024 ມີ 31 ລ້ານກວ່າກີບ, ປີ 2025 ປຸກລະດົມທຶນເຂົ້າກອງທຶນຄຸ້ມຄອງ ໄພພິບັດປະຈຳປີ 2025ໄດ້ທັງໝົດ 28 ຫ້ອງການ ແລະ 36 ບ້ານເປັນເງິນ 73 ລ້ານກວ່າກີບ, ທຽບໃສ່ແຜນ ແບ່ງປັນຕົວເລກຄາດໝາຍສູ້ຊົນວຽກງານ ຮສສ ແລະ ຄາດໝາຍຕາມມະຕິກອງປະຊຸມສະພາປະຊາຊົນແຂວງປະຈໍາປີ 2025 ຂອງເມືອງ ໄຊຍະບູລີ ຈໍານວນ 55,000,000 ກີບ, ປະຕິບັດໄດ້ລື່ນຄາດໝາຍ 18 ລ້ານກວ່າກີບ, ເທົ່າກັບ 134,45%, ນອກຈາກນີ້ຍັງໄດ້ລະດົມທຶນນໍາບັນດາບໍລິສັດ, ຫ້າງຮ້ານຕ່າງໆໄດ້ 67 ລ້ານກວ່າກີບ, ລວມລາຍຮັບທັງໝົດ 172 ລ້ານກວ່າ ກີບ; ລາຍຈ່າຍ: ຈ່າຍເຂົ້າໃນວຽກງານໄພພິບັດຕ່າງໆ ແລະ ຊື້ເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວທີ່ຖືກຜົນ ກະທົບ ນໍ້າຖ້ວມ, ລົມພາຍຸພັດ, ດິນເຊາະເຈື່ອນ ແລະ ໄຟໄໝ້ ເປັນເງິນທັງໝົດ 123,ລ້ານກວ່າກີບ, ເງິນຍັງເຫຼືອຢູ່ໃນຄັງຕົວຈິງ 49 ລ້ານກວ່າກີບ; ກ່ຽວກັບການໃຊ້ຈ່າຍເງິນດັ່ງກ່າວ: ຈະໃຊ້ຈ່າຍເຂົ້າໃນການລົງເກັບກຳຂໍ້ມູນ ແລະ ຊ່ວຍເຫຼືອບັນເທົາທຸກໃຫ້ແກ່ ຄອບຄົວທີ່ປະສົບໄພພິບັດ (ເປັນຕົ້ນແມ່ນ ນໍ້າຖ້ວມ, ອັກຄີໄພ, ລົມພາຍຸພັດ, ໝາກເຫັບຕົກ ແລະ ອື່ນໆ); ຈາກນັ້ນໃນກອງປະຊຸມປະທານກອງປະຊຸມກໍ່ໄດ້ມີຄຳຖາມເຈາະຈີ້ມ ແລະ ຜູ້ເຂົ້າຮ່ວມໃນກອງປະຊຸມກໍ່ໄດ້ພ້ອມກັນປະກອບຄຳຄິດເຫັນເພື່ອໃຫ້ມີເນື້ອໃນຄົບຖ້ວນສົມບູນ, ຕອນທ້າຍກອງປະຊຸມທ່ານ ດຣ ພັນ ພອນສະຫວັດ ກຳມະການປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມຕື່ມອີກ.
ຂ່າວ: ສົມພົງ ສີສະຫັວດ.