ເມືອງ ໄຊຍະບູລີ ເຊັນສັນຍາໂຄງການກໍ່ສ້າງສ້ອມແປງຊົນລະປະທານ

ໃນຕອນບ່າຍວັນທີ 18 ພະຈິກ 2025 ນີ້ເມືອງ ໄຊຍະບູລີໄດ້ຈັດພິທີເຊັນສັນຍາໂຄງການກໍ່ສ້າງສ້ອມແປງຊົນລະປະທານນ້ຳຕວນເບີ2, ເບີ3 ບ້ານຫ້ວຍຊໍາອໍ້ ແລະ ຊົນລະປະທານຫ້ວຍແສນຄໍາ ບ້ານຫ້ວຍແສນຄຳ ເມືອງ ໄຊຍະບູລີ ແຂວງໄຊຍະບູລີ ລະຫວ່າງຫ້ອງການກະສິກຳ ແລະ ສີ່ງແວດລ້ອມເມືອງໄຊຍະບູລີ ກັບບໍລິສັດ ເຊັ່ງທະວີຊັບຈຳກັດຜູ້ດຽວຂື້ນ. ທີ່ຫ້ອງປະຊຸມຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄຊຍະບູລີ ໂດຍການໃຫ້ກຽດເຂົ້າຮ່ວມຂອງທ່ານ ສົມຈິດ ຮັງເຊັງຊົວ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ, ມີກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ຄະນະກຳມະການຄຸ້ມຄອງການລົງທືນຂັ້ນເມືອງ, ອົງການປົກຄອງບ້ານ ແລະ ຜູ້ຮັບເໝົາກໍ່ສ້າງເຂົ້າຮ່ວມ.

ໃນພິທີທ່ານ ສີຈັນ ຫານເສີກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງໄດ້ຂື້ນຜ່ານຮ່າງສັນຍາຮັບເໝົາໂຄງການກໍ່ສ້າງສ້ອມແປງຫົວງານ ແລະ ຄອງເໝືອງຫ້ວຍແສນຄຳ; ບ້ານ ຫ້ວຍແສນຄຳ ບາງຕອນທ່ານກ່າວວ່າ: ສັນຍາສະບັບນີ້ສ້າງຂຶ້ນເພື່ອແນໃສ່ການກໍ່ສ້າງ-ສ້ອມແປງຫົວງານ ແລະ ລະບົບຄອງເໜືອງໂຄງການຊົນລະປະທານ ຫ້ວຍແສນຄໍາ ໃຫ້ສາມາດນໍາໃຊ້ໄດ້ເປັນປົກກະຕິ ແລະ ຮັບປະກັນໃນການສະໜອງນໍ້າໃຫ້ແກ່ການຜະລິດໄດ້ຕາມຄາດໝາຍທັງສອງລະດູຄື: ລະດູແລ້ງ ແລະ ລະດູຝົນ ແລະ ຮັບປະກັນການກໍ່ສ້າງໄດ້ຕາມແບບ, ມາດຖານ,ເຕັກນິກ ແລະ ສຳເລັດຕາມກຳນົດເວລາ; ໂຄງການກໍ່ສ້າງ – ສ້ອມແປງຫົວງານ ແລະ ລະບົບຄອງເໝືອງ; ໂຄງການຊົນລະປະທານ ຫ້ວຍແສນຄໍາຕັ້ງຢູ່ຫ່າງຈາກຕົວເມືອງໄຊຍະບູລີ ໄປທາງທິດໃຕ້ກິໂລແມັດທີ 14 ເສັ້ນທາງເລກ 4, ແຍກເຂົ້າໄປທາງເບື້ອງຊ້າຍຫາກຸ່ມບ້ານນໍ້າຕວນ ປະມານ 21 km ຂຶ້ນກັບຂອບເຂດດິນຄຸ້ມຄອງຂອງ ບ້ານ ຫ້ວຍແສນຄໍາ; ມີມູນຄ່າການກໍ່ສ້າງລວມອາກອນທັງໝົດ 1ຕື້816 ລ້ານກວ່າກີບ, ກຳນົດເວລາຂອງສັນຍາແມ່ນ 5 ເດືອນ ເຊິ່ງເລີ່ມແຕ່ວັນທີ 18 ພະຈິກ 2025 ຫາ ວັນທີ 18 ເມສາ 2026; ການຊໍາລະການກໍ່ສ້າງຝ່າຍ ກ” ແລະ ” ຝ່າຍ ຂ ໄດ້ເອກະພາບກັນໂດຍຊຳລະຕາມງົບປະມານອະນຸມັດເງິນກອງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ; ສຳລັບໂຄງການກໍ່ສ້າງສ້ອມແປງຫົວງານ ແລະ ຄອງເໝືອງນ້ຳຕວນເບີ2, ເບີ3 ແມ່ນມີມູນຄ່າການກໍ່ສ້າງທັງໝົດ 1 ຕື້ 835 ລ້ານກວ່າກີບ, ກຳນົດການກໍ່ສ້າງແມ່ນ 5 ເດືອນເຊິ່ງເລີ່ມແຕ່ວັນທີ 18 ພະຈິກ 2025 ຫາ ວັນທີ 18 ເມສາ 2026; ການຊໍາລະການກໍ່ສ້າງຝ່າຍ ກ” ແລະ ” ຝ່າຍ ຂ ໄດ້ເອກະພາບກັນໂດຍຊຳລະຕາມງົບປະມານອະນຸມັດເງິນກອງທຶນພັດທະນາຊຸມຊົນໂຄງການໄຟຟ້າພະລັງງານຄວາມຮ້ອນຫົງສາ; ຈາກນັ້ນໃນພິທີກໍ່ໄດ້ຈັດພິເຊັນສັນຍາລະຫວ່າງທ່ານ ສີຈັນ ຫານເສີກ ກຳມະການພັກເມືອງ ຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວດລ້ອມເມືອງ( ຝ່າຍກ) ເຈົ້າຂອງໂຄງການ ແລະ ທ່ານ ບຸນທັນ ອ່ອນສີ ຕາງໜ້າບໍລິສັດ ເຊັ່ງທະວີຊັບ ຈຳກັດຜູ້ດຽວ( ຝ່າຍຂໍ)ຜູ້ຮັບເໝົາກໍ່ສ້າງ ໂດຍມີທ່ານ ສົມຈິດ ຮັງເຊັງຊົວ ຄະນະປະຈຳພັກເມືອງ ຮອງປະທານຄະນະກຳມະການປົກຄອງເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມເປັນສັກຂີພະຍານ.

ຂ່າວ-ພາບ: ສົມພົງ ສີສະຫັວດ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa